spot_img
Homeຂ່າວທ້ອງຖິ່ນອຸຕຸເຕືອນ! ພາກໃຕ້ກຽມຕົວຮັບມືກັບພາຍຸໝຸນເຂດຮ້ອນ ໃນໄລຍະວັນທີ 9-11 ຕຸລານີ້

ອຸຕຸເຕືອນ! ພາກໃຕ້ກຽມຕົວຮັບມືກັບພາຍຸໝຸນເຂດຮ້ອນ ໃນໄລຍະວັນທີ 9-11 ຕຸລານີ້

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 5-11 ຕຸລາ 2020 ວ່າ: ໃນໄລຍະວັນທີ 5 ຫາ 8 ຕຸລາ 2020ນີ້ ບໍລິເວນຄວາມກົດດັນອາກາດສູງຈາກປະເທດຈີນ ຈະແຜ່ລົງມາປົກຄຸມເຂດພາກເໜືອ ແລະ ພາກກາງຂອງປະເທດລາວ, ພ້ອມດຽວກັນ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານເຂດພາກໃຕ້ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ.

ຈາກນັ້ນໃນໄລຍະວັນທີ 9-11 ຕຸລາ 2020 ຍ່ອມຄວາມກົດດັນອາກາດຕໍ່າຈະກໍ່ຕົວຢູ່ເຂດທະເລຈີນໃຕ້ຕອນກາງ ແລະ ຈະເພີ່ມກໍາລັງແຮງຂຶ້ນຕາມລໍາດັບ ແລະ ມີຄວາມເປັນໄປໄດ້ຈະກາຍເປັນພາຍຸໝຸນເຂດຮ້ອນ ປົກຄຸມເຂດພາກໃຕ້ຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງໃນເຂດພາກກາງ ແລະ ພາກໃຕ້.

ຄຳເຕືອນ ໃນໄລຍະວັນທີ 9-11 ຕຸລາ 2020 ເນື່ອງຈາກຍ່ອມຄວາມກົດດັນອາກາດຕໍ່າ ຈະກໍ່ຕົວຢູ່ເຂດທະເລຈີນໃຕ້ຕອນກາງ ແລະ ຈະເພີ່ມກໍາລັງແຮງຂຶ້ນຕາມລໍາດັບ ທີ່ມີຄວາມເປັນໄປໄດ້ຈະກາຍເປັນພາຍຸໝຸນເຂດຮ້ອນ ປົກຄຸມເຂດພາກໃຕ້ຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານ ກາງ ຫາ ໜັກ ພ້ອມມີລົມພັດແຮງໃນເຂດພາກກາງ ແລະ ພາກໃຕ້. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າໃນເຂດດັ່ງກ່າວໃຫ້ມີສະຕິຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີນ້ຳຖ້ວມຊູ ແລະ ນ້ຳຖ້ວມອັ່ງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...