Homeຂ່າວທ້ອງຖິ່ນລັດຖະບານຈີນຊ່ວຍທຶນປະດັບປະດາອະນຸສາວະລີປະຕູໄຊ ແລະ ເສັ້ນທາງຫຼັກໃນນະຄອນຫຼວງວຽງຈັນ

ລັດຖະບານຈີນຊ່ວຍທຶນປະດັບປະດາອະນຸສາວະລີປະຕູໄຊ ແລະ ເສັ້ນທາງຫຼັກໃນນະຄອນຫຼວງວຽງຈັນ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ອໍານາດການປົກຄອງນະຄອນຫຼວງວຽງຈັນໄດ້ເລີ້ມປະດັບປະດາໃນຂອບເຂດຕົວເມືອງນະຄອນຫຼວງວຽງຈັນໃຫ້ມີຄວາມສວຍງາມ ແລະ ໃຫ້ສໍາເລັດໃນເດືອນ ພະຈິກນີ້ ເພື່ອກຽມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນວາ 1975- 2 ທັນວາ 2020), ໃນການປະດັບປະດາຕົວເມືອງດັ່ງກ່າວ, ລັດຖະບານຈີນໄດ້ຊ່ວຍທຶນຈໍານວນໜຶ່ງ ພາຍໃຕ້ໂຄງການ ພັດທະນາໄຟເຍືອງທາງ ເຊິ່ງມີມູນຄ່າ 300 ລ້ານຢວນ.  

ທຶນໃນການຊ່ວຍເຫຼືອຂອງລັດຖະບານຈີນໃນຄັ້ງນີ້ຈະຖືກນໍາໃຊ້ເພື່ອປັບປຸງລະບົບທໍ່ນໍ້າພຸ (ລະບົບຂຶ້ນ-ລົງຂອງນໍ້າ), ປັບປຸງແສງສະຫວ່າງຢູ່ອະນຸສາວະລີປະຕູໄຊ ແລະ ຕິດຕັ້ງໄຟເຍືອງທາງບາງຈຸດໃນຂອບ ເຂດຕົວເມືອງນະຄອນຫຼວງວຽງຈັນ ເຊັ່ນ: ຖະໜົນໄກສອນ ພົມວິຫານ, ຖະໜົນລ້ານຊ້າງ, ຖະໜົນ 23 ສິງຫາ, ຖະໜົນໜອງບອນ, ຖະໜົນໂຮງໝໍມະໂຫສົດ, ເສັ້ນທາງແຄມຂອງ (ສວນເຈົ້າອານຸວົງ -ປາກປ່າສັກ), ຖະໜົນເສດຖາທິລາດ ແລະ ເສັ້ນທາງອື່ນໆ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...