Homeຂ່າວທ້ອງຖິ່ນກະຊວງ ຖວທ ຈະເລີ່ມປະຕິບັດກົດ ໝາຍກັບສື່ອອນລາຍທີ່ເຄື່ອນໄຫວໂດຍບໍ່ໄດ້ຮັບອະນຸຍາດ

ກະຊວງ ຖວທ ຈະເລີ່ມປະຕິບັດກົດ ໝາຍກັບສື່ອອນລາຍທີ່ເຄື່ອນໄຫວໂດຍບໍ່ໄດ້ຮັບອະນຸຍາດ

Published on

ໜັງສືພິມວຽງຈັນທາຍ ລາຍງານວ່າ: ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈະໄດ້ດໍາເນີນມາດຕະການຕາມລະບຽບກົດໝາຍກັບທຸກພາກສ່ວນ ທີ່ສ້າງຕັ້ງຊື່ອອນລາຍຕ່າງໆ ໂດຍບໍ່ໄດ້ລົງທະບຽນ ຫຼື ບໍ່ໄດ້ຮັບອະນຸຍາດ ແຕ່ຖືວ່າຜິດກັບກົດໝາຍສື່ມວນຊົນ (ສະບັບປັບປຸງ) ເລກທີ 01/ສພຊລົງວັນທີ 04 ພະຈິກ 2016 ແລະ ລະເມີດລະບຽບການທີ່ກ່ຽວຂ້ອງ.

ເພື່ອໃຫ້ເຂົ້າສູ່ລະບົບ ແລະ ສອດຄ່ອງກັບກົດໝາຍສື່ມວນຊົນ, ຫ້ອງການ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວໄດ້ອອກແຈ້ງການເມື່ອບໍ່ດົນມານີ້ເຖິງທຸກພາກສ່ວນ ທີ່ສ້າງຕັ້ງໜ້າຂ່າວໂດຍຜ່ານ ເຟສບຸກ (Facebook), ຢູທູບ (Youtube) ແລະ ເວັບໄຊ (Website) ໃຫ້ມາລົງທະບຽນ ເຊິ່ງສາມາດດາວໂລດແບບຟອມລົງທະບຽນ ຢູ່ທີ່ເວັບໄຊ www.medialaos.com ຫຼື ເອົາຢູ່ກົມສື່ມວນຊົນ ກະຊວງ ຖວທ ເພື່ອປະກອບຂໍ້ມູນ ແລະ ສາມາດສົ່ງຟອມລົງທະບຽນ ເຂົ້າທາງອີເມວ: info@medialaos.com.

ການແຈ້ງການໃຫ້ລົງທະບຽນດັ່ງກ່າວນີ້ກໍ່ເພື່ອໃຫ້ເຂົ້າກັບລະບຽບກົດໜາຍຂອງສື່ມວນຊົນ, ສະດວກໃນການກວດສອບ ແລະ ຕິດຕາມ ທັງເປັນການຮັບປະກັນໃນການສະໜອງຂໍ້ມູນຂ່າວສານແກ່ຜູ້ອ່ານຢ່າງຖືກຕ້ອງ, ເປັນຈິງ ໂດຍໄລຍະທີ່ຜ່ານມາເຫັນໄດ້ວ່າມີຫຼາຍໆສື່ສັງຄົມອອນລາຍທີ່ບໍ່ໄດ້ລົງທະບຽນໄດ້ປ່ອຍຂ່າວປອມສູ່ສັງຄົມໂດຍສະເພາະແມ່ນມີການບິດເບືອນຂໍ້ມູນ, ຂ່າວໃສ່ຮ້າຍປ້າຍສີພັກ-ລັດ, ຂ່າວບໍ່ມີມູນຄວາມຈິງ ແລະ ຂ່າວອື່ນໆ ເຊິ່ງໄດ້ກໍ່ໃຫ້ເກີດຄວາມບໍ່ສະຫງົບໃນສັງຄົມ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...