spot_img
Homeຂ່າວທ້ອງຖິ່ນລາວຍັງມີອັດດຕາການຖືພາໂດຍບໍ່ໄດ້ວາງແຜນຄອບຄົວສູງ

ລາວຍັງມີອັດດຕາການຖືພາໂດຍບໍ່ໄດ້ວາງແຜນຄອບຄົວສູງ

Published on

ສຳນັກຂ່າວສານປະເທດລາຍງານ ໂດຍອີງຕາມຂໍ້ມູນຂອງອົງການສະຫະປະຊາຊາດ ກອງທືນສຳລັບປະຊາກອນ (UNFPA) ໄດ້ໃຫ້ຮູ້ວ່າ: ໃນບັນດາປະເທດອາຊຽນ ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມສູງທີ່ສຸດ ປະມານ 83 ຕໍ່ເດັກຍິງ 1.000 ຄົນ ອາຍຸ 15-19 ປີ ທີ່ໄດ້ມີການເກີດລູກ, ອັດຕາການຕາຍຂອງແມ່ຍັງສູງ ແລະ ຄາດວ່າຈະເພີ່ມຂຶ້ນຍ້ອນຜົນກະທົບທີ່ກ່ຽວຂ້ອງ ກັບພະຍາດຕິດເຊື້ອໂຄວິດ-19.

ທຸກ 2 ປີ ໃນ ສປປ ລາວ ມີການຖືພາໂດຍບໍ່ໄດ້ວາງແຜນປະມານ 286.000 ຄົນ, ສ່ວນໃຫຍ່ແມ່ນຢູ່ໃນກຸ່ມຜູ້ທີ່ບໍ່ສາມາດເຂົ້າເຖິງຂໍ້ມູນ ແລະ ການບໍລິການ ກ່ຽວກັບການຄຸມກຳເນີດແບບສະໝັກໃຈ ການຖືພາທີ່ບໍ່ໄດ້ວາງແຜນເປັນຈຳນວນຫຼາຍ ແມ່ນໃນບັນດາແມ່ຍິງອາຍຸຍັງນ້ອຍ ແລະ ທຸກຍາກທີ່ສຸດໃນຊີວິດຂອງເຂົາເຈົ້າ ແລະ ໂອກາດຂອງພວກເຂົາກໍມີຈຳກັດຫຼາຍ ຍ້ອນການຖືພາທີ່ບໍ່ໄດ້ວາງແຜນ ແລະ ເດັກຍ້ອຍຍັງບໍ່ໄດ້ຮັບຜົນປະໂຫຍດຈາກໂພຊະນາການທີ່ດີ. ສະນັ້ນ, ຈຶ່ງເປັນສິ່ງທ້າທາຍສືບຕໍ່ເປັນວົງ ຈອນຂອງຄວາມທຸກຍາກ. ຈຳນວນການເກີດທີ່ບໍ່ໄດ້ວາງແຜນ ຄາດວ່າຈະເພີ່ມຂຶ້ນໃນປະເທດລາວ ເນື່ອງຈາກຜົນກະທົບທີ່ກ່ຽວຂ້ອງກັບການລະບາດຂອງພະຍາດໂູຄວິດ-19, ໃນໄລຍະ 2 ປີ ຄາດວ່າຈະເພີ່ມຂຶ້ນເຖິງ 331.000 ຫຼື 355.000 ການເກີດໃໝ່ທີ່ບໍ່ໄດ້ວາງແຜນ. ໃນຂະນະທີ່ການບໍລິການ ແລະ ຜະລິດຕະພັນວາງແຜນຄອບຄົວ, ການພັດທະນາແບບຕໍ່ເນື່ອງ ແມ່ນມີຄວາມບໍ່ສະເໝີພາບ 68% ຂອງພົນລະເມືອງທີ່ອາໄສຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫຼີກທີ່ບໍ່ມີເສັ້ນທາງເຂົ້າເຖິງແມ່ນເປັນສິ່ງທ້າທາຍຫຼາຍທີ່ສຸດ ໃນການເຂົ້າເຖິງການບໍລິການສຸຂະພາບ.

ໃນຈຳນວນແມ່ຍິງທີ່ແຕ່ງງານແລ້ວ 14% ຫຼີກລ້ຽງການຖືພາບໍ່ສາມາດເຂົ້າເຖິງການຄຸມກໍາເນີດໄດ້ຜ່ານການເກັບກັບຂໍ້ມູນໃນບາງແຂວງ ອັດຕານີ້ເພີ້ມຂຶ້ນເກືອບສອງເທົ່າ, ເກືອບ 7 ໃນ 10 ຂອງທຸກຄົນມີຄວາມຈໍາເປັນໃນການຄຸມກໍາເນີດ. ສະນັ້ນ, ອົງການສະຫະປະຊາຊາດກອງທືນສຳລັບປະຊາກອນ ໄດ້ຮ່ວມກັບລັດຖະບານ ສປປ ລາວ ເພື່ອສະໜັບສະໜູນນະໂຍບາຍ ແລະ ແຜນງານທີ່ກ່ຽວຂ້ອງ, ໃນການວາງແຜນຄອບຄົວ ເຊັ່ນ: ການເບິ່ງແຍງຫຼັງການເກີດລູກ, ການເຜີຍແຜ່ຂໍ້ມູນຂ່າວສານ ແລະ ການບໍລິການວາງແຜນຄອບຄົວ ພ້ອມດ້ວຍການບໍລິການທີ່ເປັນມິດກັບໄວໜຸ່ມ, ການສະໜອງຢາຄຸມກຳເນີດທີ່ມີຄຸນນະພາບ, ສ້າງຄວາມເຂັ້ມແຂງລະບົບສາທາລະນະສຸກແຫ່ງຊາດ ແລະ ເກັບກຳຂໍ້ມູນເພື່ອສະໜັບສະໜູນວຽກງານນີ້ ເພື່ອຄວາມກ້າວໜ້າໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...