Homeຂ່າວພາຍ​ໃນແຄມເປນ ລາວທ່ຽວລາວ ສ້າງຂຶ້ນມາ ເພື່ອສົ່ງເສີມ ການທ່ອງທ່ຽວພາຍໃນປະເທດ

ແຄມເປນ ລາວທ່ຽວລາວ ສ້າງຂຶ້ນມາ ເພື່ອສົ່ງເສີມ ການທ່ອງທ່ຽວພາຍໃນປະເທດ

Published on

ແຄມເປນການສົ່ງເສີມການທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ໄດ້ເລີ່ມເປີດໂຕຂຶ້ນໃນວັນທີ 11 ກັນຍາ 2020 ທີ່ນະຄອນຫຼວງວຽງຈັນ,ເຊິ່ງເປັນການສະແດງໃຫ້ເຫັນໄດ້ວ່າ ພາກລັດ ແລະ ພາກເອກະຊົນ ໄດ້ມີການຮ່ວມມືກັນເພື່ອກະຕຸ້ນການທ່ອງທ່ຽວພາຍໃນ ເນື່ອງຈາກການຖົດຖອຍທາງດ້ານການທ່ອງທ່ຽວທີ່ເປັນຜົນກະທົບມາຈາກພະຍາດລະບາດ COVID-19. 

ການຮ່ວມມືກັນລະຫວ່າງ ພາກລັດ ແລະ ພາກເອກະຊົນ ກໍຄື ກະຊວງສຶກສາທິການ ແລະ ກີລາ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ບັນດາຫົວໜ່ວຍທຸລະກິດແຖວໜ້າໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ເພື່ອສະໜັບສະໜູນ-ສົ່ງເສີມ ການທ່ອງທ່ຽວພາຍໃນປະເທດ, ເຊິ່ງການຈັດຕັ້ງປະຕິບັດແຄມເປນໂດຍລວມ ແມ່ນນຳພາໂດຍ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ(ສຄອຊ).

ທ່ານ ອິນທີ ເດືອນສະຫວັນ

“ແຄມເປນນີ້ໄດ້ສະແດງໃຫ້ເຫັນເຖິງ ການຮ່ວມມືກັນລະຫວ່າງ ພາກລັດ ແລະ ພາກເອກະຊົນ ເພື່ອປະກອບສ່ວນໃນການເຮັດໂຄງການສົ່ງເສີມທາງການຕະຫຼາດ ສຳລັບການທ່ອງທ່ຽວລາວ” ກ່າວໂດຍ ທ່ານ ອິນທີ ເດືອນສະຫວັນ ສະມາຊິກ ຄະນະບໍລິຫານ ສຄອຊ, ເຊິ່ງທ່ານກໍຍັງເປັນຜູ້ນຳພາ ແຄມເປນ ລາວທ່ຽວລາວ ໃຫ້ກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.

ທ່ານ ອິນທີ ເດືອນສະຫວັນ ເຊິ່ງກໍ່ຍັງເປັນຜູ້ກໍ່ຕັ້ງບໍລິສັດ Green Discovery Laos ແລະ Inthira Hospitality Group ໄດ້ອະທິບາຍຕື່ມວ່າ: “ແຄມເປນ ດັ່ງກ່າວ ແມ່ນຈະຢູ່ໃນຮູບແບບອອນລາຍ, ເນັ້ນໃສ່ການສົ່ງເສີມໂປຣໂມຊັ່ນຂອງທຸລະກິດການທ່ອງທ່ຽວທີ່ມີຢູ່ ແລະ ສ້າງແຮງບັນດານໃຈໃຫ້ໄວໜຸ່ມ ແລະ ປະຊາຊົນລາວ ເກີດມີຄວາມຢາກອອກໄປພະຈົນໄພ ເພື່ອຢ້ຽມຢາມຈຸດໝາຍປາຍທາງທີ່ໜ້າອັດສະຈັນໃນທົ່ວປະເທດ”.

ແຄມເປນ ລາວທ່ຽວລາວ ຈະໄດ້ມີການເຮັດວຽກຮ່ວມກັນກັບບັນດາຜູ້ມີອິດທິພົນໃນສື່ສັງຄົມອອນລາຍ, ການໂຄສະນາທາງອອນລາຍ, ການເຜີຍແຜ່ວິດີໂອການທ່ອງທ່ຽວຂອງສະຖານທີ່ໃນລາວ ແລະ ຍັງຈະມີກິດຈະກຳການແຂ່ງຂັນກັນທາງອອນລາຍ ເພື່ອດຶງດູດ ດ້ວຍລາງວັນເຊັ່ນ ການໄປພັກຜ່ອນຟຣີ ໃນຈຸດໝາຍປາຍທາງໃດໜື່ງທີ່ໂດດເດັ່ນ.

ນອກຈາກນີ້, ຍັງຈະໄດ້ມີການໂຄສະນາຜ່ານທາງສື່ສິ່ງພິມເຊັ່ນ ໜັງສືພິມ ແລະ ວາລະສານຊັ້ນນໍາຂອງລາວ ພ້ອມທັງ ວິທະຍຸ ຈະໄດ້ເຜີຍແຜ່ ບົດຄວາມ, ເລື່ອງເລົ່າການພະຈົນໄພ, ຮູບພາບ ແລະ ການໂຄສະນາຮູບແບບຕ່າງໆ  ທີ່ກ່ຽວກັບ ແຄມເປນ ລາວທ່ຽວລາວ. ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ຮ່ວມມືກັບບັນດາຄູ່ຮ່ວມໂຄສະນາເຊັ່ນ The Laotian Times, ຢູ່ນາ ສະຕູດິໂອ, ໂທລະໂຄ່ງ, Muan.la, ວິທະຍຸ ໄວໜຸ່ມລາວ, Discover Laos Today ແລະ ວາລະສານ ມະຫາຊົນ ແລະ ຄາດການວ່າຈະຍັງມີອີກຫຼາຍສື່ ທີ່ຈະມາເຂົ້າຮ່ວມ.

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ຮ່ວມມືກັບບໍລິສັດ RDK Group ຜຸ້ຊ່ຽວຊານດ້ານການວາງແຜນການຕະຫຼາດ ໃນການຈັດຕັ້ງປະຕິບັດ ແຄມເປນ ລາວທ່ຽວລາວ ຜ່ານທາງ Facebook ແລະ Instagram (@laothiaolao) ທີ່ໄດ້ເປີດຕົວ ໃນອາທິດທີ່ຜ່ານມານີ້. ແຄມເປນ ດັ່ງກ່າວ ຈະເລີ່ມຕັ້ງແຕ່ ເດືອນກັນຍາ ປີ 2020 ຈົນເຖິງ ເດືອນມັງກອນ ປີ 2021 ເຊິ່ງມີຄວາມເປັນໄປໄດ້ວ່າຈະສືບຕໍ່ ໃນປີ 2021.

ໂຄງການທັກສະສຳລັບວຽກງານທ່ອງທ່ຽວ(ລາວ/029), ແມ່ນໂຄງການໜື່ງທີ່ໄດ້ຮັບການຈັດຕັ້ງປະຕິບັດໂດຍກະຊວງສຶກສາທິການ ແລະ ກິລາ ແລະ ອົງການລຸກຊຳບວກເພື່ອການພັດທະນາ, ໄດ້ໃຫ້ການສະໜັບສະໜູນ ທາງດ້ານການເງິນ ສຳລັບ ແຄມເປນລາວທ່ຽວລາວ.ໂດຍທີ່ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຕັ້ງເປົ້າໝາຍ ໃນການເພີ່ມທຶນ ຜ່ານການສະໜັບສະໜູນ ຈາກພາກເອກະຊົນ ແລະ ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດ ປະກອບສ່ວນໃນດ້ານອື່ນໆ ຂອງແຄມເປນດັ່ງກ່າວ.

ທ່ານ ໜູພັນ ອຸດສາ

ການສົ່ງເສີມການທ່ອງທ່ຽວພາຍໃນ ແມ່ນມີຄວາມສຳຄັນ ໃນການສະໜັບສະໜູນ ຫົວໜ່ວຍທຸລະກິດ ໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ. ທ່ານ ໜູພັນ ອຸດສາ ຫົວໜ້າກົມ ອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ເນັ້ນໜັກວ່າ: “ຂະແໜງການການທ່ອງທ່ຽວທີ່ເຂັ້ມແຂງ ແມ່ນເປັນສິ່ງທີ່ສຳຄັນໃນການສ້າງໂອກາດໃນການຈ້າງງານໃຫ້ກັບນັກສຶກສາທີ່ຮຽນສາຍການທ່ອງທ່ຽວ ແລະ ການໂຮງແຮມ ໃນທົ່ວປະເທດ.” 

ທ່ານ ບຸນລັບ ດວງພູມີ ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໄດ້ກ່າວວ່າ “ກິດຈະກຳສົ່ງເສີມການທ່ອງທ່ຽວລາວ ແມ່ນ ເປັນການກະຕຸກຊຸກຍູ້ບັນດາຫົວໜ່ວຍທຸລະກິດ ໃນຂະແໜງການທ່ອງທ່ຽວລາວ ໂດຍສະເພາະ ເປັນການຟື້ນຟູ ອຸດສະຫະກຳການທ່ອງທ່ຽວລາວ ໃຫ້ມີຄວາມຟົດຟື້ນ ແລະ ມີຊີວິດຊີວາ ຈົນກວ່າ ນັກທ່ອງທ່ຽວຕ່າງຊາດຈະສາມາດເຂົ້າມາທ່ອງທ່ຽວລາວໄດ້ອີກຄັ້ງ”.

ບັນດາຫົວໜ່ວຍທຸລະກິດ ແລະ ອົງການຈັດຕັ້ງ ທີ່ສົນໃຈ ແພັກເກັດ ໃນການສະໜັບສະໜູນ ຫຼື ການຮ່ວມມື ສາມາດຕິດຕໍ່ ນາງ ຄຳບາງ ອິນຄຳ ທີ່ ສຄອຊ ເພື່ອສອບຖາມຂໍ້ມູນເພີ່ມເຕີມໄດ້ໂດຍກົງທີ່ເບີໂທ 021 453312.

ສະພາບການ Covid-19 ໄດ້ເຮັດໃຫ້ເກີດຄວາມຫຍຸ້ງຍາກແກ່ທຸລະກິດ ການທ່ອງທ່ຽວ ແລະ ການໂຮງແຮມ ໃນປະເທດລາວ, ແຄມເປນ ລາວທ່ຽວລາວ ໂດຍການສະໜັບສະໜູນຈາກ ໂຄງການທັກສະສຳລັບວຽກງານທ່ອງທ່ຽວ (ລາວ/029), ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນທາງດ້ານການເງິນ ຈາກ ລັດຖະບານລາວ, ລັດຖະບານລຸກຊຳບວກ ແລະ ລັດຖະບານສະວິດເຊີແລນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...