Homeຂ່າວທ້ອງຖິ່ນຖ້າລາວຍັງສາມາດບັນລຸໄດ້ 2 ໃນ 3 ມາດຕາເກນກໍ່ຈະຖືກສະເໜີອອກຈາກບັນຊີປະເທດດ້ອຍພັດທະນາໄດ້

ຖ້າລາວຍັງສາມາດບັນລຸໄດ້ 2 ໃນ 3 ມາດຕາເກນກໍ່ຈະຖືກສະເໜີອອກຈາກບັນຊີປະເທດດ້ອຍພັດທະນາໄດ້

Published on

ກົມການຂ່າວ, ກະຊວງການຕ່າງປະເທດ ລາຍງານວ່າ ໃນຕອນຄ່ຳຂອງວັນທີ 08 ກັນຍາ 2020ທີ່ຜ່ານມາ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາງໄກຮ່ວມກັບ ຫ້ອງການຜູ້ຕາງໜ້າຂັ້ນສູງຂອງອົງການ ສປຊ (OHRLLS) ທີ່ຮັບຜິດຊອບກຸ່ມບັນດາປະເທດດ້ອຍພັດທະນາ (LDCs) ທີ່ ນິວຢອກ, ສ. ອາເມລິກາ ເພື່ອກຽມຄວາມພ້ອມໃຫ້ແກ່ການປະເມີນ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ.

ກຸ່ມບັນດາປະເທດດ້ອຍພັດທະນາ ໄດ້ຖືກກໍານົດຂື້ນໂດຍອົງການ ສປຊ ໃນປີ 1971, ເຊິ່ງປັດຈຸບັນມີທັງໝົດ 47 ປະເທດລວມທັງ ສປປ ລາວ. ໃນການປະເມີນຂອງອົງ ການ ສປຊ ໃນ ປີ 2018, ເປັນເທື່ອທໍາອິດທີ່ ສປປ ລາວ ສາມາດບັນລຸ 2 ໃນ 3 ມາດຕາເກນຂອງ ສປຊ ໃນການຫຼຸດພົ້ນອອກຈາກສະຖາ ນະພາບ LDCs, ເຊິ່ງໃນຄັ້ງນັ້ນ ອົງການ ສປຊ ໄດ້ປະເມີນດັດສະນີລາຍໄດ້ແຫ່ງຊາດສະເລ່ຍຕໍ່ຫົວຄົນ (GNI) ຂອງ ສປປ ລາວ ສາມາດບັນລຸໄດ້ 1,996 ໂດລາ/ຄົນ (ມາດຕາເກນຕໍ່າສຸດ 1,230 ໂດລາ/ຄົນ); ດັດຊະນີຊັບສິນມະນຸດ (HAI) ຢູ່ໃນລະດັບ 77.2 ຄະແນນ (ມາດຕາເກນຕໍ່າສຸດ 66). ມີພຽງດັດຊະນີຄວາມບອບບາງທາງດ້ານເສດຖະກິດ (EVI) ທີ່ຍັງບໍ່ທັນບັນລຸ, ສປປ ລາວ ຢູ່ໃນລະດັບ 33.7, ເຊິ່ງມາດຕາເກນ ສປຊ ຕ້ອງຢູ່ໃນລະດັບ 32 ຫຼື ຕໍ່ກວ່າ. ເຖິງຢ່າງໃດກໍ່ຕາມໃນການປະເມີນຮອບວຽນທີ 2 ຂອງອົງການ ສປຊ ໃນປີ 2021, ຖ້າຫາກ ສປປ ລາວ ຍັງສາມາດບັນລຸໄດ້ 2 ໃນ 3 ມາດຕາເກນດັ່ງກ່າວ ຫຼື ບັນລຸເງື່ອນໄຂທັງໝົດ, ສປປ ລາວ ກໍ່ຈະຖືກສະເໜີໃຫ້ອອກຈາກບັນຊີປະເທດດ້ອຍພັດທະນາໄດ້ພາຍໃນປີ 2024.

ໂດຍສືບຕໍ່ການປະເມີນຂອງອົງການ ສປຊ ຄັ້ງຜ່ານມາ ແລະ ເພື່ອກະກຽມຄວາມພ້ອມໃຫ້ແກ່ການປະ ເມີນໃນຮອບທີ 2 ເຊິ່ງຈະມີຂຶ້ນໃນຕົ້ນປີ 2021, ກອງປະຊຸມຄັ້ງນີ້ຈຶ່ງເປັນໂອກາດສຳຄັນເພື່ອປຶກສາຫາ ລືກ່ຽວກັບການກະກຽມຄວາມພ້ອມ ແລະ ຊອກຮູ້ສິ່ງທ້າທາຍໃນກໍລະນີທີ່ ສປປ ລາວ ສາມາດບັນລຸເງື່ອນໄຂຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ເພື່ອກຳນົດທິດທາງ, ສ້າງແຜນການຮ່ວມມືກັບອົງການ ສປຊ ໂດຍສະເພາະແມ່ນການສ້າງຍຸດທະສາດໄລຍະຂ້າມຜ່ານ ແລະ ພາຍຫຼັງຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...