Homeຂ່າວຕ່າງປະເທດອິນໂດເນເຊຍຮຽກຮ້ອງໃຫ້ອາຊຽນຮັກສາຄວາມເປັນກາງ ແລະ ຄວາມສາມັກຄີ

ອິນໂດເນເຊຍຮຽກຮ້ອງໃຫ້ອາຊຽນຮັກສາຄວາມເປັນກາງ ແລະ ຄວາມສາມັກຄີ

Published on

ລັດຖະບານອິນໂດເນເຊຍບໍ່ຕ້ອງການຢູ່ທ່າມກາງການແຂ່ງຂັນຊິງອຳນາດລະຫວ່າງ ສ.ອາເມລິກາ ແລະ ຈີນ ເຊິ່ງຂະຫຍາຍຂອບເຂດມາເຖິງອາຊີຕະເວັນອອກສຽງໃຕ້ຫຼາຍຂຶ້ນ ພ້ອມທັງຮຽກຮ້ອງໃຫ້ອາຊຽນຮັກສາຄວາມເປັນກາງ ແລະ ຄວາມສາມັກຄີ.

ເວັບໄຊ The Jakarta Post ລາຍງານ ເມື່ອວັນທີ 9 ກັນຍານີ້ວ່າ ທ່ານ ນາງ ເຣດໂນ ມາຣ໌ຊູດີ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ກ່າວເມື່ອວັນອັງຄານວ່າ ສະມາຄົມປະຊາຊາດແຫ່ງອາຊຽນ ເຊິ່ງອິນໂດເນເຊຍເປັນສ່ວນໜຶ່ງທີ່ຕ້ອງການເປັນພັນທະມິດກັບທຸກຝ່າຍບໍ່ວ່າຈະເປັນ ສ.ອາເມລິກາ ຫຼື ຈີນກໍ່ຕາມ ອາຊຽນບໍ່ປະສົງຕິດຢູ່ທ່າມກາງການແຂ່ງຂັນໃນລັກສະນະດັ່ງກ່າວ.

ຂະນະດຽວກັນ, ທ່ານ ນາງ ມາຣ໌ຊູດີ ໄດ້ຮຽກຮ້ອງໃຫ້ອາຊຽນຕ້ອງຮ່ວມມືກັນຢຶດໝັ້ນຕໍ່ພື້ນຖານຂອງຄວາມເປັນກາງ ແລະ ຄວາມເປັນເອກະພາບ ເຊິ່ງນາງໄດ້ກ່າວວ່າ ບໍ່ວ່າບັນຍາກາດໃນທະເລຈີນໃຕ້ຈະໜ້າວິຕົກກັງວົນ ແລະ ຕ້ອງໄດ້ຕິດຕາມຢ່າງໃກ້ຊິດຕະຫຼອດກໍ່ຕາມ ເນື່ອງຈາກ ສ.ອາເມລິກາ ແລະ ຈີນ ຕ່າງພາກັນຍົກລະດັບກິດຈະກຳທາງການທະຫານໃນບໍລິເວນນີ້ ສ່ວນໃນທາງການທູດທັງສອງປະເທດສະແດງອອກຊັດເຈນຫຼາຍຂຶ້ນ ບົກພື້ນຖານຂອງຄວາມເປັນປໍລະປັກ ສະຖານະການດັ່ງກ່າວຄືຄວາມຈິງດ້ານພູມສາດການເມືອງທີ່ອາຊຽນຕ້ອງປະເຊີນຮ່ວມກັນຢ່າງຫຼີກລ່ຽງບໍ່ໄດ້.

ທັງນີ້, ລັດຖະມົນຕີກະຊວງການຕ່າງປະເທດທັງ 10 ປະເທດອາຊຽນ ມີປະຊຸມຮ່ວມກັນຜ່ານລະບົບເທເລຄອນເຟີເຣນຮ່ວມກັນຫຼາຍລາຍການຈົນເຖິງທ້າຍອາທິດນີ້ ລວມເຖິງການຫາລືກັບປະເທດຄູ່ເຈລະຈາ ລວມເຖິງ ສ.ອາເມລິກາ ແລະ ຈີນ ເຊິ່ງທັງສອງປະເທດນີ້ຕ່າງຝ່າຍກໍ່ເພີ່ມຄວາມພະຍາຍາມໂນ້ມນ້າວໃຫ້ອາຊຽນ ເຂົ້າຂ້າງຕົນເອງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...