Home​ຂ່າວບັນເທິງເດວິດ ແບັດແຮມ ພ້ອມພັນລະຍາຕິດເຊື້ອໂຄວິດ-19

ເດວິດ ແບັດແຮມ ພ້ອມພັນລະຍາຕິດເຊື້ອໂຄວິດ-19

Published on

ເວັບໄຊ telegraph ລາຍງານວ່າ ເດວິດ ແບັດແຮມ ແລະ ວິກຕໍເຣຍ ພັນລະຍາ ຕິດເຊື້ອໂຄວິດ-19 ຫຼັງເດີນທາງໄປຮ່ວມງານປາຕີ້ທີ່ອາເມລິກາ ແລະ ກັບມາທີ່ອັງກີດ.

ໂດຍຫຼັງຈາກທັງສອງກັບມາທີ່ອັງກິດ ໄດ້ໄປຮ່ວມງານວັນເກີດຂອງ ບຣຸດລິນ ລູກຊາຍໄວອາຍຸ 21ປີ ກ່ອນຈະບິນໄປທີ່ໄມອາມີ ລັດຟໍລິດາ ສ.ອາລິກາ ເຮັດໃຫ້ທັງສອງຄົນກາຍເປັນຜູ້ທີ່ແຜ່ເຊື້ອໃຫ້ກັບອີກຫຼາຍຄົນ.

ແຫຼ່ງຂ່າວລະບຸວ່າ ເດວິດ ແບັດແຮມ ເລີ່ມມີອາການບໍ່ສະບາຍຕົວ ຈາກນັ້ນ ວິກຕໍເຣຍ ກໍ່ເລີ່ມເຈັບຄໍ ແລະ ມີໄຂ້ສູງ ຂະນະທີ່ຄົນໃກ້ຊິດຂອງທັງສອງກໍ່ມີອາການປ່ວຍ ທັງຄົນຂັບລົດ ບໍດີກາດ ລວມເຖິງບັນດາຜູ້ຊ່ວຍ.

ນອກຈາກນີ້, ມີລາຍງານວ່າ ຕອນນີ້ວິກເຕີເຣຍ ວິຕົກກັງວົນຫຼາຍ ແລະ ບອກໃຫ້ຄອບຄົວກັນຕົວພາຍໃນ 14 ວັນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...