Homeຂ່າວທ້ອງຖິ່ນໂຄງການດ້ານອາວຸດນິວເຄຣຍຂອງຈີນ ມີພັດທະນາການໄວວາຢ່າງມີໃຈຄວາມສຳຄັນ

ໂຄງການດ້ານອາວຸດນິວເຄຣຍຂອງຈີນ ມີພັດທະນາການໄວວາຢ່າງມີໃຈຄວາມສຳຄັນ

Published on

ເວັບໄຊຂ່າວ dailynews ລາຍງານວ່າ ກະຊວງປ້ອງກັນປະເທດອາເມລິກາເຜີຍແຜ່ລາຍງານປະຈຳປີວ່າດ້ວຍ “ອຳນາດທາງທະຫານ” ຂອງຈີນ ມີເນື້ອໃນສຳຄັນໃນຕອນໜຶ່ງເປັນການປະເມີນຂີດຄວາມສາມາດດ້ານໂຄງການພັດທະນາອາວຸດນິວເຄຣຍຂອງກອງທັບປົດປ່ອຍປະຊາຊົນຈີນ ຄາດການຈຳ ນວນຫົວຮົບນິວເຄຣຍໃນຄັງແສງ ບໍ່ເກີນ 200 ຫົວຮົບ ຖືເປັນຄັ້ງທຳອິດຢ່າງເປັນທາງການທີ່ເພນຕາກອນໃຫ້ຄວາມເຫັນໃນເລື່ອງນີ້.

ແນວໃດກໍ່ຕາມ, ລາຍງານລະບຸວ່າໂຄງການດ້ານອາວຸດນິວເຄຣຍຂອງຈີນ ມີພັດທະນາການໄວວາຢ່າງມີໃຈຄວາມສຳຄັນ ໂດຍອາເມລິກາຄາດການວ່າ ພາຍໃນທົດສະວັດຕໍ່ໄປກອງທັບປົດປ່ອຍປະຊາຊົນຈີນ ຈະສາມາດຍົກລະດັບອາວຸດນິວເຄຣຍຂອງຕົນເອງໃຫ້ມີປະສິດທິພາບຫຼາຍຂຶ້ນທັງໃນດ້ານຄວາມທັນ ສະໄໝ ແລະ ຄວາມຫຼາກຫຼາຍ ຄວບຄຸມການໃຊ້ງານທາງບົກ, ທາງທະເລ ແລະ ທາງອາກາດ ໝາຍຄວາມວ່າຈຳນວນຫົວຮົບນິວເຄຣຍຂອງຈີນຈະເພີ່ມເປັນຫຼາຍກວ່າ 200 ຫົວຮົບ ພຽງພໍທີ່ຈະຕິດຕັ້ງໄປກັບຂີປະນາວຸດຂ້າມທະວີບ ເຊິ່ງເພນຕາກອນເຊື່ອວ່າ ມີລັດສະໝີທຳການໄກເຖິງແຜ່ນດິນອາເມລິກາ.

ຂະນະທີ່ລັດຖະບານຈີນຍັງບໍ່ມີປະຕິກິລິຍາຢ່າງເປັນທາງການຕໍ່ການເຜີຍແຜ່ລາຍງານດັ່ງກ່າວຂອງອາເມລິກາ ຂະນະທີ່ຍ້ອນກັບໄປເມື່ອເດືອນກໍລະກົດ ທີ່ຜ່ານມາ ຈີນກ່າວວ່າ ມີຈຸດຢືນຊັດເຈນ ກ່ຽວກັບປະເດັນຂໍ້ຕົກລົງນິວເຄຣຍໃໝ່ ເຊິ່ງອາເມລິກາຕ້ອງການໃຫ້ເປັນແບບໄຕພາຄີ ຄື ມີລັດເຊຍ ແລະ ຈີນເຂົ້າຮ່ວມ ວ່າຈະເກີດຂຶ້ນຕໍ່ເມື່ອອາເມລິກາຫຼຸດຈຳນວນອາວຸດນິວເຄຣຍ ໃຫ້ສອດຄ່ອງ ກັບປະລິມານທີ່ລັດຖະບານຈີນມີຢູ່.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...