ຊຽງຂວາງເກມຄັ້ງທີ 11 ກຽມພ້ອມ 100%

ໜັງສືພິມວຽງຈັນທາມ ລາຍງານວ່າ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ກຽມ ພ້ອມແລ້ວ 100%  ໂດຍສະເພາະ ສະໜາມກີລາທີ່ຈະນຳໃຊ້ເຂົ້າໃນພິທີເປີດ-ປິດ ແລະ ສະຖານທີ່ພັກເຊົາຂອງຄະນະນຳ, ຄູຝຶກ ແລະ ນັກກິລາ ກໍ່ໄດ້ມີການປັບປຸງແກ້ໄຂຄືນໃໝ່ ສໍາເລັດໄປແລ້ວ 100%, ປະຈຸບັນ ຍັງລໍຖ້າທາງລັດຖະບານ​ ກໍຄື ກະຊວງສຶກສາທິການ ແລະ ກິລາ ອະນຸມັດເປີດການແຂ່ງຂັນຢ່າງເປັນທາງການ ໃນມື້ໃດເທົ່ານັ້ນ.

ໃນໂອກາດດັ່ງກ່າວ, ຫົວໜ້າພະ​ແນກ​ສຶກ​ສາ​ທິ​ການ ແລະ ກີລາ​ ແຂວ​ງຊຽງ​ຂວາງ, ທ່ານ ບົວລີ ພັນນາວົງ ໄດ້ລາຍງານ ໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນ ປີ 2019-2020 ໃນລະຫວ່າງວັນທີ 27-28 ສິງຫາ 2020 ທີ່ນະຄອນຫຼວງວຽງຈັນ ວາ່: ສໍາລັບ ພິທີ​ເປີດ-ປິດ ​ແລະ ປະດັບ​ປະດາ​ສະໜາມ​ກິລາປະ​ເພດ​ຕ່າງໆ​, ຕິດ​ຕັ້ງ​ລະບົບ​ອິນ​ເຕີ​ເນັດ,ຈັດພິມໃບຍ້ອງຍໍ ແລະ ວິທີການມອບຫຼຽນແຕ່ລະປະເພດ ສຳ​ເລັດ 100%, ຂຶ້ນທະບຽນອອກບັດ​ໃຫ້ຄະນະຮັບ ຜິດຊອບຈັດງານ, ຄູຝຶກ, ນັກກິລາຂອງແຕ່ລະແຂວງ, ໄດ້ຈັດພິມບັດຄ້ອງຄໍສໍາເລັດໄປແລ້ວຈໍານວນ 2,534 ບັດ ພ້ອມ​ທັງ ກຽມ​ຫຼຽນ​ລາງວັນ, ສັດ​ນໍາ​ໂຊກ​ກະຕຸ​ນນົກ​ແອ່ນ​ ແລະ ອື່ນໆ.

ພ້ອມນັ້ນ, ດ້ານກຳ​ມະ​ການ​ເຕັກ​ນິກ-ຈັດ​ການ​ແຂ່ງ​ຂັນ ແມ່ນໄດ້ສຳ​ເລັດ​ການ​ຈັດຊື້​ເຄື່ອງ​ນຸ່ງ​ນັກ​ກິ​ລາ​ແຕ່​ລະ​ປະ​ເພດ ​ແລະ ອຸປະກອນ​ຕ່າງໆ​ຮັບ​ໃຊ້​ໃນການ​ແຂ່ງຂັນ​ກິລາແຕ່ລະ​ປະ​ເພດ, ຈັດພິມປື້ມລະບຽບການແຂ່ງຂັນກິລາແຕ່ລະປະເພດ, ຈັດ​ຊື້ລະບົບ​ໄອ​ທີ​​ແບບ​ອອນ​ລາຍ, ການ​ຝຶກ​ແອບ ນາງ​ສາວມອບ​ຫຼຽນ, ສໍາເລັດການກະກຽມດ້ານໂຮງແຮມ, ບ້ານພັກ, ຮ້ານອາຫານ ຮັບຕ້ອນແຂກ, ສຳເລັດການ​ກໍານົດ​ວິທີ​ແຫ່​ທວນ​ໄຟ, ແຫ່​ໄຫ​ຫີນ,  ວິທີ​ຈູດ​ທວນ​ໄຟ; ການ​ຝຶກ​ແອບ​ນັກສະ​ແດງ, ການ​ສວນສະໜາມ, ສຳ​ເລັດ​ການ​ຈັດ​ຊື້​ເຄື່ອງ​ໄຟແສງ-ສີ ແລະ ອຸ​ປະ​ກອນ​ຕ່າງໆ ຮັບ​ໃຊ້​ການ​ສະ​ແດງ ແລະ ອື່ນໆ​.

ຮຽບຮຽງຂ່າວ:​ ພຸດສະດີ