Homeຂ່າວຕ່າງປະເທດຂ່າວລື! ນາຍົກລັດຖະມົນຕີຍີ່ປຸ່ນກຽມລາຕຳແໜ່ງເນື່ອງຈາກບັນຫາສຸຂະພາບ

ຂ່າວລື! ນາຍົກລັດຖະມົນຕີຍີ່ປຸ່ນກຽມລາຕຳແໜ່ງເນື່ອງຈາກບັນຫາສຸຂະພາບ

Published on

ເວັບໄຊ sanook ລາຍງານໂດຍອ້າງແຫຼ່ງຂ່າວຈາກພັກເສລີປະຊາທິປະໄຕ ໃນວັນທີ 28 ສິງຫານີ້ວ່າ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ກຽມຈະອຳລາຕຳແໜ່ງເນື່ອງຈາກເຫດຜົນດ້ານສຸຂະພາບ.

ທ່ານ ອາເບະ ໄດ້ປະຕິບັດໜ້າທີ່ນາຍົກລັດຖະມົນຕີຍີ່ປຸ່ນຕັ້ງແຕ່ເດືອນ ທັນວາ 2013 ຫຼັງຈາກທີ່ເຄີຍຢຸດປະຕິບັດໜ້າທີ່ຊົ່ວຄາວເປັນເວລາ 1 ປີ ໃນລະຫວ່າງປີ 2007-2008.

ທ່ານ ອາເບະ ໄດ້ຮັບການຍໍ້ຍອງເມື່ອບໍ່ດົນມານີ້ວ່າເປັນຜູ້ນຳສູງສຸດທີ່ດຳລົງຕຳແໜ່ງນາຍົກລັດຖະ ມົນຕີຍາວນານທີ່ສຸດໃນປະຫວັດສາດຂອງຍີ່ປຸ່ນ.

ທັງນີ້, ທ່ານ ອາເບະ ໄວອາຍຸ 65ປີ ໄດ້ເຂົ້າຮັກສາຕົວທີ່ໂຮງໝໍຫຼາຍຄັ້ງໃນເດືອນ ສິງຫາ ໂດຍທີມຜູ້ຊ່ວຍໄດ້ກ່າວວ່າ ເປັນການກວດສຸຂະພາບຕາມປົກກະຕິ ແລະ ເປັນການຕິດຕາມຜົນກວດສຸຂະພາບຫຼັງ ຈາກທີ່ເພິ່ນໄດ້ຮາກອອກເປັນເລືອດທີ່ທຳນຽບນາຍົກລັດຖະມົນຕີເມື່ອຕົ້ນເດືອນກໍລະກົດທີ່ຜ່ານມາ.

ແນວໃດກໍ່ຕາມ, ປະເດັນສຸຂະພາບຂອງທ່ານ ອາເບະ ຖືເປັນເລື່ອງທີ່ຊາວຍີ່ປຸ່ນໃຫ້ຄວາມສົນໃຈມາໂດຍຕະຫຼອດ ຫຼັງຈາກທີ່ເພິ່ນເຄີຍປະກາດລາອອກຈາກຕຳແໜ່ງຢ່າງກະທັນຫັນໃນປີ 2008 ຂະນະທີ່ດຳລົງຕຳແໜ່ງໄດ້ພຽງ 1 ປີ ໂດຍຄັ້ງນັ້ນທ່ານ ອາເບະ ອ້າງເຖິງອາການປ່ວຍຈາກໂຣກລຳໄສ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...