Homeນານາສາລະປະເພນີບຸນຫໍ່ເຂົ້າປະດັບດິນ

ປະເພນີບຸນຫໍ່ເຂົ້າປະດັບດິນ

Published on

ແຮມ 15 ຄ່ຳເດືອນ 9 ເປັນວັນບຸນຫໍ່ເຂົ້າປະດັບດິນ, ຕາມຮີດ 12 ຄອງ 14 ຂອງຊາວພຸດລາວເຮົາເຄີຍປະຕິບັດມາ ແລະ ແຕ່ຮຸ່ງເຊົ້າຂອງມື້ນີ້ ຢູ່ຕາມວັດວາອາຣາມຕ່າງໆໃນທົ່ວປະເທດ ພວກເຮົາຈະເຮັດອອກຕົນຍາດໂຍມຊາວພຸດທັງຫຼາຍ ຈະມາຮ່ວມກັນຕັກບາດ, ຖວາຍສັງຄະທານ ແກ່ພະສົງຕາມປະເພນີ, ຕ່າງກໍຈະປະດັບປະດາໄປດ້ວຍ ເຄື່ອງນຸ່ງໃໝ່ທີ່ສວຍງາມທັງຍິງ ແລະ ຊາຍ, ເຖົ້າແກ່ອາວຸໂສກໍຈະຖືຂັນ, ຖືໂອທີ່ກະກອບໄປດ້ວຍວັດຖຸປັດໄຈ, ທູບທຽນ, ດອກໄມ້ບູຊາເຂົ້າມາໃນວັດ, ເພື່ອຮ່ວມໃສ່ບາດ ແລະ ຟັງເທດສະໜາຢ່າງພ້ອມພຽງຮຽງໜ້າ ແລະ ຈິດໃຈທີ່ຊື່ນບານ, ໂດຍໄດ້ນຳເອົາເຄື່ອງປັດໄຈທານຂອງຕົນໄປມອບແດ່ພະສົງສຳມະເນນ ດ້ວຍຈິດໃຈອັນຜ່ອງໃສ່ ແລະ ໃນມື້ນີ້ເອງທີ່ຊາວລາວສ່ວນຫຼາຍ ຕ່າງກໍຈະເຮັດພາເຂົ້າທິບ, ເພື່ອສະນຶກເຖິງຄຸນຂອງພະຣັດຕະນະໄຕຣ 3 ປະການຄື: ຄຸນພະພຸດ, ພະທຳ ແລະ ພະສົງ, ພ້ອມທັງອຸທິດສ່ວນບຸນກຸສົນ ໄປເຖິງດວງວິນຍານຂອງບັນພະບູລຸດ, ຄຸນບິດາ, ມານດາ,ຄູບາອາຈານ ແລະ ຍາດຕິພີ່ນ້ອງທີ່ລວງລັບໄປແລ້ວນັ້ນ ໃຫ້ມາຮັບເອົາເຄື່ອງປັດໄຈທານຕ່າງໆດັ່ງກ່າວ.

ຕາມຄຳບອກເລົ່າຂອງຜູ້ເຖົ້າຜູ້ແກ່ວ່າ: ປະເພນີບຸນຫໍ່ເຂົ້າປະດັບດິນ ເປັນຮີດ ທີ 9 ໃນ 12 ຮີດທີ່ຄົນລາວເຮົາເຄີຍສືບທອດປະຕິບັດກັນມາແຕ່ບູຮານນະການ. ເມື່ອກ່ອນປະເພນີບຸນຫໍ່ເຂົ້າປະດັບດິນ ແມ່ນໝາຍເຖິງການເອົາເຂົ້າ ແລະ ອາຫານຕ່າງໆ ໄປບູຊາຕາມຕົ້ນໄມ້, ຕາມແຄມປ່າ, ຕາມຫໍເຈົ້າຫລັກເມືອງ ເພື່ອໃຫ້ຜີປູ່ຍ່າຕານາຍທີ່ລ່ວງລັບໄປນັ້ນ ໄດ້ມີຢູ່ມີກິນ. ແຕ່ຕໍ່ມາພາຍຫລັງທີ່ສາສະໜາພຸດເຂົ້າມາມີອິດທິພົນ ຄວາມເຊື່ອກໍປ່ຽນໄປພ້ອມນັ້ນ ຍັງມີການເຮັດບຸນຕັກບາດ, ຖວາຍສັງຄະທານຢູ່ຕາມວັດວາອາຮາມຕ່າງໆອີກດ້ວຍ. ປະເພນີບຸນຫໍ່ເຂົ້າປະດັບດິນນີ້ ເພິ່ນກຳນົດໃນມື້ແຮມ 14 ຄໍ່າເດືອນ 9 ລາວ, ໃນປີນີ້ແມ່ນກົງກັບວັນທີ 1 ເດືອນກັນຍາ ແລະ ຍ້ອນຫຍັງຈຶ່ງມີຊື່ບຸນຫໍ່ເຂົ້າປະດັບດິນນີ້ ກໍຍ້ອນວ່າເອົາເຄື່ອງສັກກາລະບູຊາ, ເຂົ້າປາອາຫານແຫ້ງຕ່າງໆ, ມີທັງໝາກໄມ້, ຂອງຫວານຂອງຄາວຂອງກິນຕາມພື້ນບ້ານເຮົາ ແລ້ວເອົາໄປວາງໄວ້ ຕາມດິນແຄມທ້າຍວັດ, ກ້ອງຕົ້ນໄມ້ຕາມຄວາມສະ ດວກຂອງໃຜລາວ, ຈຸດປະສົງແມ່ນ ເພື່ອເປັນການອະນຸເຄາະແດ່ພວກຜີເຜດ ທີ່ບໍ່ມີທີ່ຢູ່ອາໄສໄຮ້ຍາດຂາດມິດ ເຊິ່ງມີຄວາມເຊື່ອທີ່ສືບທອດກັນມາແຕ່ບູຮານ.

ການກະກຽມ ແລະ ພິທີກຳກ່ຽວກັບບຸນເຂົ້າປະດັບດິນນີ້ ກໍບໍ່ຕ່າງຈາກບຸນອື່ນໆພໍເທົ່າໃດ ຄືຕອນແລງຂອງມື້ 13 ຄໍ່າ ພໍ່ແມ່ພີ່ນ້ອງທັງຫລາຍຕ່າງກໍຈະພາກັນຫໍ່ເຂົ້າຕົ້ມ, ກະກຽມເຄື່ອງຢູ່ຂອງກິນຕ່າງໆ ມາລວມກັນແລ້ວເຮັດເປັນຫໍ່ໄວ້. ເມື່ອຮອດມື້ 14 ຄໍ່າກໍພາ ກັນໄປຢາຍຫໍ່ເຂົ້າ ຕັ້ງແຕ່ເວລາ 3 ໂມງຈົນຮອດ 5 ໂມງເຊົ້າ(ກ່ອນແຈ້ງ).ຈາກນັ້ນ ໃນຕອນເຊົ້າມາ ກໍຈະພາກັນເຂົ້າວັດເຮັດພິທີໄຫ້ວພະ, ຮັບສິນ, ໃສ່ບາດ, ຖວາຍສັງຂະທານ ແລະ ຟັງທຳມະເທສະໜາຕາມປະເພນີ.

ບຸນເຂົ້າປະດັບດິນນີ້ ນອກຈາກເປັນບຸນອຸທິດໃຫ້ຍາດແລ້ວ ເຮັດໃຫ້ຜູ້ເປັນລູກຫລານລະນຶກເຖິງ ບຸນ ຄຸນຜູ້ເປັນບັນພະບູລຸດ ດັ່ງນັ້ນພວກເຮົາທີ່ເປັນຄົນລາວ ຈົ່ງຊ່ວຍກັນປະພຶດປະຕິບັດປະເພນີໃຫ້ຖືກຕ້ອງ ເພື່ອສືບທອດໃຫ້ລູກຫລານຜູ້ເກີດໃໝ່ໃຫຍ່ລຸນ ຮູ້ຈັກປະເພນີອັນດີງາມດີງາມດັ່ງກ່າວ.

ຮຽບຮຽງບົດໂດຍ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...