Homeຂ່າວຕ່າງປະເທດສ ປປ ລາວ ແລະ ປະເທດທົ່ວໂລກສະແດງຄວາມເສຍໃຈຕໍ່ເຫດການລະເບີດໃນເມືອງເບຣຸດ

ສ ປປ ລາວ ແລະ ປະເທດທົ່ວໂລກສະແດງຄວາມເສຍໃຈຕໍ່ເຫດການລະເບີດໃນເມືອງເບຣຸດ

Published on

ເວັບໄຊ sanook ລາຍງານວ່າ ເມື່ອວັນທີ 5 ສິງຫາ ຄະນະລັດຖະມົນຕີລີບັງໄດ້ປະກາດພາວະສຸກເສີນເປັນເວລາ 2 ອາທິດ ໃນນະຄອນຫຼວງເບຣຸດ ລວມເຖິງໃຫ້ອຳນາດທະຫານເຂົ້າຈັບກຸມຕົວຜູ້ທີ່ມີສ່ວນກ່ຽວຂ້ອງກັບການລະເບີດໃນຄັ້ງນີ້ ເມື່ອວັນທີ 4 ສິງຫາ ທີ່ຜ່ານມາ ເຊິ່ງເຫດການດັ່ງກ່າວໄດ້ເຮັດໃຫ້ປະຊາຊົນກວ່າ 300,000ຄົນ ບໍ່ມີທີ່ຢູ່ອາໄສ, ເສຍຊີວິດ 135ຄົນ ແລະ ບາດເຈັບຫຼາຍກວ່າ 5,000ກີບ.

ກະຊວງການຕ່າງປະເທດ ລາຍງານວ່າ: ສປປລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ຕໍ່ເຫດການລະເບີດຮຸນແຮງ ທີ່ ນະຄອນຫຼວງ ເບຣຸດ ໃນວັນທີ 4 ສິງຫາ 2020 ຜ່ານມາ.

ໃນວັນທີ 5 ສິງຫາ ທີ່ຜ່ານມາ ບັນດາປະເທດທົ່ວໂລກໄດ້ສະແດງຄວາມເສຍໃຈຕໍ່ເຫດການລະເບີດຢ່າງຮຸນແຮງທີ່ເກີດຂື້ນ ໃນນະຄອນຫຼວງ ເບຣຸດ ປະເທດລີບັງ (ເລບານອນ) ພ້ອມທັງປະກາດວ່າ ຈະໃຫ້ຄວາມຊ່ວຍເຫຼືອ ໃນໄລຍະເວລາທີ່ພວມຜະເຊີນກັບຄວາມຫຍຸ້ງຍາກ. ທ່ານ ໂດນັນທຣຳ ປະທານາທິບໍດີ ສ.ອາເມລິກາ, ທ່ານ ຊາຣລ ມິເຊລ ປະທານ ຄະນະມົນຕີ ເອີຣົບ(EU) ປະ ກາດວ່າ: ກຽມພ້ອມໃຫ້ຄວາມຊ່ວຍເຫຼືອ, ສ່ວນທ່ານນາງ ອັງເກລາ ແມຣເຄີລ ນາຍົກລັດຖະມົນຕີ ເຢຍ ລະມັນ, ທ່ານ ສກອດ ມໍຣຣີສັນ ນາຍົກລັດຖະມົນຕີ ອົດສະຕຣາລີ ກໍກ່າວວ່າ: ຈະໃຫ້ຄວາມຊ່ວຍເຫຼືອແກ່ຊາວລີບັງ ແລະ ສະແດງຄວາມເສຍໃຈຕໍ່ຜູ້ສູນເສຍບຸກຄົນອັນເປັນທີ່ຮັກ ແລະ ຫວັງວ່າຜູ້ທີ່ໄດ້ຮັບຄວາມເຈັບປວດ ເຫຼົ່າານີ້ ຈະຟື້ນຕົວຂື້ນ ໃນໄວໆນີ້.

ໃນຂະນະທີ່ ອິດສະຣາແອນ ທີ່ເຮັດສົງຄາມສູ້ຮົບກັບລີບັງຫຼາຍຄັ້ງ ໃນອະດິດກໍ່ໄດ້ສົ່ງກຳລັງໃຈ ແລະ ຊ່ວຍເຫຼືອທາງການແພດ ໂດຍອິດສະຣາແອນ ປະສານງານກັບລີບັງຜ່ານຊ່ອງທາງການທູດ ແລະ ການປ້ອງກັນສາກົນ. ຢ່າງໃດກໍ່ຕາມ ກາຕາ, ອີຣັກ ແລະ ກູເວດ ພ້ອມໃຈສະແດງ ຄວາມຊ່ວຍເຫຼືອດ້ານການແພດໄປຍັງເລບານອນ, ເຊິ່ງກາຕາ ສົ່ງຊຸດໂຮງໝໍສະໜາມ ທີ່ປະກອບດ້ວຍ ຕຽງຄົນເຈັບ 500 ຕຽງ ຈຳນວນ 2 ຊຸດ ແລະ ອື່ນໆ.

ປະທານາທິບໍດີ ເອັມມານູເອລ ມາຄຣອງ ຂອງຝຣັ່ງ ໄດ້ເດີນທາງໄປຢຽມຢຽມນະຄອນຫຼວງເບຣຸດເມື່ອວັນທີ 6 ສິງຫາ ທັງຝຣັ່ງ,​ຣັດເຊຍ, ​ກາຕາ, ​ຈໍແດນ ແລະ ອິຫຼ່ານ ປະກາດຈະໃຫ້ການຊ່ວຍເຫຼືອທາງການແພດແກ່ລີບັງ ແລະ ທາງສາທາລະນະເຊັກກໄດ້ສົ່ງທີມກູໄພ 37 ຄົນ ພ້ອມໝາດົມກິ່ນເພື່ອຄົ້ນຫາບຸກຄົນຕາມຊາກຫັກພັງ ສ່ວນສົມເດັດພຣະສັນຕະປາປາຟຣານຊິສ ແຫ່ງນະຄອນລັດວາຕິກັນກໍ່ຊ່ວຍຊວດມົນພາວະນາໃຫ້ຊາວລີບັງຜ່ານວິກິດຄັ້ງນີ້ໄປໄດ້.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...