Homeຂ່າວທ້ອງຖິ່ນລາຄາຄໍາທີ່ສູງຂຶ້ນສົ່ງຜົນກະທົບຕໍ່ເຈົ້າຂອງຮ້ານຄຳ

ລາຄາຄໍາທີ່ສູງຂຶ້ນສົ່ງຜົນກະທົບຕໍ່ເຈົ້າຂອງຮ້ານຄຳ

Published on

ສະມາຄົມຊາວຄ້າຂາຍອັນຍະມະນີ ແລະ ເຄື່ອງປະດັບລາວ ແຈ້ງໃຫ້ຮູ້ວ່າ: ລາຄາຄໍາຢູ່ລາວ ແລະ ໃນໂລກ ຂຶ້ນສູງເປັນປະຫວັດສາດ ເຊິ່ງລາຄາຄໍາທີ່ສູງນີ້ຈະບໍ່ສົ່ງຜົນກະທົບຕໍ່ເສດຖະກິດຂອງປະເທດລາວ ມີພຽງແຕ່ເຈົ້າຂອງຮ້ານ ຫຼື ຮ້ານຂາຍຄໍາເທົ່ານັ້ນທີ່ໄດ້ຮັບຜົນກະທົບຍ້ອນຍອດການຂາຍຫຼຸດລົງ.

ທ່ານ ພູວົງ ພະມີສິດ ປະທານ ສະມາຄົມຊາວຄ້າຂາຍອັນຍະມະນີ ແລະ ເຄື່ອງປະດັບລາວ ທັງເປັນປະທານກຸ່ມຄ້າຂາຍຕະຫຼາດເຊົ້າ ໄດ້ກ່າວຕໍ່ ທີມງານວຽງຈັນທາຍ ເມື່ອບໍ່ດົນມານີ້ກ່ຽວກັບລາຄາຄໍາທີ່ຂຶ້ນສູງວ່າ: ລາຄາຄໍາທີ່ເພີ່ມຂຶ້ນສູງນີ້ຍັງບໍ່ເຄີຍມີຈັກເທື່ອ ຄືຢູ່ປະເທດລາວເຮົາ ຂຶ້ນສູງເຖິງ 9.000.000 ກວ່າກີບ/ບາດ, ແຕ່ວ່າລາຄາຄໍາທີ່ສູງຂຶ້ນນີ້ໄດ້ສົ່ງຜົນກະທົບໂດຍກົງຕໍ່ຮ້ານຂາຍຄໍາ ເພາະຈະມີຜູ້ມາຂາຍເຂົ້າຮ້ານ ຫຼາຍກວ່າຜູ້ທີ່ມາຊື້ ຄືປັດຈຸບັນນີ້ຖ້າທຽບກັນແລ້ວລະຫວ່າງຜູ້ທີ່ມາຂາຍ ແລະ ຜູ້ທີ່ມາຊື້ຄໍາ ປະກົດວ່າຜູ້ທີ່ມາຂາຍຈະຫຼາຍກວ່າ. ລາຄາຄໍາທີ່ຂຶ້ນສູງນີ້ມັນຈະຂຶ້ນສູງອີກ ຫຼື ຫຼຸດລົງຍັງບໍ່ມີໃຜປະເມີນໄດ້ ເພາະບາງມື້ມີການຂຶ້ນລົງຮອດ 10 ເທື່ອກໍ່ມີ. ເມື່ອຖາມວ່າລາຄາຄໍາຢູ່ລາວຈະລົງບໍ ແນ່ນອນມັນຕ້ອງລົງ ແຕ່ຈະລົງຮອດ 5 ລ້ານປາຍຄືສິບໍ່ມີແລ້ວ ອາດຈະລົງ ຢູ່ໃນລະດັບ 6-7 ລ້ານປາຍປະມານນັ້ນ.

ທ່ານພູວົງ ໄດ້ກ່າວຕື່ມວ່າ: ລາຄາຄໍາທີ່ສູງຂຶ້ນນີ້ແມ່ນເກີດຈາກຫຼາຍປັດໃຈ ຫຼື ຫຼາຍສາເຫດເຊັ່ນ: ຍ້ອນເກີດສົງຄາມການເມືອງ ແລະ ສົງຄາມດ້ານການຄ້າຂອງບັນດາປະເທດມະຫາອໍານາດໃນໂລກ, ຍ້ອນການລະບາດຂອງພະຍາດໂຄວິດ-19 ທີ່ລະບາດໃນທົ່ວໂລກ, ຍ້ອນການຜັກດັນຍູ້ເສດຖະກິດຂອງແຕ່ລະປະເທດໃນໂລກຫຼັງຈາກທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຊຶ່ງແຕ່ລະປະເທດໄດ້ມີການພິມເງິນປະເທດຕົວເອງອອກເປັນຈໍານວນຫຼາຍເພື່ອຍູ້ເສດຖະກິດຂອງປະເທດນັ້ນໆ, ດັ່ງນັ້ນເມື່ອເວລາພິມອອກມາຫຼາຍໄດ້ເຮັດໃຫ້ເງິນເຟີ້ ຈຶ່ງໄດ້ເຮັດໃຫ້ສິນຄ້າທີ່ມີຄວາມໝັ້ນຄົງທີ່ສຸດກໍ່ຄືຄໍາ ມີຄວາມຕ້ອງການຊື້ໄປກັກຕຸນໄວ້ຫຼາຍ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...