Homeຂ່າວທ້ອງຖິ່ນກົມອຸຕຸນິຍົມແຈ້ງເຕືອນໄພຝົນຕົກໜັກໃນລະຫວ່າງວັນທີ 31 ກໍລະກົດ ຫາ 04 ສິງຫາ 2020.

ກົມອຸຕຸນິຍົມແຈ້ງເຕືອນໄພຝົນຕົກໜັກໃນລະຫວ່າງວັນທີ 31 ກໍລະກົດ ຫາ 04 ສິງຫາ 2020.

Published on

ພາຍຸດີເປຣຊັ່ນ ໄດ້ກໍ່ໂຕຢູ່ທະເລຈີນໃຕ້, ເວລາ 7 ໂມງເຊົ້າ ຂອງວັນທີ 31 ກໍລະກົດ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 16.9 ອົງສາເໜືອ ແລະ ເສັ້ນແວງທີ 113.1 ອົງສາຕາເວັນອອກ ພວມເຄື່ອນທີ່ໄປທາງທິດຕາເວັນຕົກ-ຕາເວັນຕົກສຽງເໜືອ ດ້ວຍຄວາມໄວ 20 ກໍໂລແມັດຕໍ່ຊົ່ວໂມງ, ພ້ອມດຽວກັນມໍລະສຸມຕາເວັນຕົກສຽງໃຕ້ມີກຳລັງແຮງເພີ່ມຂຶ້ນພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ.

  • ໄລຍະວັນທີ 31 ກໍລະກົດ ຫາ 01 ສິງຫາ 2020 ຈະມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້ ເຊັ່ນ: ແຂວງ ຫົວພັນ, ຊຽງຂວາງ, ວຽງຈັນ,​ໄຊສົມບູນ, ບໍລິຄຳໄຊ,​ ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື.
  • ໄລຍະວັນທີ 02 ຫາ 04 ສິງຫາ 2020 ຈະມີຝົນຕົກເປັນບໍລິເວນກວ້າງ, ພ້ອມຈະມີລົມພັດແຮງໃນຂອບເຂດທົ່ວປະເທດ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອົງການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມແຮງ, ທີ່ຈະເຮັດໃຫ້ເກີດມີຟ້າຜ່າ, ນໍ້າຖ້ວມຊຸ, ຖ້ວມອັ່ງ ແລະ ດິນເຈື່ອນ ຢູ່ບັນດາແຂງ ຜົ້ງສາລີ,​ຫົວພັນ,​ຊຽງຂວາງ,​ອຸດົມໄຊ,ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ,​ໄຊຍະບູລີ,ວຽງຈັນ,​ໄຊສົມບຸນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ,​ຈຳປາສັກ, ອັດຕະປື ແລະ ນັບທັງນະຄອນຫຼວງວຽງຈັນ. ຂໍໃຫ້ຕິດຕາມສະພາບອາກາດຢ່າງໃກ້ຊິດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...