Homeຂ່າວທ້ອງຖິ່ນຮອງນາຍົກເນັ້ນແຂວງອັດຕະປື-ເມືອງ ສະໜາມໄຊ ເພີ່ມທະວີການກວດກາດ້ານຄວາມໂປ່ງໃສ

ຮອງນາຍົກເນັ້ນແຂວງອັດຕະປື-ເມືອງ ສະໜາມໄຊ ເພີ່ມທະວີການກວດກາດ້ານຄວາມໂປ່ງໃສ

Published on

ອີງຕາມການລາຍງານຂ່າວ ຈາກເວັບໄຊ ວຽງຈັນທາມ ໃນວັນທີ 29 ກໍລະກົດ ໃຫ້ຮູ້ວ່າ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ອົງການປົກຄອງແຂວງອັດຕະປື ແລະ ເມືອງ ສະໜາມໄຊ ເພີ່ມທະວີການກວດກາ​ດ້ານ​ຄວາມ​ໂປ່​ງ​ໃສ​ຂອງ​ພາກສ່ວນ​ຕ່າງໆ​ໃນ​ການ​ຄຸ້ມ​ຄອງ​ທຶນຮອນ, ຊັບ​ສິນ, ງົບປະມານ​ຊົດ​ເຊີຍ, ຊ່ວຍເຫຼືອ​ຜູ້​ຖືກ​ຜົນ​ກະທົບ ຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກໃນວັນທີ່ 23 ກໍລະກົດ 2018 ບໍ່​ໃຫ້​ເກີດ​ມີ​ຊ່ອງ​ວ່າງ​ສວຍໂອກາດ​ຕ່າງໆ.

ທ່ານ ບຸນທອງ ຈິດ​ມະນີ ຮອງ​ນາຍົກລັດຖະມົນຕີ ປະທານ ຄະນະ​ກວດກາ​ສູນ​ກາງ​ພັກ ປະທານອົງການ​ກວດກາ​ລັດຖະບານ ແລະ ຫົວໜ້າ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ສູນ​ກາງ ໄດ້ເປັນປະທານກອງ​ປະຊຸມ​ຖອດ​ຖອນ ​ບົດຮຽນ​ກ່ຽວ​ກັບ​ຜົນ​ການກວດກາ, ການ​ສືບ​ສວນ​- ສອບສວນ ສາເຫດຄູ​ກັນ​ນ້ຳເຂື່ອນ ​ໄຟຟ້າເຊ​ປຽນ​-​ເຊ​ນ້ຳນ້ອຍແຕກ ຢູ່ ເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່​ຫ້ອງ​ວ່າການ​ປົກຄອງ​ແຂວງ​ອັດ​ຕະ​ປື.

ເນື່ອງໃນໂອກາດດັ່ງກ່າວ ທ່ານຮອງນາຍົກໄດ້ເນັ້ນໃຫ້ກະຊວງ ແລະ ອົງການ​ປົກຄອງ​ທ້ອງຖິ່ນ​ທີ່​ກ່ຽວຂ້ອງ ຕ້ອງ​ເອົາໃຈໃສ່ ແລະ ມີ​ຄວາມ ຮັບຜິດຊອບ​ສູງ​ໃນ​ການອະນຸມັດ, ຮັບຮອງການ​ກໍ່ສ້າງ​ໂຄງການ​ພັດທະນາ​ໄຟຟ້າໃນຕໍ່ໜ້າ, ຫຼີກ​ລ່ຽງ​ການ​ເຮັດ​ແບບ​ຟ້າວ​ຟັ່ງ ຫຼື ເອື່ອຍ​ອີງໃສ່​ແຕ່​ການ​ສະໜອງ​ຂໍ້​ມູນ​ຈາກ​ເຈົ້າ​ຂອງ ໂຄງການ ຫຼື ບໍລິສັດ​ພຽງ​ແຕ່​ຝ່າຍ​ດຽວ, ຕ້ອງເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​ບັນດາໂຄງການ​ໄຟຟ້າ, ບ່ອນ​ໃດ​ທີ່ໄດ້​ມີ​ການ​ອະນຸຍາດ​ໃຫ້​ພັດທະນາ ກໍ​ຕ້ອງ​ມີ​ການ​ຄຸ້ມ​ຄອງ, ຕິດ​ຕາມ​-​ກວດກາ​ໃຫ້​ເປັນ​ປົກກະຕິ ແລະ ຖືກຕ້ອງ​ຕາມ​ກົດໝາຍ, ຕ້ອງ​ມີ​ລະບຽບ​ການ ແລະ ມາດ​ຕະການ​ລະອຽດ​ຈະແຈ້ງ, ຄະນະ​ຮັບຜິດຊອບ ແລະ ກະຊວງ​ທີ່​ກ່ຽວຂ້ອງ​ຕ້ອງ​ເອົາໃຈໃສ່ ປະສານ​ສົມທົບ​ກັບ​ແຂວງ​ອັດ​ຕະ​ປື ກໍ​ຄື​ເມືອງ​ສະໜາມ​ໄຊ ກວດກາ​ຄືນ​ການ​ຈັດ​ສັນ​ທີ່ຢູ່​ອາໄສ ແລະ ບ່ອນ​ທໍາ​ການ​ຜະລິດ​ຂອງ​ປະຊາຊົນ ຜູ້​ທີ່​ຖືກ​ຜົນ​ກະທົບ​ຈາກ​ການ​ແຕກ​​ຂອງ​ເຂື່ອນ​ໃຫ້​ໄວ​ຂຶ້ນ​ຕື່ມ ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ອຸ່ນ​ອ່ຽນ ແລະ ໄດ້​ດໍາ​ລົງ​ຊີ​ວິດ​ທໍາ​ມາ​ຫາ​ກິນ​ເປັນ​ປົກກະຕິ​ໂດຍ​ໄວ, ຄະນະ​ພັກ, ອົງການ​ປົກຄອງ ແຂວງ​ອັດ​ຕະ​ປື ແລະ ເມືອງ​ສະໜາມ​ໄຊ ຕ້ອງ​ເພີ່ມ​ທະວີ​ຄວາມຮັບຜິດຊອບ ໃນ​ການ​ຟື້ນ​ຟູ​ຊີວິດ​ການ​ເປັນ​ຢູ່ ຂອງ​ປະຊາຊົນ​ທີ່​ຖືກ​ຜົນ​ກະທົບ​ຈາກ​ຄູ​ກັນ​ນ້ຳ​ຂອງເຂື່ອນ​ແຕກ ໃຫ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໄວ​ເທົ່າໃດ​ຍິ່ງ​ເປັນ​ການ​ດີ.

 

ຮຽບຮຽງຂ່າວ: ​ພຸດສະດີ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...