spot_img
Homeພາສາລາວຂ້ອງໃຈເລື່ອງການໃຊ້ອັກສອນຫຍໍ້ 

ຂ້ອງໃຈເລື່ອງການໃຊ້ອັກສອນຫຍໍ້ 

Published on

Janyae columm

ໂດຍ : ວິເສດ ສະແຫວງສຶກສາ

ມື້ນີ້ບໍ່ຂໍເວົ້າອ້ອມຄ້ອມລ້ອມ ຮົ້ວຕັນໂຕເອງ, ຂໍເຂົ້າບັນຫາເລີຍ ເຊິ່ງແບບຕີມວຍ “ໝັດຈໍ້” ບໍ່ຫຼອກ ລໍ້ໃຫ້ເສຍເວລາ.

ບັນຫາທີ່ຢາກຍົກຂຶ້ນມາໂສ ກັບທ່ານຜູ້ອ່ານມື້ນີ້ ແມ່ນເລື່ອງທີ່ ຄ້າງຄາໃນສາຍຕາ, ໃນຄວາມ ເຂົ້າໃຈທຸກຄັ້ງ ເມື່ອພົບໃນໜ້າ ໜັງສືພິມ ຫລື ໄດ້ຟັງໄດ້ເຫັນຈາກ ສື່ເອເລັກໂຕຣນິກ (ວິທະຍຸ-ໂທລະ ພາບ) ບໍ່ພຽງແຕ່ຄ້າງຄາລ້າ, ບາງຄັ້ງກໍພາໃຫ້ສັບສົນຊົງ ງວຍ ຈົນບາງຄັ້ງບໍເຂົ້າໃຈຄວາມໝາຍ ນັ້ນຄືການໃຊ້ໂຕຫຍໍ້ແບບຟຸມ ເຟືອຍໃນວົງການສື່. ໃນປັດຈຸບັນ ນີ້ ພວກເຮົາໃຊ້ໂຕອັກ ສອນຫຍໍ້ ແທນຊື່ເຕັມຂອງບໍລິສັດຫ້າງ ຮ້ານ, ອົງການຈັດຕັ້ງ ທັງພາຍ ໃນ ແລະ ຕ່າງປະເທດຫລາຍທີ່ ສຸດ ເພາະບໍ່ຕ້ອງການ ເສຍເວລາ ແລະ ເປືອງໜ້າເຈ້ຍຂຽນຊື່ເຕັມ ເຊັ່ນກະຊວງ ຖວທ ມີຄວາມໝາຍ ວ່າ: ກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ, ກ.ອ.ຢ ແທນໃຫ້ກົມອາຫານ ແລະ ການຢາ, ສປຊ ແທນໃຫ້ອົງການ ສະຫະປະຊາຊາດ, ສພຊ ແປວ່າ: ສະພາແຫ່ງຊາດ, WTO ແປວ່າ: ອົງການການຄ້າໂລກ ຫຍໍ້ມາ ຈາກຊື່ເປັນພາສາອັງກິດວ່າ: World Trade Organiza tion, ໄອປາ ອ່ານອອກສຽງຕາມ AIPA ແປວ່າ: ສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ (Asean Inter-

Parliamentary Assembly).  ການໃຊ້ໂຕອັກສອນຫຍໍ້ມີປະ ໂຫຍດ, ແຕ່ກໍອາດເປັນໂທດຕໍ່ ຄວາມເຂົ້າໃຈ ຖ້າໃຊ້ບໍ່ ຖືກຂັ້ນ ຕອນ. ການໃຊ້ໂຕຫຍໍ້ນັ້ນ ຕາມ ຫລັກການແລ້ວຕ້ອງໃຊ້ຫລັງ ຈາກທີ່ໄດ້ໃຊ້ຊື່ເຕັມແລ້ວ ໂດຍມີຊື່ ຫຍໍ້ຂຽນໄວ້ວົງ ເລັບ. ຕົວຢ່າງ ເນື້ອໃນຂ່າວທີ່ວ່າ: “ຄະນະຜູ້ ແທນລາວເຂົ້າຮ່ວມກອງປະຊຸມ ສະຫະປະຊາຊາດ (ສປຊ)” ຕໍ່ຈາກ ນັ້ນ ພວກ ເຮົາຈຶ່ງສາມາດໃຊ້ໂຕ ຫຍໍ້ “ສປຊ” ໃນການດຳເນີນ ເລື່ອງຕໍ່ໄປ ເພາະແນໃຈວ່າຜູ້ ອ່ານຄົງເຂົ້າໃຈແລ້ວ, ຫ້າມເດັດ ຂາດບໍ່ໃຫ້ ໃຊ້ຊື່ອັກສອນຫຍໍ້ແຕ່ ຕົ້ນໂລດ ເພາະພວກເຮົາບໍ່ແນ່ວ່າ ຄົນໝົດປະເທດນີ້ຈະເຂົ້າໃຈ ຄວາມໝາຍຂອງ “ສປຊ” ຫລື ບໍ່. ຫວ່າງເຊົ້າມື້ນີ້, ຈານແຍ່ອ່ານ ຂ່າວກ່ຽວກັບບົດບາດຂອງ “ທລຍ” ໃນການຊ່ວຍໃຫ້ແມ່ຍິງ ລາວໃນເຂດໜຶ່ງມີຄວາມກ້າຫານ ຂຶ້ນ. ເບື້ອງຕົ້ນ ຈານແຍ່ກໍງົງ ທັງໆທີ່ເຄີຍພົບໂຕຫຍໍ້ “ທລຍ” ເລື້ອຍໆ, ແຕ່ທີ່ງົງກໍເພາະວ່າດຽວ ນີ້ຊື່ເປັນໂຕອັກສອນຫຍໍ້ນີ້ ໃຊ້ຊ້ຳ ຊ້ອນກັນໂພດ ແລະ ອີກປະການ ໜຶ່ງ, ເນື້ອໃນຂ່າວດັງກ່າວບໍ່ໄດ້ ໃຊ້ຊື່ເຕັມກ່ອນແລ້ວຈຶ່ງໃຊ້ “ທລຍ”. ອ່ານໄປນຳຄິດ ໄປນຳກໍ ເລີຍໄປຮອດບ້ານ “ປ່າອໍ້” ຄືຕ້ອງ ຮ້ອງ “ອໍ້” ຂຶ້ນມາວ່າ ມັນເປັນ ເລື່ອງກ່ຽວກັບກອງທຶນລຶບລ້າງ ຄວາມທຸກຍາກ (ທລຍ) ນີ້ເອງ. ນີ້ ລະທ່ານຜູ້ອ່ານ ຂະໜາດວ່າຈານ ແຍ່ເຮັດວຽກກັບວົງການສື່ມາດົນ ທ່າມກາງເອກະສານກອງເກືອບ ພຽງພູ, ແຕ່ປານນັ້ນກໍຍັງງົງໄດ້. ສະນັ້ນ ຈຶ່ງຂໍຮ້ອງໃຫ້ເພື່ອນຮ່ວມ ປາກກາ, ບັນດາທ່ານບັນນາທິ ການຊ່ວຍແກ້ໄຂບັນຫານີ້, ມັນ ງ່າຍໆດອກ ຄືກ່ອນຈະໃຊ້ຊື່ເປັນ ໂຕອັກສອນຫຍໍ້ ຂໍໃຫ້ຂຽນ ຫລື ເວົ້າຊື່ເຕັມກ່ອນ ບໍ່ຊັ້ນຜູ້ອ່ານບາງ ຄົນອາດງົງແລ !.

ຈາກຄໍລ່ຳບັນຫາຈານແຍ່ ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...