Homeຂ່າວທ້ອງຖິ່ນຄອບຄົວ​ທີ່​ໄດ້​ຊົມໃຊ້​ໄຟຟ້າ​ແບບ​ຖາວອນ​ແລ້ວ​ກວມ​ເຖິງ 95%

ຄອບຄົວ​ທີ່​ໄດ້​ຊົມໃຊ້​ໄຟຟ້າ​ແບບ​ຖາວອນ​ແລ້ວ​ກວມ​ເຖິງ 95%

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ກະຊວງພະລັງງານ ແລະ ບໍ່ແຮ່ ແຈ້ງໃຫ້ຮູ້ວ່າ ຮອດ​ປັດຈຸບັນ​ນີ້, ສາມາດ​ສະໜອງ​ໄຟຟ້າ​ຮັບ​ໃຊ້​ໄດ້ 100% ແລ້ວ ຢູ່​ເທດສະບານ​ແຂວງ, ນະຄອນຫຼວງ, ​ເທດສະບານ​ເມືອງ, ນະຄອນ, ຈຳນວນ​ບ້ານ​ທີ່​ໄດ້​ຊົມໃຊ້​ໄຟຟ້າ​ແລ້ວ​ກວມ​ເຖິງ 90% ຂອງ​ຈຳນວນ​ບ້ານ​ໃນ​ທົ່ວ​ປະເທດ ແລະ ຄອບຄົວ​ທີ່​ໄດ້​ຊົມໃຊ້​ໄຟຟ້າ​ແບບ​ຖາວອນ​ແລ້ວ​ກວມ​ເຖິງ 95% ຂອງ​ຈຳນວນ​ຄອບຄົວ​ໃນ​ທົ່ວ​ປະ​ເທດ.

ທົ່ວ​ປະເທດ​ມີ​ແຫຼ່ງ​ຜະລິດ​ພະລັງງານ​ໄຟຟ້າ​ແລ້ວ​ທັງ​ໝົດ 78 ແຫ່ງ, ມີ​ກຳລັງ​ຕິດ​ຕັ້ງ​ທັງ​ໝົດ 9.972 ເມ​ກາ​ວັດ, ສາມາດ​ຜະລິດ​ພະລັງງານ​ໄຟຟ້າ​ໄດ້​ເຖິງ 52.211 ລ້ານ​ກິໂລ​ວັດ​ໂມງ​ຕໍ່​ປີ, ນອກນັ້ນ​ຍັງ​ມີ​ໂຄງການ​ໄຟຟ້າ​ຖ່ານ​ຫີນ 1 ແຫ່ງ, ໂຄງການ​ພະລັງງານ​ໄຟຟ້າ​ຊີວະ​ມວນ 4 ແຫ່ງ ແລະ ໂຄງການ​ໄຟຟ້າ​ແສງຕາ​ເວັນ 5 ແຫ່ງ, ໂຄງການ​ພະລັງງານ​ລົມ 4 ໂຄງ​ການ.

ສຳລັບ​ການ​ສົ່ງ​ອອກ​ໄປ​ຈຳໜ່າຍ​ຕ່າງປະເທດ​ສາມາດ​ບັນລຸ​ໄດ້ 6.457 ເມ​ກາ​ວັດ​ໂດຍມີການສົ່ງອອກໄປປະເທດໄທ, ຫວຽດນາມ ແລະ ມຽນມາ.

ການ​ເຊື່ອມ​ໂຍງ ແລະ ຈໍາ​ໜ່າຍ​ໄປ​ຍັງ​ຕະຫຼາດ​ອາ​ຊຽນ ໃນ​ກຸ່ມ​ປະເທດ​ອາ​ຊຽນ ຊຶ່ງ ສປປ ລາວ ແມ່ນ​ປະເທດ ທຳອິດ​ທີ່​ໄດ້​ລິ​ເລີ່ມ ສົ່ງ​ຂາຍ​ໄຟຟ້າ​ແບບ​ເຊື່ອມ​ໂຍງ​ໃນ​ກຸ່ມ​ປະເທດ ອາ​ຊຽນ ຫຼື ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ. ປັດຈຸ​ບັນ ໄດ້​ສົ່ງ​ອອກ​ແລ້ວ ໂດຍ​ຜ່ານ​ປະເທດ​ໄທ (ລາວ​–​ໄທ​–​ມາ​ເລ​ເຊຍ), ພ້ອມ​ດຽວ​ກັນ​ນີ້ຍັງສືບຕໍ່​ເຈລະຈາ​ຊື້​–​ຂາຍ ແລະ ​ເຊື່ອມ​ໂຍງ​ໄປ​ຮອດ​ປະເທດ ສິງ​ກະ​ໂປ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...