Homeຂ່າວຕ່າງປະເທດເກົາຫຼີເໜືອປະກາດພາວະສຸກເສີນ ຫຼັງພົບຜູ້ຕ້ອງສົງໃສປ່ວຍໂຄວິດ-19 ຄົນທຳອິດຂອງປະເທດ

ເກົາຫຼີເໜືອປະກາດພາວະສຸກເສີນ ຫຼັງພົບຜູ້ຕ້ອງສົງໃສປ່ວຍໂຄວິດ-19 ຄົນທຳອິດຂອງປະເທດ

Published on

ເວັບໄຊຂ່າວ ມະຕິຊົນ ລາຍງານວ່າ ເມື່ອວັນທີ 26 ກໍລະກົດ ທີ່່ຜ່ານມາ ສຳນັກຂ່າວກາງເກົາຫຼີເໜືອ ໃຫ້ຮູ້ວ່າ ພົບຜູ້ຕ້ອງສົງໃສວ່າປ່ວຍເປັນໂຣກໂຄວິດ-19 ກໍລະນີທຳອິດຂອງປະເທດ ໂດຍທ່ານ ຄິມ ຈອງ ອຶນ ຜູ້ນຳເກາຫຼີເໜືອ ໄດ້ຮຽກປະຊຸມສຸກເສີນ ຄະນະໂປລິດບູໂຣ ເມື່ອວັນທີ 25 ກໍລະກົດ ເພື່ອປະກາດໃຊ້ມາດຕະການສຸກເສີນລະດັບສູງສຸດ ແລະ ປະກາດເຕືອນໄພລະດັບສູງເພື່ອຄວບ ຄຸມການແຜ່ລະບາດຂອງໄວຣັດ.

ທັງນີ້, ຫາກຢືນຢັນວ່າຜູ້ຕ້ອງສົງໃສດັ່ງກ່າວປ່ວຍເປັນໂຣກໂຄວິດ-19 ແທ້ ກໍ່ຈະຖືເປັນຜູ້ປ່ວຍໂຄວິດ-19 ຢ່າງເປັນທາງການກໍ ລະນີທີ 1 ຂອງປະເທດເກົາຫຼີເໜືອ.

ສຳນັກຂ່າວເຄຊີອັນເອັນ ລະບຸວ່າ ຜູ້ຕ້ອງສົງໃສວ່າປ່ວຍໂຄວິດ-19 ຄົນນີ້ເປັນຊາວເກົາຫຼີເໜືອທີ່ແປພັກໜີໄປເກົາຫຼີໃຕ້ເມື່ອ 3 ປີກ່ອນ ແລະ ເດີນທາງກັບເກົາຫຼີເໜືອເມື່ອວັນທີ 19 ກໍລະກົດທີ່ຜ່ານມາ ໂດຍການລັກຂ້າມຊາຍແດນກັບເຂົ້າປະເທດແບບຜິດກົດ ໝາຍ ແລະ ຖືກຈັບໄດ້ທີ່ເມືອງແກຊອງ ເຊິ່ງເປັນເມືອງຊາຍແດນຕິດກັບເກົາຫຼີໃຕ້ ຫຼັງພົບວ່າບຸກຄົນດັ່ງກ່າວມີອາການສົງໃສວ່າປ່ວຍເປັນເປັນໂຣກໂຄວິດ-19 ຈິ່ງໄດ້ຖືກກັກຕົວເພື່ອຕິດຕາມອາການ ລວມໄປເຖິງການກັກຕົວບຸກຄົນທີ່ໃກ້ຊິດກັບຜູ້ຕ້ອງສົງໃສລາຍນີ້.

ກ່ອນໜ້ານີ້, ລັດຖະບານເກົາຫຼີເໜືອໄດ້ຢືນຢັນວ່າ ບໍ່ພົບຜູ້ປ່ວຍຕິດເຊື້ອໂຄວິດ-19 ໃນປະເທດ ເຖິງແມ່ນວ່າທົ່ວໂລກຈະມີການລະບາດຢ່າງໜັກຕັ້ງແຕ່ຕົ້ນປີຈົນເຖິງເວລານີ້ກໍ່ຕາມ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...