Homeຂ່າວທ້ອງຖິ່ນສາທາລະນະສຸກຮຽກຮ້ອງປະຊາຊົນຢ່າແຕກຕື່ນ ແລະ ຍັງບໍ່ທັນໃຊ້ມາດຕະການປິດເມືອງເທື່ອ

ສາທາລະນະສຸກຮຽກຮ້ອງປະຊາຊົນຢ່າແຕກຕື່ນ ແລະ ຍັງບໍ່ທັນໃຊ້ມາດຕະການປິດເມືອງເທື່ອ

Published on

ອີງຕາມການຖະແຫຼງຂອງຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເມື່ອວັນທີ 24 ກໍລະກົດ 2020 ທີ່ນະຄອນຫຼວງວຽງຈັນ, ໂດຍທ່ານ ຮສ.ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຢືນຢັນວ່າ ປະເທດລາວໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 20 ຫຼັງຈາກທີ່ ສປປ ລາວ ສາມາດຄວບຄຸມການລະບາດຂອງໄວຣັດໂຄວິດ-19 ໄດ້ເປັນເວລາ 102ວັນ.

ກ່ຽວກັບມາດຕະການຫຼັງຈາກກວດພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 20 ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ໄດ້ປະຕິບັດດັ່ງນີ້:

1. ເອົາຜູ້ປ່ວຍແຍກປ່ຽວໄປປິ່ນປົວຢູ່ໂຮງໝໍ ພ້ອມຈັດຕັ້ງທີມແພດຕິດຕາມປິ່ນປົວຜູ້ຕິດເຊື້ອ.
2. ຂ້າເຊື້ອຢູ່ຫ້ອງພັກໂຮງແຮມ, ລົດຕູ້, ເຮືອບິນ.
3. ຕິດຕາມຜູ້ສຳຜັດໃກ້ຊິດ 17 ຄົນ ແລະ ກວດຫາເຊື້ອໃຫ້ຜົນລົບ ແຕ່ສືບຕໍ່ກັກຕົວ 14 ມື້ເພື່ອຕິດຕາມອາການ ແລະ ຍັງໄດ້ຈໍາກັດບໍລິເວນຂອງຈຸບິນຂອງຖ້ຽວບິນດັ່ງກ່າວ ເຊິ່ງໄດ້ກວດເຊື້ອຂອງຈຸບິນທັງໝົດ ແຕ່ອອກມາເປັນລົບ.

ທ່ານ ພູທອນ ເມືອງປາກ ຢືນຢັນວ່າ ປັດຈຸບັນຍັງຈະບໍ່ໃຊ້ມາດຕະການປິດເມືອງ ພ້ອມຮຽກຮ້ອງບໍ່ໃຫ້ພໍ່ແມ່ປະຊາຊົນແຕກຕື່ນ ເນື່ອງຈາກເຫດການນີ້ບໍ່ແມ່ນຄື້ນທີ່ 2 ຍ້ອນວ່າມັນບໍ່ມີການແຜ່ເຊື້ອເປັນຈຸ້ມຫາຜູ້ອື່ນ ບໍ່ມີການຂະຫຍາຍເປັນວົງກວ້າງ ມີຜູ້ຕິດເຊື້ອຜູ້ດຽວ ແລະ ໄດ້ຈຳກັດແຍກປ່ຽວຜູ້ດຽວ ພ້ອມຮຽກຮ້ອງໃຫ້ປະຊາຊົນປະຕິບັດຕາມມາດຕະການຂອງທາງກະຊວງສາທາລະນະສຸກຕາມປົກກະຕິ, ຢ່າປະໝາດ ພ້ອມທັງໃສ່ຜ້າປິດປາກທຸກຄັ້ງທີ່ອອກນອກສະຖານທີ່, ການເວັ້ນໄລຍະຫ່າງ, ການລ້າງມືດ້ວຍນໍ້າສະອາດ, ການວັດແທກອຸນຫະພູມ ແລະ ໝັ່ນອານາໄມສະຖານທີ່ ວັດຖຸອຸປະກອນເພື່ອໃຫ້ສະອາດປອດເຊື້ອ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...