Homeຂ່າວພາຍ​ໃນສະຫວັນນະເຂດ ຂາດແຄນແຮງງານເຖິງ 2 ພັນກ່ວາຄົນ!

ສະຫວັນນະເຂດ ຂາດແຄນແຮງງານເຖິງ 2 ພັນກ່ວາຄົນ!

Published on

76527_484093954945117_987066906_n

 

ປະ­ຈຸ​ບັນ ແຂວງ​ສະ­ຫວັນ​ນະ​ເຂດ ມີ​ນັກ​ລົງ­ທຶນ​ໃຫ້​ຄວາມ​ສົນ­ໃຈ​ເຂົ້າ​ມາ​ລົງ­ທຶນ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ເພື່ອ​ສ້າງ­ຕັ້ງ ແລະ

ຂະ­ຫຍາຍ​ຖານ​ການ​ຜະ­ລິດ ແຕ່ແຂວງ​ພັດ​ພວມ​ປະ​ເຊີນ​ກັບ​ບັນ­ຫາ​ແຮງງານ ​ທີ່​ຈະ​ສາ­ມາດ​ຕອບ​ສະ­ໜອງ​ໃຫ້​ບັນດາ​ຫົວ­

ໜ່ວຍ​ທຸ­ລະ​ກິດ​ເຖິງ 2.500 ກວ່າ ຕຳ­ແໜ່ງ.

 

ທ່ານ​ຮອງ​ເຈົ້າ­ແຂວງໆ​ສະ­ຫວັນ​ນະເຂດ ໄດ້​ກ່າວ​ໃຫ້​ຮູ້­ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ໃນ​ໄລ­ຍະ​ຜ່ານ​ມາ​ສະ­ຫວັນ​ນະ​ເຂດ​ກໍ​ເປັນແຂວງ

​ໜຶ່ງ​ທີ່​ມີ­ແຮງ​ງານ​ຫຼັ່ງ­ໄຫຼ​ໄປ​ເຮັດວຽກ​ຢູ່​ທາງ​ທິດ­ຕາ­ເວັນ­ຕົກ​ເປັນ​ຈຳ­ນວນຫຼາຍ, ເນື່ອງ​ຈາ​ກວ່າ​ພາຍ​ໃນ​ແຂວງ​ບໍ່ສາ­ມາດ​

ສະ­ໜອງ​ວຽກ​ເຮັດ​ງານ​ທຳ​ໃຫ້ເຂົາ­ເຈົ້າ​ໄດ້​ ຕົ້ນ­ຕໍ​ກໍ​ແມ່ນ​ຂະ­ແໜງ​ອຸດ​ສາຫະ​ກຳ, ແຕ່​ຕົກ​ມາ​ໃນ​ປະ­ຈຸ​ບັນ ທົ່ວ​ແຂວງໄດ້​ມີ​

ນັກ​ລົງ­ທຶນ​ໃຫ້​ຄວາມ​ສົນ­ໃຈ​ເຂົ້າ​ມາລົງ­ທຶນ​ເພີ່ມ​ຂຶ້ນ​ ເພື່ອ​ສ້າງ​ໂຮງ­ງານ​ອຸດສາ​ຫະ​ກຳ​ຢ່າງ​ຫຼວງ­ຫຼາຍ ໂດຍ​ສະ­ເພາະເຂດ​ເສດ

­ຖະ­ກິດ​ພິ­ເສດ​ສະ­ຫວັນ-ເຊ​ໂນ ເພື່ອ​ມາ​ຕັ້ງ ແລະ ຂະ­ຫຍາຍ​ຖານ​ການຜະ­ລິດ, ມາ​ດຽວ­ນີ້ສິ່ງ​ທີ່​ເປັນ​ອັນ​ທ້າ​ທາຍ​ກວ່າ​ໝູ່​ແມ່ນ

ບັນ­ຫາ​ແຮງ​ງານເປັນ­ຕົ້ນ​ ແມ່ນໂຮງ­ງານປະ­ກອບ​ກ້ອງ­ຖ່າຍ­ຮູບ​ນີ​ຄອນ​ຂອງ​ຍີ່ປຸ່ນ ​ທີ່​ຍ້າຍ​ຖານ​ການ​ຜະ­ລິດ​ມາ​ຈາກ​ປະເທດ

​ໄທ ຊຶ່ງ​ມີ​ຄວາມ​ຕ້ອງ­ການ​ແຮງ​ງານ ໂດຍ​ສະ­ເພາະ​ແມ່ນ​ເພດ​ຍິງ​ອາ­ຍຸ​ປະ­ມານ 26-30 ປີ ຫຼາຍ ເຖິງ 2.500 ກວ່າ ຕຳ­ແໜ່ງ

ປະ­ຈຸ​ບັນທາງ​ແຂວງ​ສາ­ມາດ​ຕອບ​ສະ­ໜອງ​ແຮງ​ງານ​ໄດ້​ພຽງ​ແຕ່ 1.000 ກວ່າ​ຕຳ­ແໜ່ງ.

 

Nikon lao
ບໍລິສັດ ນິຄອນລາວ ຈຳກັດ ຍ້າຍຖານການຜະລິດອອກຈາກປະເທດໄທ ມາຕັ້ງຢູ່ເຂດເສດຖະກິດສະຫວັນ – ເຊໂນ ແຕ່ຂາດແຄນແຮງງານລາວເຂົ້າມາເຮັດວຽກ

 

ນອກ­ຈາກ​ນັ້ນ ກໍ​ຍັງ​ມີ​ຫຼາຍ​ໂຮງ­ງານທີ່​ກຳ­ລັງ​ຕ້ອງ­ການ​ແຮງ​ງານ​ຕົ້ນ­ຕໍ​ແມ່ນ ໂຮງ­ງານ​ ປະ­ກອບ​ລົດ​ຂອງ​ບໍ­ລິ­ສັດ​ໂຄລາວ,

ບໍ­ລິ­ສັດ​ລົດ​ໂຕ​ໂຢ​ຕ້າ, KP ຜະ­ລິດ ຜົມ​ປອມ ແລະ ອື່ນໆ, ອີກ​ອັນ​ໜຶ່ງ​ທີ່​ໃໝ່ຄື​ໂຮງ­ງານ​ຕັດ­ຫຍິບ, ຕ່ຳ­ແຜ່ນ​ຂອງ​ຮົງກົງ​ທີ່​ມີ​

ຄວາມ​ຕ້ອງ­ການ​ແຮງ​ງານ​ດ່ວນ​ທີ່​ສຸດ 500 ແຮງ​ງານ ແຕ່​ແຂວງ​ຍັງ​ບໍ່ສາ­ມາດ​ຕອບ​ສະ­ໜອງ​ໃຫ້​ໄດ້.

 

ທ່ານ​ຮອງ​ເຈົ້າ­ແຂວງ​ຍັງ​ໃຫ້​ຮູ້​ອີ​ກວ່າ: ສຳ­ລັບ​ມາດ​ຕະ­ການ ​ທີ່​ບໍ່​ຢາກ​ໃຫ້ແຮງ​ງານ​ຫຼັ່ງ­ໄຫຼ​ອອກ​ໄປ​ເຮັດ​ວຽກ​ຢູ່ຕ່າງ­ປະ­ເທດ​ນັ້ນ​

ແມ່ນ​ການ​ສ້າງ​ວຽກເຮັດ​ງານ​ທຳ​ໃຫ້​ເຂົາ­ເຈົ້າ, ປະ­ຈຸ​ບັນ​ທາງແຂວງ​ໄດ້​ມີ​ຖານ​ການ​ຜະ­ລິດ​ແລ້ວ, ແຕ່ດຽວ­ນີ້​ທີ່​ພວມ​ປະ​ເຊີນ​ກໍ​

ແມ່ນ​ການ​ປະຊາ​ສຳ­ພັນ ເພື່ອ​ດຶງ​ດູດ​ແຮງ​ງານ​ໃຫ້​ກັບມາ ຊຶ່ງ​ທາງ​ແຂວງ​ຍັງ​ເຮັດ​ບໍ່​ໄດ້​ດີ​ເທົ່າ​ທີ່​ຄວນ, ສະ­ນັ້ນ ຈິ່ງ​ເຮັດ​ໃຫ້​ແຂວງ​

ສະ­ຫວັນນະ​ເຂດ​ຂາດ­ແຄນ​ແຮງ​ງານ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...