Homeຂ່າວຕ່າງປະເທດອິນເດຍນໍ້າຖ້ວມໜັກ! ປະຊາຊົນອົບພະຍົບກວ່າ 2 ລ້ານຄົນ ເສຍຊີວິດ 84 ຄົນ

ອິນເດຍນໍ້າຖ້ວມໜັກ! ປະຊາຊົນອົບພະຍົບກວ່າ 2 ລ້ານຄົນ ເສຍຊີວິດ 84 ຄົນ

Published on

ເວັບໄຊ ເດລີນິວສ໌ ລາຍງານເມື່ອວັນທີ 20 ກໍລະກົດ 2020ວ່າ ທາງຕະເວັນອອກສຽງເໜືອຂອງປະເທດອິນເດຍກຳລັງປະເຊີນໜ້າກັບສອງບັນຫາທັງອຸທົກກະໄພນໍ້າຖ້ວມໜັກ ແລະ ການແຜ່ລະບາດຂອງໄວຣັດຄວິດ-19 ປະຊາຊົນຕ້ອງອົບພະຍົບໄປຢູ່ສູນພັກອາໄສຊົ່ວຄາວ ເຮັດໃຫ້ການຮັກສາໄລຍະຫ່າງທາງສັງຄົມເຮັດໄດ້ຍາກຂຶ້ນກວ່າເກົ່າ ເຊິ່ງທາງເຈົ້າໜ້າທີ່ໄດ້ຮຽກຮ້ອງໃຫ້ຜູ້ອົບພະຍົບໃສ່ຜ້າປິດປາກ.

ທ່ານ ແສງຮາມິຕຣາ ຊັນຍານ ເຈົ້າໜ້າທີ່ສຳນັກງານບໍລິຫານຈັດການອຸທົກກະໄພລັດອັສສຳທາງຕະເວັນອອກສຽງໃຕ້ຂອງອິນເດຍເປີດເຜີຍວ່າ ລະດັບໃນແມ່ນໍ້າພົມມະຫາບຸດອາດສູງຂຶ້ນອີກ 11 ແມັດ ເພາະສອງອາທິດກ່ອນໜ້ານີ້ລະດັບນໍ້າກໍ່ໄດ້ລົ້ນຕາຝັ່ງ ເຮັດໃຫ້ນໍ້າໄຫຼເຂົ້າຖ້ວມກວ່າ 2,500 ບ້ານ ແລະ ນໍ້າຖ້ວມຕັ້ງແຕ່ເດືອນ ພຶດສະພາ ທີ່ຜ່ານມາ ເຮັດໃຫ້ປັດຈຸບັນມີປະຊາຊົນຂາດທີ່ຢູ່ອາໄສແລ້ວ 2.75ລ້ານຄົນ ແລະ ມີຜູ້ເສຍຊີວິດ 84ຄົນ.

ລັດອັສສຳຍັງເປັນພື້ນທີ່ໃນການປູກຊາທີ່ມີຊື່ສຽງຂອງອິນເດຍ ແຕ່ກໍ່ຖືກນໍ້າຖ້ວມທຸກປີ ເຖິງແມ່ນວ່າຈະມີການປ້ອງກັນນໍ້າຖ້ວມແລ້ວກໍ່ຕາມ, ນອກຈາກນີ້ ນໍ້າຍັງຖ້ວມເຂດອຸທະຍານແຫ່ງຊາດຄາຊິລັງກາ ຖິ່ນອາໄສຂອງແຣດນໍດຽວ ເຊິ່ງໄດ້ສົ່ງຜົນໃຫ້ຕແຣດກວ່າ 2,500ໂຕ ໄດ້ຮັບຄວາມເດືອດຮ້ອນ ມີໂຕແຣດຈົມນໍ້າຕາຍ 9ໂຕ ລວມເຖິງສັດຊະນິດອື່ນອີກ 100ໂຕ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...