Homeຂ່າວການພັດທະນາມອບລົດຮັບສົ່ງຄົນເຈັບໃຫ້ໂຮງໝໍ 3 ເມືອງເປົ້າໝາຍ

ມອບລົດຮັບສົ່ງຄົນເຈັບໃຫ້ໂຮງໝໍ 3 ເມືອງເປົ້າໝາຍ

Published on

20141014133139

 

ໂຄງການ-ແຜນ​ງານ​ພັດ​ທະນາ​ລະບົບ​ສາທາລະນະ​ສຸກ ກົມແຜນການ ແລະ ການ​ຮ່ວມ​ມື​ສາກົນ ກະຊວງ​ສາ​ທາລະນະສຸກ

ໄດ້​ມອບ​ລົດຮັບ​ສົ່ງ​ຄົນ​ເຈັບ ຈຳນວນ 3 ຄັນ ມູນ​ຄ່າ 99.000 ໂດ​ລາ​ສະຫະລັດ ຫຼື ປະມານ 798 ລ້ານ​ກີບ ໂດຍ​ທຶນ​ຊ່ວຍເຫຼືອ

​ລ້າ​ຈາກ​ທະ​ນາຄານ​ພັດທະນາ​ອາຊີ ໃຫ້​ໂຮງໝໍເມືອງ​ເປົ້າ​ໝາຍ​ຂອງ​ໂຄງການ 3 ແຂວງ​ພາກ​ເໜືອ​ຄື: ໂຮງໝໍ​ເມືອງນາ​ໝໍ້

ແຂວງ​ອຸດົມ​ໄຊ ໂຮງໝໍເມືອງ​ຊຽງ​ຄໍ້ ແຂວງ​ຫົວພັນ ແລະ ໂຮງໝໍ​ເມືອງ​ຜາ​ໄຊ ແຂວງ​ຊຽງຂວາງ ເພື່ອ​ຮັບ​ໃຊ້​ໃນ​ການ​ບໍ​ລິ

ການ​ຮັບ-ສົ່ງ​ຄົນ​ເຈັບ ແລະ ບໍ​ລິການ​ເຄື່ອນ​ທີ່​ໃຫ້​ມີ​ຄຸນະພາບ​ດີຂຶ້ນ ແນໃສ່​ປະກອບສ່ວນ​ໃນ​ການຫຼຸດຜ່ອນ​ການ​ຕາຍ​ຂອງ

​ແມ່ ແລະ ເດັກ ກໍ່​ຄື​ການ​ບັນລຸ​ເປົ້າ​ໝາຍສະຫັດ​ສະ​ວັດ​ດ້ານ​ການ​ພັດ​ທະນາ​ໃນ​ປີ 2015.

 

ພິທີ​ມອບ-ຮັບ​ລົດ​ດັ່ງກ່າວ ໄດ້​ມີ​ຂຶ້ນ​ວັນ​ທີ 14 ຕຸລາ 2014 ຢູ່ກະຊວງ​ສາທາລະນະ​ສຸກ ເຊິ່ງມອບ​ໂດຍ​ທ່ານ ​ດຣ. ນາງ ອິນລາ

​ວັນ ແກ້ວ​ບຸນ​ພັນ ລັດ​ຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງ​ສາ​ທາ ແລະ ຮັບ​ໂດຍ​ຕາງໜ້າ​ພະ​ແນກສາ​ທາ 3 ແຂວງ​ກ່ຽວຂ້ອງ

ເພື່ອນຳໄປ​ມອບ​ຕໍ່ໃຫ້ 3 ເມືອງເປົ້າໝາຍ ໂດຍ​ຊ້ອງ​ໜ້າ​ພະນັກງານກ່ຽວຂ້ອງ.

 

ການເຄື່ອນໄຫວ​ວຽກ​ງານສາ​ທາ​ຢູ່​ຂັ້ນ​ເມືອງ ແມ່ນ​ມີ​ບົດບາດ​ສຳຄັນ​ໃນ​ການ​ໃຫ້​ບໍລິການສົ່ງຕໍ່ ລວມ​ທັງ​ກຸ່ມ​ເມືອງ ໂດຍ​ສະ

ເພາະກໍລະນີ​ສຸກ​ເສີນ​ ໃຫ້​ສາມາດນຳ​ສົ່ງ ແລະ ແກ້​ໄຂ​ທັນ​ເວລາ ເຊິ່ງ​ລົດ​ດັ່ງກ່າວ​ ນອກຈາກ​ຈະ​ນຳຮັບ​ສົ່ງ​ຄົນ​ເຈັບ​ແລ້ວ ຍັງ​

ສາມາດໃຊ້​ບໍລິການ​ເຄື່ອນ​ທີ່​ຕາມ​ໜ້າທີ່ ແລະ ພາລະ​ບົດບາດ​ຂອງ​ຫ້ອງການ​ສາ​ທາ​ເມືອງ ແລະ ໂຮງໝໍເມືອງ ເພື່ອ​ເຮັດ​ໃຫ້​

ລະບົບ​ບໍ​ລິການ​ທົ່ວ​ເຖິງ ​ເຂດ​ຈຸດ​ສຸມ​ຫ່າງ​ໄກສອກຫຼີກ ​ໃຫ້​ໄດ້​ຮັບ​ການ​ບໍລິການມີ​ຄຸນະພາບ​ນັບ​ມື້​ດີ​ຂຶ້ນ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...