Homeຂ່າວທ້ອງຖິ່ນນັກເລງຫາດຊາຍຟອງເດືອດ! ອາລະວາດ 2 ຮອບ ເຫດເພາະອາສາ "ແນມໜ້າ"

ນັກເລງຫາດຊາຍຟອງເດືອດ! ອາລະວາດ 2 ຮອບ ເຫດເພາະອາສາ “ແນມໜ້າ”

Published on

ກາຍເປັນປະເດັນທີ່ກ່າວເຖິງໃນໂລກອອນລາຍຫຼາຍທີ່ສຸດໃນຕອນນີ້ ຫຼັງຈາກຄລິບວິດີໂອທີ່ຖືກເຜີຍແຜ່ຜ່ານ ເຟສບຸ໊ກເພສ ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624 ເມື່ອຄືນຂອງວັນທີ່ 16 ກໍລະກົດ ທີ່ຜ່ານມາ.

ໂດຍໃນລະຫວ່າງເຈົ້າໜ້າທີ່ອາສາກູ້ໄພກຳລັງນັ່ງຫຼິ້ນລໍຖ້າອອກເຫດຢູ່ຈຸດບ້ານ ດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກໍ່ມີຊາຍຄົນໜຶ່ງຂັບລົດຜ່ານ ແລະ ເຂົ້າມາຫາເລື່ອງອາສາ (ຄົນທີ່ມີເລື່ອງໃນຄລິບ) ໂດຍຊາຍຄົນດັ່ງກ່າວອ້າງວ່າ ອາສາຄົນນີ້ແນມໜ້າຕົນ ຈຶ່ງເກີດຄວາມບໍ່ພໍໃຈ ຈາກນັ້ນກໍ່ເຂົ້າມາຫາເລື່ອງໂດຍການຊົກເຂົ້າໄປທີ່ໜ້າຂອງອາສາກ່ອນ ຈາກນັ້ນກໍ່ເກີດການຕໍ່ສູ້ກັນ ດັ່ງທີ່ປະກົດໃນຄລິບ. ຈາກນັ້ນ, ຊາຍຄົນດັ່ງກ່າວເຫັນທ່າສູ້ບໍ່ໄຫວຈຶ່ງໄດ້ຖອຍໄປຕັ້ງຫຼັກກ່ອນ ແລະ ອີກບໍ່ດົນກໍ່ໄດ້ພາເພື່ອນມາຊ່ວຍຕົນໃນການກໍ່ອາລະວາດໃນຄັ້ງນີ້.

ທາງອາສາໄດ້ອະທິບາຍວ່າ ພວກຕົນນັ່ງຫຼິ້ນຢູ່ດ້ານໜ້າ ແລະ ກໍ່ໄດ້ແນມເບິ່ງລົດກາຍທາງຕາມປົກກະຕິ ແຕ່ກໍ່ມີຊາຍຄົນດັ່ງກ່າວເຂົ້າມາຫາເລື່ອງ ດັ່ງທີ່ເຫັນໃນຄລິບ.

ສຳລັບເຫດການດັ່ງກ່າວນີ້ເປັນປະກົດການຫຍໍ້ທໍ້ໃນສັງຄົມອີກໜຶ່ງເຫດການທີ່ໄດ້ຮັບສຽງວິພາກວິຈານຈາກສັງຄົມຈຳນວນຫຼາຍເຖິງຄວາມບໍ່ເໝາະສົມຕໍ່ການກະທຳຂອງຄົນກຸ່ມນີ້ທີ່ເຂົ້າມາຫາເລື່ອງອາສາກູ້ໄພ ໂດຍມີສາເຫດມາຈາກການ “ເບິ່ງໜ້າ” ເທົ່ານັ້ນ.

ຫຼ້າສຸດມື້ນີ້ ວັນທີ 17 ກໍລະກົດ 2020 ເຈົ້າໜ້າທີ່ຕຳຫຼວດເມືອງຫາດຊາຍຟອງ ສາມາດຈັບໂຕຫົວໂຈກຜູ້ກໍ່ເຫດດັ່ງກ່າວໄດ້ແລ້ວ, ປັດຈຸບັນກຳລັງຢູ່ໃນຂັ້ນຕອນສືບສວນສອບສວນ ເພື່ອນຳຈັບຜູ້ຮ່ວມຂະບວນການມາດຳເນີນຄະດີຮ່ວມກັນ.

https://www.facebook.com/1624RescueVientiane/videos/pcb.1564659363713452/2768266293452418/?type=3&theater

https://www.facebook.com/1624RescueVientiane/videos/pcb.1564659363713452/273842383912933/?type=3&theater

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...