Homeຂ່າວການພັດທະນາໂຄງການກໍ່ສ້າງເສັ້ນທາງຫົວຂົວ-ໂນນຄໍ້-ນາຄວາຍ ຈະສຳເລັດກາງປີ 2015

ໂຄງການກໍ່ສ້າງເສັ້ນທາງຫົວຂົວ-ໂນນຄໍ້-ນາຄວາຍ ຈະສຳເລັດກາງປີ 2015

Published on

20141015125536

 

ພາຍຫຼັງ​ທີ່​ກ້າວ​ສູ່​ລະດູແລ້ງ ດິນ​ຟ້າ​ອາກາດ​ອຳນວຍ​ຄວາມສະດວກ ບັນດາ​ຜູ້​ຮັບ​ເໝົາ​ກໍ່ສ້າງໂຄງການ​ພັດທະນາ​ພື້ນ

ຖານ​ໂຄງລ່າງ​ ໄດ້​ເຂົ້າ​ສູ່​ໜ້າ​ວຽກ​ຂອງ​ຕົນ ດ້ວຍ​ຄວາມ​ຂຸ້ນຂ້ຽວເພື່ອ​ເຮັດໃຫ້​ໂຄງການ​ທີ່​ຕົນ​ຮັບຜິດຊອບນັ້ນ​ ມີ​ຄວາມ​

ຄືບ​ໜ້າ​ໄປ​ໄດ້​ດີ ແລະ ມີ​ຜົນສຳເລັດ​ຕາມ​ແຜນການ​ທີ່ສັນຍາ​ກັບ​ເຈົ້າ​ຂອງ​ໂຄງການ ໃນບັນດາ​ໂຄງການ​ດັ່ງກ່າວ​ນັ້ນ

ກໍ່​ມີໂຄງການ​ກໍ່ສ້າງ​ເສັ້ນທາງ​ຫົວ​ຂົວ-ໂນນ​ຄໍ້-ນາ​ຄວາຍ ເມືອງ​ໄຊ​ເຊດຖາ ນະຄອນຫຼວງ​ວຽງ​ຈັນ ທີ່​ປັດຈຸ​ບັນ​ນີ້ ພວມ​ຈັດ

​ຕັ້ງ​ປະຕິບັດ​ຫຼາຍໜ້າ​ວຽກ ແລະ ບັນດາ​ໜ້າ​ວຽກດັ່ງກ່າວ ​ກໍ່​ຄ່ອຍໆ​ມີ​ຄວາມ​ຄືບໜ້າ.

 

ທ່ານ ສຸກ ວົງສາ ຫົວໜ້າໂຄງການ​ດັ່ງກ່າວ ໄດ້​ກ່າວ​ວ່າ: ໂຄງການ​ກໍ່ສ້າງ​ເສັ້ນທາງ​ຫົວ​ຂົວ-ໂນນ​ຄໍ້-ນາ​ຄວາຍ ໄດ້​ແບ່ງ​

ອອກເປັນ 2 ໄລຍະ ມີ 2 ບໍລິສັດ​ຮັບເໝົາ​ກໍ່ສ້າງ​ຄື: ໄລຍະ 3 ກິ​ໂລແມັດ ແຕ່​ບ້ານ​ຄຳ​ສະຫວາດ-ບ້ານ​ນາ​ຄວາຍ ແມ່ນ​ຮັບ​

ເໝົາໂດຍ ​ບໍລິສັດ ກໍ່ສ້າງ ແລະ ຊຸກຍູ້ການ​ຜະລິດ​ກະສິກຳ ໄລຍະ​ນີ້​ໜ້າວຽກ​ລວມ​ແມ່ນ​ມີ​ຄວາມ​ຄືບ​ໜ້າ 51% ເຊິ່ງ​ໜ້າ​

ວຽກ​ທີ່​ພວມ​ຈັດຕັ້ງ​ປະຕິບັດ​ໄປ​ພ້ອມ​ກັນ​ມີ​ ສືບຕໍ່ວາງ​ທໍ່​ລະບາຍ​ນ້ຳ​ທີ່​ຍັງ​ບໍ່​ທັນ​ສຳເລັດ 2% ວຽກ​ລົງ​ດິນ​ຮອງ​ພື້ນທາງ

ແລະ ວຽກ​ເທ​ເບ​ຕົງ​ໜ້າທາງ.

 

ສຳລັບ​ໄລຍະ 4 ກິໂລແມັດ ແຕ່​ບ້ານ​ຫົວ​ຂົວ-ບ້ານ​ຄຳ​ສະຫວາດ ຮັບ​ເໝົາ​ໂດຍ​ບໍລິສັດ ເອ​​ສ​ເຄ​ຊີ ໄລຍະ​ນີ້​ໜ້າ​ວຽກ​ລວມ

ແມ່ນ​ມີ​ຄວາມ​ຄືບ​ໜ້າ 21% ແລະ ປັດຈຸບັນ​ແມ່ນ​ພວມ​ເລັ່ງ​ໃສ່ 3 ໜ້າ​ວຽກ​ໄປ​ພ້ອມ​ກັນຄື: ວຽກວາງ​ທໍ່​ລະບາຍ​ນ້ຳ ລົງ​

ດິນ​ຮອງພື້ນ​ທາງ ແລະ ວຽກ​ເທ​ເບ​ຕົງ​ໜ້າທາງ ຖື​ວ່າ​ໂຄງການ​ດັ່ງກ່າວແມ່ນ​ຈະ​ສຳເລັດ​ພາຍ​ໃນ​ກາງ​ປີ 2015.

 

ທ່ານ ສຸກ ວົງສາ ຍັງ​ກ່າວຕື່ມ​ວ່າ: ເຖິງ​ວ່າ​ຈະ​ກ້າວ​ສູ່​ລະດູແລ້ງ​ ຝົນ​ຢຸດ​ຕົກ ທາງ​ເຈົ້າ​ຂອງໂຄງການ ​ກໍ່​ຈະ​ບໍ່​ໃຫ້​ບໍລິສັດ​ຜູ້​

ຮັບເໝົາ​ກໍ່ສ້າງ ​ເລັ່ງ​ໜ້າ​ວຽກ​ຂອງ​ຕົນໄປ​ໄວ​ເກີນ​ໄປ ຍ້ອນ​ວ່າ​ເພື່ອ​ຢາກເຮັດ​ໃຫ້​ໂຄງການ​ມີ​ຄຸນະພາບ ບໍ່​ແມ່ນ​ວ່າ​ເຮັດ​

ແລ້ວ​ໄວ​ແຕ່​ຄຸ​ນະພາບ​ບໍ່​ມີ​ແມ່ນ​ບໍ່​ເອົາ ດັ່ງນັ້ນ ໂຄງການ​ຈະ​ມີ​ຄຸນະພາບ​ສູງ ມີ​ອາຍຸໃຊ້​ງານ​ໄດ້​ຍາວ​ນານ ​ຕ້ອງ​ໄດ້​ເອົາໃຈ

​ໃສ່​ການ​ຄຸມ​ງານ​ ໃຫ້​ໄດ້​ຕາມມາດຕະຖານ​ເຕັກນິກ​ຂອງ​ການ​ກໍ່ສ້າງ ໂດຍ​ສະເພາະກໍ່​ແມ່ນ​ບັນຫາ​ເບ​ຕົງ​ໜ້າ​ທາງ ​ຕ້ອງ​

ໃຫ້​ໄດ້ມາດຖານ​ເຕັກນິກ ແລະ ອີກ​ບັນຫາ​ໜຶ່ງ​ ໄລຍະ​ກໍ່ສ້າງ​ຮຽກຮ້ອງມາ​ຍັງ​ຜູ້​ທີ່ຢູ່​ອາໄສ​ຢູ່​ຕາມ​ແຄມທາງ​ ໃຫ້​ອຳນວຍ

​ຄວາມ​ສະດວກ ແລະ ຜູ້​ທີ່​ທຽວ​ທາງ​ກໍ່​ຕ້ອງ​ມີຄວາມ​ລະມັດລະວັງ ​ຄ່ອຍ​ໄປຄ່ອຍ​ມາ ຖ້າ​ຫຼີກ​ລ່ຽງ​ໄດ້​ກໍ່​ໃຫ້​ໄປຊົມໃຊ້​ເສັ້ນ

ທາງ​ອື່ນ​ແທນ ທັງ​ນີ້ກໍ່​ເພື່ອ​ຄວາມ​ປອດ​ໄພ ແລະ ສ້າງຄວາມ​ສະດວກ​ໃຫ້​ແກ່​ຜູ້​ຮັບ​ເໝົາກໍ່ສ້າງ​ໂຄງການ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...