spot_img
Homeຂ່າວທ້ອງຖິ່ນແຈ້ງການເຫັນດີຫຼຸດລາຄາໄຟຟ້າໄລຍະໂຄວິດ-19

ແຈ້ງການເຫັນດີຫຼຸດລາຄາໄຟຟ້າໄລຍະໂຄວິດ-19

Published on

ອີງຕາມແຈ້ງການຫ້ອງວ່າການ​ສຳນັກງານ​ນາຍົກ​ລັດຖະມົນຕີ​ໄດ້ອອກແຈ້ງການກ່ຽວກັບທິດຊີ້ນຳຕໍ່ການປະຕິບັດນະໂຍບາຍ ຫຼຸດລາຄາໄຟຟ້າໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ໃນວັນທີ 14 ກໍລະກົດ 2020 ທີ່ຜ່ານມາ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ເລື່ອງ ທິດຊີ້ນຳຕໍາການປະຕິບັດນະໂຍບາຍຫຼຸດລາຄາໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍມີເນື້ອໃນດັ່ງນີ້:

1. ເຫັນດີໃຫ້ປະຕິບັດນະໂຍບາຍຫຼຸດລາຄາໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ສຳລັບພາກທີ່ຢູ່ອາໄສ ນັບແຕ່ເດືອນເມສາ ຫາ ເດືອນທັນວາ 2020 ຕາມການສະເໜີຂອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

2. ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄລ່ລຽງຄືນໃຫ້ລະອຽດ ສຳລັບຜູ້ຊົມໃຊ້ທີ່ໄດ້ຈ່າຍເງິນໄປແລ້ວ ໃນເດືອນທີ່ຜ່ານມາ.

3. ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າໂຄງສ້າງລາຄາໄຟຟ້າໄລຍະຍາວ ປັບປຸງໃໝ່ ຢ່າງລະອຽດ ໂດຍມີການປະກອບຄໍາຄິດເຫັນຢ່າງກວ້າງຂວາງ ຈາກຫຼາຍພາກສ່ວນໃນສັງຄົມ ເພື່ອໃຫ້ໄດ້ທາງເລືອກທີ່ເໝາະສົມທີ່ສຸດ ແລະ ສອດຄ່ອງກັບສະພາບເສດຖະກິດສັງຄົມ ໃນແຕ່ລະໄລຍະ ແລ້ວນໍາສະເໜີຕໍ່ລັດຖະບານ ພາຍໃນເດືອນຕຸລາ 2020.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...