spot_img
Homeຂ່າວຕ່າງປະເທດປູຕິນ ເຂົ້າຮ່ວມກອງປະຊຸມສຸດຍອດອາເຊັມ ກຽມພົບຜູ້ນຳອູແກຣນເພື່ອຖົກເຈລະຈາ

ປູຕິນ ເຂົ້າຮ່ວມກອງປະຊຸມສຸດຍອດອາເຊັມ ກຽມພົບຜູ້ນຳອູແກຣນເພື່ອຖົກເຈລະຈາ

Published on

Vladimir Putin visits Novosibirsk

 

ປະທານາທິບໍດີຣັດເຊຍ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊີ – ເອີລົບ ຫລື ອາເຊັມ ເພື່ອພົບຜູ້ນຳອູແກຣນ

ກຽມຫາລືເຖິງວິກິດການໃນພາກຕາເວັນອອກຂອງອູແກຣນ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 17 ຕຸລານີ້ວ່າ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ເດີນ

ທາງໄປເຂົ້າຮ່ວມກອງປະຊຸມສຸດຍອດອາເຊັມ ທີ່ປະເທດອີຕາລີ ໂດຍມີແຜນທີ່ຈະເຈລະຈາກັບ ທ່ານ ເປໂຕຣ ໂປ

ໂຣເຊນໂກ ປະທານາທິບໍດີອູແກຣນ ເພື່ອຮ່ວມຫາລືແກ້ໄຂວິກິດການຄວາມຮຸນແຮງໃນພາກຕາເວັນອອກຂອງ

ອູແກຣນ ເຊິ່ງເປັນບັນຫາໃຫຍ່ຂອງສະຫະພາບເອີລົບ.

 

ທັງນີ້ ຜູ້ນຳຂອງອັງກິດ, ເຢຍລະມັນ, ຝຣັ່ງ ແລະ ອີຕາລີ ມີຄວາມເຫັນໃນທາງດຽວກັນວ່າ ຣັດເຊຍຈຳເປັນຕ້ອງ

ເລັ່ງແກ້ໄຂບັນຫາເພີ່ມຂຶ້ນ ເພື່ອຢຸຕິຄວາມຮຸນແຮງທີ່ຍັງຄົງມີຢູ່ ຕາມທີ່ຊາດເອີລົບເຂົ້າໃຈວ່າຣັດເຊຍເປັນຜູ້ຢູ່

ເບື້ອງຫລັງ ລວມທັງຍັງຈັດສົ່ງອຸປະກອນສົງຄາມໃຫ້ແກ່ກຸ່ມແບ່ງແຍກດິນແດນໃນອູແກຣນອີກດ້ວຍ, ແນວໃດ

ກໍຕາມ ທາງຣັດເຊຍແມ່ນໄດ້ປະຕິເສດມາໂດຍຕະຫລອດ ແລະ ຕອບໂຕ້ວ່າເປັນການໃສ່ຮ້າຍປ້າຍສີໂດຍທີ່ບໍ່ມີ

ມູນຄວາມຈິງ.

 

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...