Homeຂ່າວທ້ອງຖິ່ນເຈົ້າໜ້າທີ່ຕໍາຫຼວດເລີ່ມປັບໃໝ 20 ເທົ່າຈາກການບໍ່ເສຍຄ່າທໍານຽມທາງ ບໍ່ມີມູນຄວາມຈິງ!

ເຈົ້າໜ້າທີ່ຕໍາຫຼວດເລີ່ມປັບໃໝ 20 ເທົ່າຈາກການບໍ່ເສຍຄ່າທໍານຽມທາງ ບໍ່ມີມູນຄວາມຈິງ!

Published on

ໜັງສືພິມວຽງຈັນທາມ ລາຍງານເມື່ອວັນທີ 8 ກໍລະກົດ 2020ນີ້ ວ່າ ຈາກຫາງສຽງສັງຄົມທີ່ວ່າ ຕໍາຫຼວດຈາລະຈອນເລີ່ມປັບໃໝ 20 ເທົ່າແລ້ວ ຖ້າພົບເຫັນເຈົ້າຂອງພາຫະນະປະເພດລົດຈັກ ແລະ ລົດໃຫ່ຍທຸກປະເພດທີ່ບໍ່ໄປເສຍຄ່າທໍານຽມທາງນັບແຕ່ເດືອນກໍລະກົດນີ້ເປັນຕົ້ນໄປ.

ຫຼ້າສຸດ ທາງພະແນກຈາລະຈອນນະຄອນຫຼວງໄດ້ອອກມາຊີ້ແຈງວ່າ: ເລື່ອງເລີ່ມປັບໃໝ 20 ເທົ່າບໍ່ມີມູນຄວາມຈິງ, ເພາະການປັບໃໝເສຍຄ່າທໍານຽມທາງແມ່ນທາງທະນາຄານເທົ່ານັ້ນທີ່ສາມາດປັບໃໝໄດ້.

ທ່ານ ພັນໂທ ເພັງສະຫວັນ ທຳມາບູນ  ຫົວໜ້າພະແນກ ຕຳຫຼວດຈະລາຈອນນະຄອນຫຼວງ ໄດ້ກ່າວຕໍ່ທີມງານວຽງຈັນທາຍມື້ເຊົ້ານີ້ວ່າ: ກໍລະນີມີການຕັ້ງດ່ານກວດຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍສະເພາະການກວດກາຍານພາຫະນະຕ່າງໆຕາມທ້ອງຖະໜົນ, ຖ້າຫາກວ່າລົດຄັນໃດບໍ່ໄດ້ເສຍຄ່າທາງໃນປີ 2019, ເຈົ້າໜ້າທີ່ຈະຂຽນໃບສັ່ງໃຫ້ຜູ້ຂັບຂີ່ລົດ ຫຼື ເຈົ້າຂອງລົດຄັນດັ່ງກ່າວໃຫ້ໄປເສຍຄ່າທາງຢູ່ທະນາຄານ ແລະ ເຈົ້າໜ້າທີ່ຈະກັກເອກກະສານໃດໜຶ່ງໄວ້ ເຊັ່ນ: ໃບຂັບຂີ່ ຫຼື ເອກກະສານລົດໄວ້, ຖ້າຫາກເຈົ້າຂອງລົດໄປເສຍຄ່າທໍານຽມທາງຕາມການຂຽນໃບສັ່ງຂອງເຈົ້າໜ້າທີ່ ແລ້ວ ເຈົ້າຂອງລົດນັ້ນໆສາມາດນໍາເອົາໃບບິນເສຍຄ່າທາງມາຢັ້ງຢືນເອົາເອກກະສານທີ່ກັກໄວ້ນໍາເຈົ້າໜ້າທີ່ໂດຍກົງເລີຍ ແລະ ຈະບໍ່ມີການປັບໃໝເປັນເທື່ອທີສອງ.

ທ່ານ ພັນໂທ ເພັງສະຫວັນໄດ້ກ່າວຕື່ມອີກວ່າ ສ່ວນວ່າເຈົ້າໜ້າທີ່ມີສິດປັບໃໝນັ້ນແມ່ນຜູ້ຂັບຂີ່ ຫຼື ເຈົ້າຂອງພາຫະນະເຮັດບໍ່ຖືກລະບຽບເທົ່ານັ້ນເຊັ່ນ: ບໍ່ມີເອກກະສານລົດ ຫຼື ໝົດອາຍຸ, ບໍ່ມີໃບຂັບຂີ່ ຫຼື ໝົດອາຍຸ, ບໍ່ມີໃບເຕັກນິກ ຫຼື ໝົດອາຍຸ ນອກນັ້ນຍັງເຮັດຜິດກົດລະບຽບຈາລະຈອນເຊັ່ນ: ຈອດລົດບ່ອນຕ້ອງຫ້າມ, ແລ່ນໄວເກີນກໍານົດໃນເຂດທີ່ຫ້າມ, ລ້ຽວບ່ອນຫ້າມລ້ຽວ ແລະ ອື່ນໆ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...