Homeຂ່າວຕ່າງປະເທດຜູ້ນຳບຣາຊິນຕິດເຊື້ອໄວຣັດໂຄວິດ-19 ຫຼັງພົບປະຜູ້ຄົນ

ຜູ້ນຳບຣາຊິນຕິດເຊື້ອໄວຣັດໂຄວິດ-19 ຫຼັງພົບປະຜູ້ຄົນ

Published on

ເມື່ອວັນທີ 7 ກໍລະກົດ 2020 ສຳນັກຂ່າວ CNN ລາຍງານວ່າ ປະທານາທິບໍດີ ຊາອີຣ໌ ໂບລໂຊນາໂລ ແຫ່ງປະເທດ ບຣາຊິນ ຕິດເຊື້ອໂຄວິດ-19 ຫຼັງຈາກຜົນກວດອອກມາເປັນບວກ ນັບວ່າເປັນຜູ້ນຳປະເທດຄົນຫຼ້າສຸດທີ່ຕິດເຊື້ອໂຄວິດ. ໂດຍສຳນັກງານຝ່າຍສື່ຂອງປະທານາທິບໍດີບຣາຊິນ ໄດ້ເປີດເຜີຍຕໍ່ກັບສຳນັກຂ່າວ ຊີເອັນເອັນ ວ່າ ທ່ານ ໂບລໂຊນາໂຣ ກຳລັງຮັບການຮັກສາ.

ບຣາຊິນເປັນອັນດັບສອງຮອງຈາກອາເມລິກາທີ່ມີການຕິດເຊື້ອໂຄວິດ-19 ແລະ ການເສຍຊີວິດຫຼາຍທີ່ສຸດໃນໂລກ ແຕ່ທ່ານ ໂບລໂຊນາໂລ ມັກປະກົດຕົວຕໍ່ໜ້າສາທາລະນະ ແລະ ໃນການຊຸມນຸມໂດຍບໍ່ໃສ່ຜ້າປິດປາກ ພ້ອມຍັງມັກກອດຜູ້ຄົນ.

ທັງນີ້, ໃນຊ່ວງຫຼາຍເດືອນທີ່ຜ່ານມາ ທ່ານ ໂບລໂຊນາໂລ ຖືກວິຈານຢ່າງໜັກໃນການຮັບມືກັບໂຄວິດ-19 ໃນບຣາຊິນ ໂດຍເຂົາໄດ້ປະຕິເສດອັນຕະລາຍຈາກໄວຣັດນີ້ ແລະ ຮຽກຮ້ອງໃຫ້ຜູ້ວ່າການລັດຕ່າງໆເລີກໃຊ້ມາດຕະການເວັ້ນໄລຍະຫ່າງ ຫຼື ມາດຕະການລັອກດາວ ເພື່ອຄວບຄຸມການລະບາດ ເຖິງແມ່ນວ່າຈະມີຈຳນວນຍອດຜູ້ຕິດເຊື້ອສະສົມຫຼາຍກວ່າ 1,623,284 ຄົນ ແລະ ມີຜູ້ເສຍຊີວິດແລ້ວຫຼາຍກວ່າ 65,000ຄົນ.

ທ່ານ ໂບລໂຊນາໂລ ຖືກກວດພົບວ່າຕິດເຊື້ອໂຄວິດ-19 ພຽງບໍ່ພໍເທົ່າໃດມື້ຫຼັງຈາກທີ່ເຂົາເຂົ້າຮ່ວມພິທີລຳລຶກ ວັດຊາດສະຫະລັດອາເມລິກາ ເມື່ອວັນທີ 4 ກໍລະກົດ ທີ່ຜ່ານມາ.

 

ຮຽບຮຽງຂ່າວ: ພຸດສະດີ

 

 

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...