Homeຂ່າວພາຍ​ໃນOxford ຮອງຮັບ ໂຮງຮຽນ ຮີດຟິວ ວຽງຈັນ ເປັນໂຮງຮຽນມາດຕະຖານໃຊ້ຫຼັກສູດການສອນ Oxford ແຫ່ງທໍາອິດໃນລາວ

Oxford ຮອງຮັບ ໂຮງຮຽນ ຮີດຟິວ ວຽງຈັນ ເປັນໂຮງຮຽນມາດຕະຖານໃຊ້ຫຼັກສູດການສອນ Oxford ແຫ່ງທໍາອິດໃນລາວ

Published on

ໂຮງຮຽນ ນາໆຊາດ ຮີດຟິວວຽງຈັນ ໄດ້ຮັບຄັດເລືອກຈາກມະຫາວິທະຍາໄລ ອ໊ອກຟ໊ອດ ໂດຍ ອ໊ອກຟ໊ອດ ເອດູເຄຊັ້ນ (Oxford Education) ເພື່ອນໍາໃຊ້ຫລັກສູດສາກົນເຂົ້າມາສິດສອນໃນໂຮງຮຽນ ເຊີ່ງຈະເລີ່ມນໍາໃຊ້ ໃນສົກຮຽນປີ 2020-2021 ເປັນຕົ້ນໄປ. ໃນງານຄັ້ງນີ້ເປັນກຽດມອບຮັບໃບປະກາດໂດຍ ທ່ານ Mr Jeft Matthewman ຕາງໜ້າສະຖານທູດອັງກິດປະຈໍາ ສປປ ລາວ ແລະ ທ່ານ Mr John Cockcroft ປະທານນັກທຸລະກິດປະເທດອັງກິດປະຈໍາລາວ.

ມະຫາວິທະຍາໄລ ອ໊ອກຟ໊ອດ ເປັນມະຫາວິທະຍາໄລລະດັບຊັ້ນນຳຂອງໂລກ ແລະ ໄດ້ຖືກຈັດລຳດັບໂດຍວາລະສານ ທາມສ໌ (​Times Magazines) ໃຫ້ເປັນມະຫາວິທະຍາໄລອັນດັບ 1 ຂອງໂລກເປັນເວລາ 4 ປີຕິດຕໍ່ກັນ. ຫຼັກສູດສາກົນດັ່ງກ່າວນີ້ເປັນຫຼັກສູດທີ່ໄດ້ພັດທະນາຂື້ນເພື່ອໃຫ້ແທດເໝາະ ກັບຍຸກສັດຕະວັດທີ 21 ຍຸກປະຈຸບັນທີ່ຖືກເອີ້ນກັນວ່າເປັນຍຸກໂລກາວິວັດທີ່ໂລກມີແຕ່ຄວາມຜັນຜວນ ແລະ ປ່ຽນແປງຢູ່ຕະຫລອດເວລາ. ດັ່ງນັ້ນ, ຫຼັກສູດການຮຽນດັ່ງກ່າວຈະນໍາພານັກຮຽນນັກສຶກສາຍຸກໃໝ່ ໃຫ້ໄດ້ຮັບການພັດທະນາແບບອົງລວມ ແລະ ຮອບດ້ານ ມີຄວາມເຂັ້ມຂຸ້ນໃນວິຊາຮຽນ ລວມໄປເຖີງ ທັກສະການໃຊ້ຊີວິດໃຫ້ມີຄວາມຜາສຸກຫຼື ເວົ້າໄດ້ວ່າໃຫ້ມີເປົ້າໝາຍ ແລະ ຄວາມສຸກ.

ໂຮງຮຽນນານາຊາດ ຮີດຟິວ ວຽງຈັນ ນີ້ແມ່ນແນໃສ່ຄວາມເປັນເລີດທາງການສຶກສາ ແລະ ການທີ່ນໍາໃຊ້ຫຼັກສູດຂອງນາໆຊາດຂອງອ໋ອກຟ໋ອດ (Oxford International Curriculum) ແມ່ນຈະເຮັດໃຫ້ຫຼັກສູດຂອງໂຮງຮຽນ ຮີດຟີວ ດີຍິ່ງຂື້ນໄປຕື່ມ. ພ້ອມດຽວກັນນີ້ທາງໂຮງຮຽນໄດ້ເປີດໂຕອາຄານໃໝ່ ແລະ ສິ່ງອຳນວຍຄວາມສະດວກເພື່ອພັດທະນາສັກກະຍາພາບນັກຮຽນທາງດ້ານສຸຂະພາບແລະ ກິລາ ເຊີ່ງມີສະຫນາມກິລາແບບຄົບວົງຈອນເຊັ່ນ ເດີ່ນເທັນນິສ, ເດີ່ນເຕະບານ, ສະລອຍນໍ້າ, ເດີ່ນກິລາໃນຮົ່ມ ແລະ ອື່ນໆ.

ໂຮງຮຽນນານາຊາດ ຮີດຟິວ ມີຄວາມມຸ່ງຫວັງເປັນທີ່ສຸດທີ່ຈະພັດທະນານັກຮຽນຂອງພວກເຮົາ ເຕີບໃຫຍ່ໃຫ້ເປັນຄົນມີຄຸນນະພາບຂອງສັງຄົມ ມີທັດສະນະທາງບວກຢູ່ສະເໝີ ແລະ ປະສົບຜົນສຳເລັດໃນອານາຄົດ.

ຜູ້ປົກຄອງສາມາດມາດເຂົ້າມາຢ້ຽມຊົມໂຮງຮຽນ ຫຼື ໂທສອບຖາມລາຍລະອຽດເພີ່ມເຕີມ ໂທ: 020 55928899 website: www.heathfield.la ສະຖານທີ່ຕັ້ງຢູ່ ບ້ານ ພະຂາວ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.

 

 

 

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...