Homeຂ່າວພາຍ​ໃນຍອດຜູ້ປ່ວຍໄຂ້ຍຸງລາຍທົ່ວປະເທດສູງເຖິງ 2 ພັນກວ່າຄົນ ເສຍຊີວິດ 6 ຄົນ

ຍອດຜູ້ປ່ວຍໄຂ້ຍຸງລາຍທົ່ວປະເທດສູງເຖິງ 2 ພັນກວ່າຄົນ ເສຍຊີວິດ 6 ຄົນ

Published on

ສະພາບການພະຍາດໄຂ້ຍຸງລາຍໃນປະເທດ ປັດຈຸບັນ, ຍັງຕ້ອງໄດ້ມີການເຝົ້າຕິດຕາມຢ່າງໃກ້ຊິດ ເນື່ອງຈາກວ່າຍອດຜູ້ປ່ວຍໄຂ້ຍຸງຍັງມີອັດຕາເພີ່ມຂຶ້ນໃນແຕ່ລະວັນ. ທົ່ວປະເທດມີພຽງແຂວງຊຽງຂວາງທີ່ບໍ່ມີລາຍງານຜູ້ປ່ວຍໄຂ້ຍຸງລາຍ ສ່ວນນະຄອນຫຼວງວຽງຈັນແມ່ນມີຜູ້ປ່ວຍສູງເຖິງ 499 ຄົນ.

ລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍປະຈໍາ ວັນທີ 28/06/2020 ມີ 06 ກໍລະນີ ແລະ ເສຍຊີວິດ 00 ກໍລະນີ. ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-28/06/2020 ມີ 2,223 ກໍລະນີ ແລະ ເສຍຊີວິດ 06 ກໍລະນີ.

ໃນ​ນີ້ ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ຄອງ​ອັນ​ດັບ​ສູງສຸດ ມີ​ຄົນ​ຕິດ­ເຊື້ອ​ພະ­ຍາດ​ນີ້​ສະ​ສົມ 499 ກໍ­ລະ­ນີ, ເສຍ​ຊີ­ວິດ 2 ຄົນ; ແຂວງ​ວຽງ​ຈັນ 305 ກໍ­ລະ­ນີ; ອັດ​ຕະ​ປື 230 ກໍ­ລະ­ນີ; ບໍ​ລິ​ຄຳ​ໄຊ 257 ກໍ­ລະ­ນີ, ເສຍ​ຊີ­ວິດ 2 ຄົນ; ຄຳ​ມ່ວນ 178 ກໍ­ລະ­ນີ, ເສຍ​ຊີ­ວິດ 1 ຄົນ; ສະ­ຫວັນ​ນະ​ເຂດ 175 ກໍ­ລະ­ນີ; ສາ­ລະ​ວັນ 136 ກໍ­ລະ­ນີ; ໄຊ​ຍະ​ບູ​ລີ 116 ກໍ­ລະ­ນີ, ເສຍ​ຊີ­ວິດ 1 ຄົນ; ເຊ​ກອງ 51 ກໍ­ລະ­ນີ, ຫຼວງ​ນໍ້າ​ທາ 71 ກໍ­ລະ­ນີ; ໄຊ​ສົມ­ບູນ 36 ກໍ­ລະ­ນີ; ອຸ­ດົມ​ໄຊ 46 ກໍ­ລະ­ນີ; ຫຼວງ​ພະ​ບາງ 55 ກໍ­ລະ­ນີ; ບໍ່​ແກ້ວ 46 ກໍ­ລະ­ນີ; ຈຳ­ປາ​ສັກ 17 ກໍ­ລະ­ນີ; ຜົ້ງ​ສາ­ລີ 5 ກໍ­ລະ­ນີ; ຫົວ­ພັນ 1 ກໍ­ລະ­ນີ; ສ່ວນ​ແຂວງ​ຊຽງ​ຂວາງ ບໍ່​ພົບ​ກໍ­ລະ­ນີ​ຕິດ­ເຊື້ອ​ພະ­ຍາດ​ນີ້.

ສະ­ພາບ​ໄຂ້­ຍຸງ​ລາຍ​ປີ­ຜ່ານ­ມາ ຖື​ເປັນ​ປີ​ລະ­ບາດ​ໃຫຍ່​ຢູ່​ຂົງ­ເຂດ​ອາ­ຊີ​ຕາ­ເວັນ​ອອກ​ສ່ຽງ​ໃຕ້ ເຊິ່ງ​ມີ​ຜູ້​ຕິດ­ເຊື້ອ 39.000 ຄົນ ເສຍ​ຊີ­ວິດ 76 ຄົນ. ສະ­ເພາະ​ຢູ່ ສປປ ລາວ ໄດ້​ມີ​ການ​ແຜ່​ລະ­ບາດ​ຢ່າງ​ກວ້າງ­ຂວາງ​ໃນ​ທົ່ວ​ປະ­ເທດ.

ເພື່ອ​ປ້ອງ​ກັນ​ພະ­ຍາດ​ໄຂ້­ຍຸງ​ລາຍ​ບໍ່​ໃຫ້​ມີ​ການ​ລະ­ບາດ​ເປັນ​ວົງ​ກວ້າງ ແລະ ບໍ່​ໃຫ້​ມີ​ກໍ­ລະ­ນີ​ໃໝ່ ທຸກ​ຄົນ​ຕ້ອງ​ພ້ອມ​ກັນ​ປ້ອງ​ກັນ​ບໍ່​ໃຫ້​ຍຸງ​ລາຍ​ກັດ ໄປ​ຄຽງ​ຄູ່​ກັບ​ການ​ປະ­ຕິ­ບັດ​ຫຼັກ­ການ 5 ປ ທີ່​ກະ­ຊວງ​ ສາ­ທາ­ລະ­ນະ​ສຸ​ກ ວາງ​ອອກ​ເປັນ​ປະ­ຈຳ ໂດຍ​ສະ­ເພາະ​ທຳ­ລາຍ​ແຫຼ່ງ​ເພາະ​ພັນ​ໜອນ​ນໍ້າ​ຍຸງ​ລາຍ ບໍ່​ມີ​ໜອນ​ນໍ້າ ກໍ​ຈະ​ບໍ່​ມີ​ຍຸງ​ລາຍ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...