Homeຂ່າວຕ່າງປະເທດຈີນຮ່າງກົດໝາຍໃໝ່ "ຫ້າມຄ້າສັດປ່າ ແລະ ຫ້າມກິນຊີ້ນໝາ"

ຈີນຮ່າງກົດໝາຍໃໝ່ “ຫ້າມຄ້າສັດປ່າ ແລະ ຫ້າມກິນຊີ້ນໝາ”

Published on

ເວັບໄຊ posttoday.com ລາຍງານວ່າ ເທດສະການກິນຊີ້ນໝາຊື່ດັງຂອງຈີນເລີ່ມຕົ້ນຂຶ້ນໃນວັນທີ 21-30 ມິຖຸນານີ້ ເຊິ່ງເປັນເທດສະການປະຈຳປີທີ່ເມືອງ ອີ້ຫຼິນ ເຂດປົກຄອງຕົນເອງກວາງຊີຈ້ວງ ຄາດວ່າການຈັດງານໃນປີນີ້ອາດເປັນປີສຸດທ້າຍ ເນື່ອງຈາກວ່າ ມັນໄດ້ສວນທາງກັບການລົນນະລົງຂອງລັດຖະບານຈີນໃນການປັບປຸງສະຫວັດດີການສັດ ແລະ ຫຼຸດຄວາມສ່ຽງຕໍ່ສຸຂະພາບຕໍ່ການບໍລິໂພກຊີ້ນສັດແປກໆ ຫຼັງຈາກເກີດການລະບາດຂອງໄວຣັດໂຄໂຣນາສາຍພັນໃໝ່ ແລະ ເຮັດໃຫ້ປະຊາຄົມໂລກຈັບຕາເບິ່ງພຶດຕິກຳການກິນຊີ້ນສັດປ່າຂອງພົນລະເມືອງຈີນ.

ຕາມປົກກະຕິແລ້ວ, ເທດສະການດັ່ງກ່າວໃນແຕ່ລະປີຈະມີຜູ້ເຂົ້າຮ່ວມງານຫຼາຍພັນຄົນ ແຕ່ນັກລົນນະລົງເພື່ອສິດທິສັດລາຍງານວ່າ ຕົວເລກຜູ້ເຂົ້າຮ່ວມງານໃນປີນີ້ຫຼຸດໜ້ອຍລົງ.

ເມື່ອເດືອນເມສາທີ່ຜ່ານມາ ກະຊວງກະສິກຳຈີນຕັດສິນໃຈທີ່ຈະຈຳແນກໝາໃຫ້ເປັນສັດລ້ຽງແທນທີ່ຈະເປັນປະສຸສັດ (ສັດທີ່ສາມາດກິນໄດ້) ເຊິ່ງຖືເປັນບາດກ້າວສຳຄັນທີ່ຈະນຳໄປສູ່ການບັງຄັບໃຫ້ປະຊາຊົນຢຸດຕິການກິນຊີ້ນໝາທີ່ກໍ່ໃຫ້ເກີດພາບລັກອັນບໍ່ດີຕໍ່ສາຍຕາປະຊາຄົມໂລກ ແລະ ມີບາງເມືອງໄດ້ຫ້າມກິນຊີ້ນໝາເດັດຂາດແລ້ວເຊັ່ນ: ເມືອງ ເຊິນເຈິ້ນ.

ລັດຖະບານຈີນກຳລັງຮ່າງກົດໝາຍໃໝ່ເພື່ອຫ້າມການຄ້າສັດປ່າ ແລະ ປົກປ້ອງສັດລ້ຽງ ເຊິ່ງນັກລົນນະລົງຫວັງວ່າປີນີ້ຈະເປັນປີສຸດທ້າຍທີ່ມີການຈັດງານເທດສະການກິນຊີ້ນໝາ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...