spot_img
Homeຂ່າວທ້ອງຖິ່ນຫຼາຍແຜນງານຂອງລັດຖະບານໃນປີ 2020 ມີຄວາມສ່ຽງຈະບໍ່ບັນລຸຕາມແຜນ

ຫຼາຍແຜນງານຂອງລັດຖະບານໃນປີ 2020 ມີຄວາມສ່ຽງຈະບໍ່ບັນລຸຕາມແຜນ

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ຜ່ານການຕິດຕາມກວດກາ ຂອງຄະນະປະຈຳສະພາແຫ່ງຊາດ ເຫັນວ່າຍັງມີຫຼາຍຄາດໝາຍ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020 ມີຄວາມສ່ຽງ ຈະບໍ່ບັນລຸໄດ້ຕາມແຜນການ ເນື່ອງຈາກການຂະຫຍາຍຕົວຂອງບັນດາຂະແໜງການ ໃນໂຄງປະກອບເສດຖະກິດແຫ່ງຊາດ ຫຼຸດລົງ ໂດຍສະເພາະຂະແໜງບໍລິການ ທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ ລວມທັງພາສີ-ອາກອນ ເຊິ່ງທັງໝົດນັ້ນ ຈະສົ່ງຜົນກະທົບຕໍ່ອັດຕາການເຕີບໂຕ ຂອງລວມຍອດຜະລິດຕະພັນພາຍໃນ ປີ 2020 ຈະບໍ່ບັນລຸໄດ້ຕາມແຜນ ກໍຄືຕາມມະຕິຂອງກອງປະຊຸມສະພາແຫ່ງຊາດຮັບຮອງໄວ້ 6,5%.

ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ການຜະລິດກະສິກຳ ແລະ ການຄໍ້າປະກັນສະບຽງອາຫານ ໂດຍລວມແລ້ວຍັງບໍ່ໄດ້ຕາມແຜນການທີ່ວາງໄວ້ ເປັນຕົ້ນ ການຜະລິດພືດສະບຽງ, ການຜະລິດເຂົ້າເປັນສິນຄ້າ ສົ່ງອອກໄປ ສປ ຈີນ ໂກຕາແມ່ນ 50 ພັນໂຕນ ສົ່ງອອກແລ້ວ 15 ພັນໂຕນ; ການສົ່ງອອກສັດລ້ຽງງົວ-ຄວາຍ ແຜນການປີແມ່ນ 1 ແສນໂຕ, ສົ່ງອອກແລ້ວ 1.680 ໂຕ. ສຳລັບການຈັດຕັ້ງປະຕິບັດບັນດາຄາດໝາຍ ໃນຂົງເຂດວັດທະນະທຳ-ສັງຄົມ ຫຼາຍຄາດໝາຍ ຍັງບໍ່ບັນລຸຕາມແຜນການ ໂດຍສະເພາະ ອັດຕາການປະລະການຮຽນ ຂອງນັກຮຽນທຸກຊັ້ນຮຽນຍັງສູງ, ອັດຕາການເຂົ້າຮຽນລວມ ຊັ້ນມັດທະຍົມຕອນປາຍ ບໍ່ບັນລຸຕາມຄາດໝາຍ; ພ້ອມນີ້ ອັດຕາການເກີດລູກມີແພດຊ່ວຍ, ການຊົມໃຊ້ນໍ້າສະອາດ, ການຊົມໃຊ້ວິດຖ່າຍ, ການທ່ອງທ່ຽວ, ການສ້າງຄອບຄົວ ແລະ ບ້ານວັດທະນະທຳ, ການພັດທະນາສີມືແຮງງານ ເພື່ອສະໜອງໃຫ້ແກ່ຕະຫຼາດ ແຮງງານ ແລະ ອື່ນໆ. ນອກນີ້, ການປະຕິບັດຄາດໝາຍວຽກງານພັດທະນາຊົນນະບົດ ໂດຍລວມແລ້ວ ຍັງບໍ່ທັນມີຄວາມຄືບໜ້າດີເທົ່າທີ່ຄວນ ເປັນຕົ້ນ ການຈັດຕັ້ງປະຕິບັດໂຄງການຕົວຈິງ ຢູ່ສອງເມືອງເປົ້າໝາຍລຶບລ້າງຄວາມທຸກຍາກ (ເມືອງຊອນ ແຂວງ ຫົວພັນ ແລະ ເມືອງນອງ ແຂວງ ສະຫວັນນະເຂດ) ລວມທັງບັນດາຈຸດສຸມຕ່າງໆ.

ທ່ານ ບຸນປອນ ບຸດຕະນະວົງ ໃຫ້ຮູ້ຕື່ມວ່າ: ການລະດົມແຫຼ່ງທຶນ ຈາກພາກເອກະຊົນພາຍ ແລະ ຕ່າງປະເທດ ຍັງບໍ່ໄດ້ຕາມແຜນການ ໂດຍສະເພາະແມ່ນ ການສຸມທຶນຮອນໃສ່ຂະແໜງການທີ່ເປັນເສົາຄໍ້າ ແລະ ຂັບເຄື່ອນເສດຖະກິດ ໃຫ້ຂະຫຍາຍຕົວ ເປັນຕົ້ນ ການກໍ່ສ້າງພື້ນຖານໂຄງລ່າງ ເຂດເສດຖະກິດ ຕາມແລວທາງລົດໄຟ ລາວ-ຈີນ ແລະ ການເຊື່ອມຈອດອະນຸພາກພື້ນ, ອຸດສາຫະກຳປຸງແຕ່ງ, ກະສິກຳສະອາດ ແລະ ອື່ນໆ. ສ່ວນການເກັບລາຍຮັບເຂົ້າງົບປະມານ ບັນລຸພຽງແຕ່ 27% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 11%; ການປະຕິບັດລາຍຈ່າຍ ໂຄງການລົງທຶນຂອງລັດ ບໍ່ໄດ້ຕາມແຜນການທີ່ສະພາແຫ່ງຊາດຮັບຮອງ; ການຂາດດູນງົບປະມານເພີ່ມຂຶ້ນເກືອບເທົ່າຕົວ ເຊິ່ງເຫັນວ່າເປັນສິ່ງທ້າທາຍສູງ ຕໍ່ການຊອກແຫລ່ງທຶນ ເພື່ອມາດູນດ່ຽງງົບປະມານ, ການແກ້ໄຂໜີ້ສິນສາທາລະນະ ແລະ ໜີ້ສິນການລົງທຶນຂອງລັດຍັງມີຄວາມທ້າທາຍສູງ. ພ້ອມກັນນີ້, ການປະຕິບັດນະໂຍບາຍເງິນຕາ ມີບາງຄາດໝາຍກໍຍັງເປັນສິ່ງທ້າທາຍ ໂດຍສະເພາະແມ່ນອັດຕາເງິນເຟີ້ມີທ່າອ່ຽງເພີ່ມຂຶ້ນ, ອັດຕາແລກປ່ຽນມີຄວາມຜັນຜວນ, ເງິນກີບສືບຕໍ່ອ່ອນຄ່າ, ສະພາບຄ່ອງດ້ານເງິນຕາຍັງຝືດເຄືອງ, ການສະໜອງສິນເຊື່ອຈາກງົບປະມານແຫ່ງລັດ ແລະ ເງິນກູ້ຢືມຈາກຕ່າງປະເທດ ເພື່ອສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຍັງບໍ່ທັນປະຕິບັດໄດ້ຕາມແຜນການກຳນົດ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...