Homeຂ່າວທ້ອງຖິ່ນທ່ານ ສອນໄຊ ສິດພະໄຊ ຂຶ້ນເປັນປະທານສະພາບໍລິຫານທະນາຄານແຫ່ງ ສປປ ລາວຄົນໃໝ່

ທ່ານ ສອນໄຊ ສິດພະໄຊ ຂຶ້ນເປັນປະທານສະພາບໍລິຫານທະນາຄານແຫ່ງ ສປປ ລາວຄົນໃໝ່

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານໃຫ້ຮູ້ວ່າ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີມອບ-ຮັບໜ້າທີ່ ປະທານສະພາບໍລິຫານ ທຫລ ຢ່າງເປັນທາງການລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ປະທານສະພາບໍລິຫານ ທຫລ (ຜູ້ເກົ່າ) ແລະ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ , ປະທານສະພາບໍລິຫານ ທຫລ (ຜູ້ໃໝ່) ໃນວັນທີ 18 ມິຖຸນາ 2020 ໂດຍມີກໍາມະການສະພາບໍລິຫານ ທຫລ, ຄະນະຜູ້ວ່າການ ທຫລ ແລະ ບັນດາກົມ-ທຽບເທົ່າກົມ ເຂົ້າຮ່ວມ.

ການຮັບໜ້າທີ່ປະທານສະພາບໍລິຫານ ທຫລ ຜູ້ໃໝ່ ແລະ ກໍາມະການສະພາບໍລິຫານຊຸດໃໝ່ໃນຄັ້ງນີ້, ປະກອບດ້ວຍບັນດາຄະນະນໍາທີ່ມາຈາກ ຂະແໜງການກ່ຽວຂ້ອງກັບການເຄື່ອນໄຫວຂອງທະນາຄານ ແລະ ມາຈາກສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ຈາກມະຫາວິທະຍາໄລແຫ່ງຊາດ ໂດຍໄດ້ປະຕິບັດຕາມກົດໝາຍວ່າດ້ວຍ ທຫລ ສະບັບເລກທີ 47/ສພຊ, ລົງວັນທີ 19/6/2018; ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 102/ນຍ, ລົງວັນທີ 31/1/2020 ວ່າດ້ວຍການແຕ່ງຕັ້ງສະພາບໍລິຫານ ທຫລ ເຊິ່ງເປັນການຈັດຕັ້ງບໍລິຫານສູງສຸດໃນການຕົກລົງ ແລະ ຮັບຮອງເອົາບັນຫາທີ່ສຳຄັນຕ່າງໆ ທີ່ຕິດພັນກັບການເຄື່ອນໄຫວໜ້າທີ່ການ ເມືອງຂອງ ທຫລ ເປັນຕົ້ນແຜນເງິນຕາແຫ່ງຊາດ ເພື່ອສະເໜີລັດຖະບານພິຈາລະນາ ແລະ ສະ ເໜີຕໍ່ສະພາແຫ່ງຊາດຮັບຮອງ, ບົດລາຍງານການເຄື່ອນໄຫວວຽກງານປະຈຳປີ ແລະ ທິດທາງໃນປີຕໍ່ໄປ, ການຈັດຕັ້ງປະຕິບັດແຜນງົບປະມານລາຍຮັບ-ລາຍຈ່າຍປະຈໍາປີ ແລະ ທິດທາງໃນປີຕໍ່ໄປ ເພື່ອສະເໜີນາຍົກລັດຖະມົນຕີ ພິຈາລະນາອະນຸມັດ, ພ້ອມນີ້ ຍັງມີໜ້າທີ່ຮັບຮອງເອົານະໂຍບາຍ ແລະ ລະບຽບການທີ່ສຳຄັນພາຍໃນຂອງ ທຫລ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...