Homeຂ່າວທ້ອງຖິ່ນການເໜັງຕີງລາຄາຄຳໃນລາວຍັງບໍ່ຄົງທີ່ ແລະ ແນວໂນ້ມເພີ່ມສູງຂຶ້ນ

ການເໜັງຕີງລາຄາຄຳໃນລາວຍັງບໍ່ຄົງທີ່ ແລະ ແນວໂນ້ມເພີ່ມສູງຂຶ້ນ

Published on

ລາຄາຄຳກຳລັງສູງຂຶ້ນຕໍ່ເນື່ອງໂດຍຄຳຮູບປະພັນຢູ່ທີ່ 8 ລ້ານກວ່າກີບຕໍ່ 1 ບາດ ນັບວ່າເປັນສະຖິຕິທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ອີງຕາມລາຄາຄຳຂອງຮ້ານຄຳພູວົງ. ຫຼ້າສຸດ, ມາຮອດເຊົ້າວັນທີ 23 ມິຖຸນາ 2020 ນີ້ ລາຄາຄຳໄດ້ປັບຂຶ້ນເປັນ 8.119.000 ກີບຕໍ່ບາດ; 2.034.000 ກີບຕໍ່ສະຫຼຶງ ເຊິ່ງສະເພາະແຕ່ເຊົ້ານີ້ມີການປັບລາຄາຄຳຂຶ້ນ-ລົງ 2 ຄັ້ງແລ້ວ ເປັນການປັບຂຶ້ນຢ່າງຕໍ່ເນື່ອງ ນັບແຕ່ລັດຖະບານຜ່ອນຜັນມາດຕະການລ໋ອກດາວ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນຕົ້ນເດືອນພຶດສະພາຜ່ານມາ ແລະ ໄດ້ອະນຸຍາດໃຫ້ຮ້ານຄ້າເປີດ ໂດຍລາຄາຄຳ ວັນທີ 4 ພຶດສະພາ ແມ່ນ 7.309.000 ກີບຕໍ່ບາດ; 1.829.000 ກີບຕໍ່ສະຫຼຶງ.

ໜັງສືພິມເສດຖະກິດ-ການຄ້າ ລາຍງານວ່າ ທ່ານ ຈັນທະວົງ ພະມີສິດ ຜູ້ອຳນວຍການຮ້ານຄຳພູວົງ, ທັງເປັນຮອງປະທານສະມາຄົມຄຳ ແລະ ອັນຍະມະນີລາວ ໃຫ້ສຳພາດກ່ອນໜ້ານີ້ວ່າ: ເຖິງແມ່ນວ່າຄວາມຮຸນແຮງຂອງການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ຈະບໍ່ໜັກ, ແຕ່ພາກພື້ນເອີຣົບ ແລະ ອາເມຣິກາຖືວ່າໜັກຫຼາຍ ແລະ ຕະຫຼາດຄຳເອງກໍເປັນສິນຊັບທີ່ມີລາຄາກາງທົ່ວໂລກ.

ສະນັ້ນ, ຄຳຈະມີທ່າອ່ຽງທີ່ສູງຂຶ້ນ ຈາກການລົງທຶນຈາກນັກສະຖາບັນການເງິນ ແລະ ເປັນຊັບສິນທີ່ສາມາດປ້ອງກັນເງິນເຟີ້ໄດ້ດີ ໃນສະພາບທີ່ຫຼາຍໆປະເທດມະຫາອຳນາດພິມເງິນອອກມາປະຄອງເສດຖະກິດ ແລະ ຊ່ວຍເຫຼືອປະຊາຊົນຂອງຕົນ ເຮັດໃຫ້ຄຳເປັນຊັບສິນທີ່ໜ້າຕິດຕາມ.

ທັງນີ້, ເວັບໄຊ bangkokbiznews ໄດ້ເຜີຍແຜ່ ລາຄາຄໍາຈາກການຊື້-ຂາຍໃນຕະຫຼາດໂລກ (Gold spot) ໃນເຊົ້າວັນທີ 23 ມິຖຸນາ 2020 ນີ້ ຢູ່ທີ່ 1.773 ໂດລາຕໍ່ອອນ ຫຼັງຈາກປິດຕະຫຼາດໃນຄືນວັນທີ 22 ມິຖຸນາ ເພີ່ມຂຶ້ນ 17.55 ໂດລາ ເປັນ 1.773 ໂດລາຕໍ່ອອນ ໃນຂະນະທີ່ນັກລົງທືນ ກຳລັງຫັນມາຄອບຄອງຊັບສິນທີ່ມີຄວາມສ່ຽງຕໍ່າກວ່າ ຫລັງຈາກທີ່ມີຄວາມວິຕົກກັງວົນກ່ຽວກັບການລະບາດຂອງໂຄວິດ-19 ຮອບທີ 2 ໃນຫຼາຍປະເທດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...