Homeຂ່າວທ້ອງຖິ່ນສວນເຈົ້າອານຸວົງຈະຖືກປັບປຸງໃຫ້ສາມາດດຶງດູດນັກທ່ອງທ່ຽວຫຼາຍຂຶ້ນ.

ສວນເຈົ້າອານຸວົງຈະຖືກປັບປຸງໃຫ້ສາມາດດຶງດູດນັກທ່ອງທ່ຽວຫຼາຍຂຶ້ນ.

Published on

ໜັງສືພິມວຽງຈັນໃໝ່ ລາຍງານໃຫ້ຮູ້ວ່າ ບໍ­ລິ­ສັດ ຟູ​ຈິ​ວະ​ຣະ ແລະ ບໍ­ລິ­ສັດ ດາວ­ເຮືອງ ເຊິ່ງທັງ​ສອງ​ບໍ­ລິ­ສັດເປັນຜູ້ສໍາປະທານ ສວນ​ເຈົ້າ​ອະ­ນຸ­ວົງ ​ໄດ້​ຂຶ້ນ​ແຜນ​ພັດ­ທະ­ນາ​ສວນ​ເຈົ້າ​ອະ­ນຸ­ວົງ ເພື່ອໃຫ້ມີຄວາມສວຍງາມ ແລະ ເປັນໃບໜ້າໃໝ່ ໃຫ້ນະຄອນຫຼວງວຽງຈັນ ທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ການພັດທະນາປະກອບມີ ພັດ­ທະ­ນາ​ຮົ້ວ​ສີ­ຂຽວ​ໃຫ້​ມາ​ເປັນ​ສວນ​ດອກ​ໄມ້ ຫຼື​ ກຳ­ແພງ​ວຽງ​ຈັນ​ເກົ່າ, ພັດ­ທະ­ນາ​ສວນ​ຫຼິ້ນ​ເດັກ­ນ້ອຍ ເຄື່ອງ​ອອກ­ກຳ­ລັງ​ກາຍ, ປັບ­ປຸງ ​ສວນ​ດອກ​ໄມ້​ໃຫ້​ມີ​ບ່ອນ​ນັ່ງ​ຫຼິ້ນ ດື່ມ​ກາ­ເຟ, ອາ­ຫານ​ເບົາ ແລະ ປັບ­ປຸງ​ ຫ້ອງ​ນໍ້າ​ໃຫ້​ໄດ້​ມາດ­ຕະ­ຖານ. ນອກນັ້ນ, ຍັງຈະພັດ­ທະ­ນາ​ຕອນ​ດິນ​ພັກ​ລຸ່ມ​ແຄມ​ຂອງ ເຊິ່ງ​ເອີ້ນ​ວ່າ ສະ­ຖານ­ທີ່​ທ່ອງ​ທ່ຽວ​ນາ­ຄາ​ຣາ​ຊ ຊີ​ຕີ້ ເຊິ່ງ​ອອກ​ແບບ​ສະ​ຖາ​ປັດ​ຕະ​ຍາ​ກຳ​ລາວ​ລວມ​ສະ­ໄໝ​ປະ­ກອບ​ມີ ເຂດ​ວາງ­ສະ­ແດງ​ສິນ­ຄ້າ​ຜະ­ລິດ​ຕະ​ພັນ​ລາວ, ຫັດ­ຖະ​ກໍາ ຈາກຕ່າງ­ປະ­ເທດ​ຈຳ­ນວນ​ໜຶ່ງ, ມີ​ນໍ້າພຸ, ຫ້ອງ​ນໍ້າ​ສະ­ອາດ, ສວນ​ດອກ​ໄມ້, ບ່ອນ​ນັ່ງ​ພັກ­ຜ່ອນ ແລະ ອື່ນໆ ເຮັດ​ໃຫ້​ເຂດ​ດັ່ງ­ກ່າວ ມີ​ຄວາມ​ສວຍ​ງາມ​ສາ­ມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ນັບ​ມື້​ຫຼາຍ​ຂຶ້ນໂດຍນໍາໃຊ້ງົບປະມານຂອງ​ຜູ້​ສຳ​ປະ­ທານ​ມາ​ພັດ­ທະ­ນາ​.

ນອກ­ຈາກ​ນີ້, ​ຈະໄດ້​ພັດ­ທະ­ນາ​ພັກ​ລຸ່ມ​ກັນ​ຕາ­ຝັ່ງ​ເຈື່ອນ​ດ້ານ​ເທິງ ແຕ່​ຜາມ­ໄຊ​ຫາຕຶກຫ້ອງການຂອງ​ອົງ­ການ​ແມ່­ນໍ້າຂອງ ເພື່ອ​ໃຫ້​ເກາະ​ກ່າຍ​ກັນ​ກັບ​ແຜນ​ພັດ­ທະ­ນາ​ພັກ​ລຸ່ມ​ກັນ​ຕາ­ຝັ່ງ​ເຈື່ອນ​ຂອງ​ນາ­ຄາ​ຣາ​ຊ ຊີ​ຕີ້ ເຊິ່ງ​ໄດ້​ມີ​ການ​ອອກ​ແບບ​ທີ່​ມີ​ຄວາມ​ແຕກ​ຕ່າງ​ກັນ ໂດຍ​ເນັ້ນ​ໃຫ້​ເປັນ​ຮ້ານ​ກາ­ເຟ, ຮ້ານ​ອາ­ຫານ ຂາຍ​ຜະ­ລິດ​ຕະ​ພັນ​ສົ່ງ­ເສີມ​ການ​ຜະ­ລິດ​ພາຍ​ໃນ ສ້າງ​ເປັນ​ບ່ອນ​ຈັດ​ກິດ­ຈະ­ກຳ ເທ​ດສະ­ການ​ຕ່າງໆ  ແລະ ອື່ນໆ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...