Homeຂ່າວຕ່າງປະເທດເກົາຫລີເໜືອ - ເກົາຫລີໃຕ້ ເປີດເຈລະຈາທາງທະຫານຄັ້ງທຳອິດໃນຮອບເກືອບ 4 ປີ

ເກົາຫລີເໜືອ – ເກົາຫລີໃຕ້ ເປີດເຈລະຈາທາງທະຫານຄັ້ງທຳອິດໃນຮອບເກືອບ 4 ປີ

Published on

EyWwB5WU57MYnKOuFHM2CPn2nE3bmbilLrjrlMKaU24PEDTZ7rOfOy

 

ເກົາຫລີເໜືອ ແລະ ເກົາຫລີໃຕ້ ເປີດການເຈລະຈາທາງທະຫານເປັນຄັ້ງທຳອິດໃນຮອບເກືອບ 4 ປີ ໃນມື້ວັນພຸດ (15 ຕຸລາ)

ທີ່ຜ່ານມາ ແຕ່ບໍ່ມີການເຊັນຂໍ້ຕົກລົງໃດໆ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ເກົາຫລີເໜືອ ແລະ ເກົາຫລີໃຕ້ ເປີດການເຈລະຈາທາງທະຫານເປັນຄັ້ງທຳອິດໃນຮອບ

ເກືອບ 4 ປີ ໂດຍທາງທ່ານ ຄິມ ມິນ ຊ໊ອກ ໂຄສົກກະຊວງປ້ອງກັນປະເທດເກົາຫລີໃຕ້ໄດ້ລະບຸວ່າ ທັງສອງຝ່າຍບໍ່ສາມາດບັນ

ລຸຂໍ້ຕົກລົງໃດໆໄດ້ ແລະ ບໍ່ມີກຳນົດການເຖິງການເຈລະຈາໃນຄັ້ງຕໍ່ໄປຂຶ້ນອີກແຕ່ປະການໃດ.

 

ເຈົ້າໜ້າທີ່ຂອງທັງສອງປະເທດ ເຈລະຈາກັນໃນຫ້ອງປິດຕັ້ງແຕ່ເວລາ 10:00 ໂມງ ເຖິງເວລາ 15:10 ໂມງ ຂອງມື້ວັນພຸດທີ່

ຜ່ານມາຕາມເວລາໃນທ້ອງຖິ່ນ ທີ່ບ້ານ ປັນ ມຸນ ຈອມ ໃນເຂດປອດທະຫານ ໂດຍທາງເກົາຫລີໃຕ້ໄດ້ສົ່ງພົນຕີ ມູນ ຊັງ ຢຸນ

ຜູ້ອຳນວຍການກົມຄວບຄຸມອາວຸດ ກະຊວງປ້ອງກັນປະເທດ ແລະ ທ່ານ ຄິມ ຄີ ວຸງ ເຈົ້າໜ້າທີ່ລະດັບສູງຂອງກະຊວງລວມ

ຊາດ ເປັນຕົວແທນໄປພົບກັບທ່ານ ຄິມ ຢອງ ຊຸນ ຫົວໜ້າໜ່ວຍການຂ່າວ ແລະ ທ່ານ ຣີ ຊຸນ ວອນ, ທ່ານ ຄວັດ ຊຸນ ຮີ ເຈົ້າ

ໜ້າທີ່ລະດັບສູງຂອງຄະນະກຳມາທິການປ້ອງກັນຊາດຂອງເກົາຫລີເໜືອ.

 

ທັງນີ້ ລະຫວ່າງການເຈລະຈາ ເກົາຫລີເໜືອໄດ້ຮຽກຮ້ອງໃຫ້ເກົາຫລີໃຕ້ ຫ້າມແລ່ນເຮືອຮົບຂ້າມເສັ້ນລາດຕະເວນ ເຊິ່ງເກົາ

ຫລີເໜືອອ້າງວ່າ ຢູ່ໃນທະເລທາງຕາເວັນຕົກ, ນອກຈາກນີ້ ຍັງຮຽກຮ້ອງໃຫ້ເກົາຫລີໃຕ້ ຢຸຕິການປ່ອຍລູກບອນລູນຕິດໃບ

ປິວຕໍ່ຕ້ານເກົາຫລີເໜືອ ຂ້າມຊາຍແດນເຂົ້າມາ ລວມເຖິງຂໍໃຫ້ຢຸດເວົ້າຈາໃສ່ຮ້າຍກັນທຸກຊ່ອງທາງ ບໍ່ເວັ້ນແມ່ນແຕ່ອົງ

ກອນສື່ມວນຊົນ.

 

ຂະນະທີ່ຝ່າຍເກົາຫລີໃຕ້ ໄດ້ຮຽກຮ້ອງໃຫ້ເກົາຫລີເໜືອເຄົາລົບແນວຈຳກັດແດນເໜືອ ເຊິ່ງເປັນເສັ້ນແບ່ງເຂດນ່ານນ້ຳ

ພິພາດ ແລະ ໄດ້ຖະແຫລງວ່າ ທາງການບໍ່ສາມາດຄວບຄຸມການລາຍງານຂ່າວຂອງສື່ມວນຊົນ ແລະ ການເຮັດໃບປິວຕໍ່

ຕ້ານເກົາຫລີເໜືອຂອງພົນລະເມືອງຕົນເອງໄດ້.

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...