Homeຂ່າວພາຍ​ໃນນະຄອນຫຼວງເລັ່ງແກ້ໄຂບັນຫາສາຍເຄເບີນ, ສາຍອິນເຕີເນັດ ແລະ ສາຍອື່ນໆທີ່ບໍ່ເປັນລະບຽບ

ນະຄອນຫຼວງເລັ່ງແກ້ໄຂບັນຫາສາຍເຄເບີນ, ສາຍອິນເຕີເນັດ ແລະ ສາຍອື່ນໆທີ່ບໍ່ເປັນລະບຽບ

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ນະຄອນຫລວງວຽງຈັນເລັ່ງແກ້ໄຂບັນຫາສາຍໄຟ, ໂທລະຄົມ, ອິນເຕີເນັດ, ໂທລະສັບ, ສາຍເຄເບີນ ແລະ ສາຍອື່ນໆ ທີ່ແລ່ນ ຫຼື ເກາະຫ້ອຍຢູ່ຕາມເສົາໄຟຟ້າ; ບາງບ່ອນມີສາຍຂາດ, ສາຍຍານ, ບາງສາຍບໍ່ໄດ້ນໍາໃຊ້ແລ້ວ ແຕ່ບໍ່ມີການຮື້ຖອນອອກ ຊຶ່ງບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງຕ່າງໆ ແລະ ໄດ້ກໍ່ໃຫ້ ເກີດອຸບັດເຫດ ໂດຍສະເພາະມີການເກາະຄໍ ຜູ້ຂັບຂີ່ລົດຈັກ ແລະ ລົດຖີບ.

ການເເກ້ໄຂ ຫຼື ປັບປຸງບັນດາສາຍດັ່ງກ່າວທີ່ບໍ່ເປັນລະບຽບນີ້ ແມ່ນເພື່ອປະຕິບັດຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ.

ຜ່ານມານະຄອນຫຼວງ ໄດ້ສຳເລັດການແກ້ໄຂບັນຫາສາຍດັ່ງກ່າວທີ່ບໍ່ເປັນລະບຽບ ແລ້ວຢູ່ 4 ເສັ້ນທາງຄື ເສັ້ນທາງສຸພານຸວົງ, ເສັ້ນທາງເຈົ້າອະນຸວົງ, ເສັ້ນທາງໄກສອນພົມວິຫານ ແລະ ເສັ້ນທາງ 13 ເໜືອ ໂດຍໄດ້ຜູກມັດບັນດາຊຸມສາຍທີ່ຂາດຢ່ອນຍານເຂົ້າກັນ ໂດຍມີການຮ່ວມມືກັບ ບັນດາບໍລິສັດທີ່ໃຫ້ບໍລິການໂທລະຄົມມະນາຄົມ ໄຟຟ້ານະຄອນຫຼວງ, ໂຄງການສື່ສານຮັບໃຊ້ການນຳ ແລະ ບໍລິສັດເຄເບີນໃຊ້ສາຍ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...