spot_img
Homeຂ່າວພາຍ​ໃນລາຍງານສະຖານະການໂຄວິດ-19 ປະຈໍາວັນທີ 10 ມິຖຸນາ 2020

ລາຍງານສະຖານະການໂຄວິດ-19 ປະຈໍາວັນທີ 10 ມິຖຸນາ 2020

Published on

ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 09 ມິຖຸນາ 2020

ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ

ຈໍານວນຜູ້ເດີນທາງເຂົ້າມາມີທັງໝົດ 1,859 ຄົນ, ຈຸດຜ່ານດ່ານລາວ-ໄທ 1,240 ຄົນ ຊຶ່ງມີລາຍລະອຽດດັ່ງລຸ່ມນີ້: ຜ່ານດ່ານຂົວມິດຕະພາບແຫ່ງທີ II ມີແຮງງານ 63 ຄົນ (ມີຖິ່ນຖານຈາກ ສະຫວັນນະເຂດ 57 ຄົນ ແລະ ຄຳມ່ວນ 06 ຄົນ), ຜ່ານດ່ານຂົວມິດຕະພາບແຫ່ງທີ III ມີແຮງງານລາວ 10 ຄົນ(ມີຖິ່ນຖານມາຈາກ ຄຳມ່ວນ 07, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ສະຫວັນນະເຂດແຂວງລະ 01 ຄົນ), ແຮງງານລາວເຂົ້າມາຜ່ານດ່ານວັງເຕົ່າ-ຊ່ອງເມັກມີ 46 ຄົນ (ມີຖິ່ນຖານມາຈາກຈຳປາສັກ 32 ຄົນ,​ ສາລະວັນ 11 ຄົນ,​ ສະຫວັນນະເຂດ 06 ຄົນ ແລະ ຄຳມ່ວນ 02 ຄົນ), ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ 1,121 ຄົນ.

ຈຸດຜ່ານດ່ານລາວຈີນ 53 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ, ຈຸດຜ່ານດ່ານລາວຫວຽດນາມ 566 ຄົນ,ທັງໝົດແມ່ນຄົນຂັບລົດສົ່ງສິນຄ້າ. ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕແມ່ນບໍ່ມີ.

ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ກວດຫາອາການຜິດປົກກະຕິ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດ (ຍົກ​ເວັ້ນແຕ່​ຜູ້​ຂັບ​ລົດ​ຂົນ​ສົ່ງ ​ແລະ ​ຜູ້​ຕິດ​ຕາມ​) ແລ້ວຈຶ່ງນຳສົ່ງໄປ​ຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ14 ວັນ.

ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ

ໃນວັນທີ 09 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 294 ຄົນ, ໃນນັ້ນ ແຮງງານລາວກັບມາແຕ່ໄທ 284 ຄົນ ແລະ ກໍລະນີສົງໄສ 10 ຄົນ. ຜົນກວດຂອງ ແຮງງານລາວ ແລະ ກໍລະນີສົງໄສ ທີ່ກວດມື້ວານນີ້ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 09 ມິຖຸນາ 202ບໍ່ມີຜູ້ຕິດເຊື້ອໃໝ່.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 09 ມິຖຸນາ2020ໄດ້ເກັບຕົວຢ່າງມາກວດທັງໝົດ 9,220 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (59 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ການຕິດຕາມຜູ້​ຖືກຈຳກັດບໍລິເວນຢູ່ໃນສະຖານທີ່​ ທີ່ກຳ​ນົດ​ໄວ້​ໃນ​ຂອບ​ເຂດທົ່ວປະເທດ ແລະ ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ

ປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 80 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3,344 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດແລະ ບໍ່ພົບຜູ້ຕິດເຊື້ອ. ປະຈຸບັນ, ຄົນເຈັບທັງໝົດ 19 ຄົນ ແມ່ນໄດ້ປິ່ນປົວຫາຍດີ ແລະ ອອກໂຮງໝໍໝົດທຸກຄົນແລ້ວ(ຜູ້ສຸດທ້າຍ ແມ່ນໄດ້ອອກໂຮງໝໍ ໃນຕອນທ່ຽງຂອງມື້ວານນີ້).

ສະພາບການລະບາດຂອງບັນ​ດາປະເທດໃກ້ຄຽງ ແລະ ໃນໂລກ

ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 10 ມິຖຸນາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ/ເຂດ). ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 7,303,477 (120,544 ໃໝ່), ເສຍຊິວິດ412,788(4,737 ໃໝ່) ເຊິ່ງກວມເອົາ5.65 % ຂອງຜູ້ຕິດເຊື້ອທັງໝົດ, ປີ່ນປົວຫາຍດີ3,592,672(86,331 ໃໝ່) ເຊິ່ງກວມເອົາ49.1% ຂອງຜູ້ຕິດເຊື້ອທັງໝົດ.

ປະເດັນສຳຄັນ ແມ່ນຍັງມີການລະບາດເປັນວົງກວ້າງຢູ່ໃນ ທະວີບອາເມລິກາ ແລະ ທະວີບເອີຣົບ, ມີບາງປະເທດ ຈໍານວນຜູ້ຕິດເຊື້ອໃນ​ວັນດຽວ ​ແມ່ນມີເຖິງ 32,091 ຄົນ (ບຣາຊິນ) ແລະ ບາງປະເທດເສຍຊີວິດ​ເຖິງ 1,272 ຄົນ (ບຣາຊິນ) ຕໍ່ມື້.

ໃນບັນດາກຸ່ມປະເທດອາຊຽນ ມາຮອດເວລາ 6:00 ໂມງເຊົ້າຂອງວັນທີ 10 ມິຖຸນາ ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 106,903 (1,790 ໃໝ່), ເສຍຊີວິດ 3,148 ​ຄົນ, ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອໃໝ່ສູງເຖິງ 1,043 ຄົນຕໍ່ມື້ (ອິນໂດເນເຊຍ). ມື້ວານນີ້ເສຍຊີວິດໃນປະເທດອາຊຽນທັງໝົດ 46 ຄົນ.

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...