Homeຂ່າວທ້ອງຖິ່ນລາຄາຄໍາຢູ່ລາວສູງເປັນປະຫວັດສາດເກືອບ 8 ລ້ານກີບຕໍ່ໜຶ່ງບາດ

ລາຄາຄໍາຢູ່ລາວສູງເປັນປະຫວັດສາດເກືອບ 8 ລ້ານກີບຕໍ່ໜຶ່ງບາດ

Published on

ໜັງສືພິມວຽງທາມ ລາຍງານໃຫ້ຮູ້ວ່າ ໃນວັນທີ 2 ມິຖຸນາ ທີ່ຜ່ານມາ ລາຄາຕະຫຼາດຄໍາຢູ່ລາວໃນປັດຈຸບັນສູງເປັນປະຫວັດສາດເກືອບ 8 ລ້ານກີບຕໍ່ໜຶ່ງບາດ. ລາຄາຄໍາມື້ນີ້ ວັນທີ 9 ມິຖຸນາ 2020 ແມ່ນ 7.779.000 ກີບ ໂດຍລາຄາຄໍາທີ່ສູງນີ້ ແມ່ນນັບແຕ່ເດືອນ ພຶດສະພາ 2020 ນີ້ເປັນຕົ້ນມາ ຄືປະມານ 7.700.000 ຫາ 7.800.000 ຕໍ່ບາດ ຫຼັງຈາກທີ່ບັນດາຮ້ານຄໍາຕ່າງໆ ໄດ້ເລີ່ມເປີດບໍລິການ ພາຍຫຼັງທີ່ໄດ້ປິດກິດຈະການມາ ເປັນເວລາ 1 ເດືອນ ຄືໃນເດືອນເມສາ ຍ້ອນມາດຕະການປ້ອງກັນພະຍາດໂຄວິດ-19.

ໃນໄລຍະ 3 ເດືອນຕົ້ນປີຄືເດືອນ ມັງກອນ ຫາ ເດືອນ ມີນາ 2020 ລາຄາຄໍາມີພຽງແຕ່ 7.000.000 ຫາ 7.200.000 ກີບ ຕໍ່ບາດເທົ່ານັ້ນ.

ທ່ານ ຈັນທະວົງ ພະມີສິດ ຜູ້ບໍລິຫານຮ້ານຄໍາແຫ່ງໜຶ່ງໄດ້ກ່າວວ່າ ສາເຫດທີ່ໄດ້ເຮັດໃຫ້ລາຄາຄໍາສູງຂຶ້ນຍ້ອນວ່າ: ຄໍາເປັນຊັບສິນໝູນວຽນລະຫວ່າງປະເທດ ແລະ ທຸກໆປະເທດໃນໂລກນີ້ແມ່ນໃຊ້ຄໍາເປັນໂຕຮັບປະກັນຄວາມສ່ຽງເລື່ອງອັດຕາເງິນເຟີ້ ແລະ ຄໍາເປັນທຶນສໍາຮອງລະຫວ່າງປະເທດ, ເຊິ່ງປະຈຸບັນຄວາມຕ້ອງການຄໍາແມ່ນສູງຍ້ອນຄວາມບໍ່ແນ່ນອນຂອງສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ຍ້ອນສົງຄາມການຄ້າລະຫວ່າງ ປະເທດມະຫາອໍານາດ. ດັ່ງນັ້ນ, ເຮັດໃຫ້ຊັບສິນທີ່ມີຄ່ານີ້ ຍິ່ງມີຄວາມຕ້ອງການຫຼາຍຂຶ້ນ ແລະ ອີກບັນຫາໜຶ່ງ ໃນໄລຍະມີມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ -19 ໄດ້ເຮັດໃຫ້ການສົ່ງອອກສິນຄ້າຢູ່ລາວຈໍານວນໜຶ່ງໄດ້ຢຸດສະງັກໄປ ແຕ່ລາວເຮົາຍັງມີການນໍາເຂົ້າສິນຄ້າຈາກຕ່າງປະເທດຫຼາຍກວ່າສົ່ງອອກ, ເຊິ່ງໄດ້ເຮັດໃຫ້ຄ່າເງິນກີບຂອງລາວໄດ້ອ່ອນຄ່າລົງເລັກນ້ອຍ ເມື່ອເປັນແນວນັ້ນ ຖ້າເຮົາເອົາເງິນກີບຊື້ຄໍາ ລາຄາຄໍາກໍ່ສູງຂຶ້ນນັ້ນເອງ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...