spot_img
Homeຂ່າວພາຍ​ໃນລາຍງານສະຖານະການໂຄວິດ-19 ປະຈໍາວັນທີ 9 ມິຖຸນາ 2020

ລາຍງານສະຖານະການໂຄວິດ-19 ປະຈໍາວັນທີ 9 ມິຖຸນາ 2020

Published on

ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 08 ມິຖຸນາ 2020

ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ

ຈໍານວນຜູ້ເດີນທາງເຂົ້າມາມີທັງໝົດ 1,466 ຄົນ: ຈຸດຜ່ານດ່ານລາວ-ໄທ 756 ຄົນ ລາຍລະອຽດດັ່ງລຸ່ມນີ້:ຜ່ານດ່ານຂົວມິດຕະພາບແຫ່ງທີ II ມີແຮງງານລາວ 46 ຄົນ(ມີຖິ່ນຖານມາຈາກສະຫວັນນະເຂດ 38 ຄົນ,​ ຄຳມ່ວນ 05 ຄົນ, ນະຄອນຫຼວງ 02 ຄົນ ແລະ ຈຳປາສັກ 01 ຄົນ); ຜ່ານດ່ານຂົວມິດຕະພາບ III ມີແຮງງານ 27 ຄົນ (ມີຖິ່ນຖານມາຈາກຄຳມ່ວນ 25 ຄົນ ແລະ ສະຫວັນນະເຂດ 02 ຄົນ); ແຮງງານລາວເຂົ້າມາຜ່ານດ່ານວັງເຕົ່າ-ຊ່ອງເມັກມີ 76 ຄົນ (ມີຖິ່ນຖານມາຈາກຈຳປາສັກ 56 ຄົນ,​ ສາລະວັນ 12 ຄົນ,​ ສະຫວັນນະເຂດ 06 ຄົນ ແລະ ນະຄອນຫຼວງ 02 ຄົນ); ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ 607 ຄົນ.

ຈຸດຜ່ານດ່ານລາວ -ຈີນ 16 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ. ຈຸດຜ່ານດ່ານລາວ- ຫວຽດນາມ 622 ຄົນ, ໃນນັ້ນມີຄົນລາວກັບມາແຕ່ປິ່ນປົວ 02 ຄົນຜ່ານດ່ານນໍ້າພາວ, ແຂວງ ບໍລິຄຳໄຊ, ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ 620 ຄົນ. ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 72 ຄົນ, ໃນນັ້ນ ມີແຮງງານຈີນ 70 ຄົນແລະຄົນລາວ 02 ຄົນ.

ທຸກຄົນໄດ້ແທກອຸນຫະພູມຮ່າງກາຍ, ກວດຫາອາການຜິດປົກກະຕິ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດ (ຍົກ​ເວັ້ນແຕ່​ຜູ້​ຂັບ​ລົດ​ຂົນ​ສົ່ງ ​ແລະ ​ຜູ້​ຕິດ​ຕາມ​) ແລ້ວຈຶ່ງນຳສົ່ງໄປ​ຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ

ໃນວັນທີ 08 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 319 ຄົນ, ໃນນັ້ນ ແຮງງານລາວກັບມາແຕ່ໄທ 227 ຄົນ, ແຮງງານຈີນ 77 ຄົນ, ກໍລະນີສົງໄສ 14 ຄົນແລະຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍມິດຕະພາບ 01 ຄົນ(ກໍລະນີທີ 07). ຜົນກວດຂອງ ແຮງງານລາວ, ແຮງງານຈີນ ແລະ ກໍລະນີສົງໄສ ທີ່ກວດມື້ວານນີ້ ບໍ່ພົບເຊື້ອ. ໝາຍຄວາມວ່າໃນວັນທີ 08 ມິຖຸນາ 202ບໍ່ມີຜູ້ຕິດເຊື້ອໃໝ່.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 08 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 8,926 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (58 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ການຕິດຕາມຜູ້​ຖືກຈຳກັດບໍລິເວນຢູ່ໃນສະຖານທີ່​ ທີ່ກຳ​ນົດ​ໄວ້​ໃນ​ຂອບ​ເຂດທົ່ວປະເທດ ແລະ ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ

ປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 80 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3,262 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດແລະ ບໍ່ພົບຜູ້ຕິດເຊື້ອ. ປະຈຸບັນ, ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 01ຄົນ, ເປັນເພດຊາຍ ເຊິ່ງຈະໄດ້ສືບຕໍ່ຕິດຕາມຢູ່ໂຮງໝໍດັ່ງກ່າວຕື່ມ.

ສະພາບການລະບາດຂອງບັນ​ດາປະເທດໃກ້ຄຽງ ແລະ ໃນໂລກ

ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 09 ມິຖຸນາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ/ເຂດ). ມີການຢັ້ງຢືນຜູ້ຕິດເຊື້ອພະຍາດCOVID-19 ແມ່ນ 7,182,933 (104,353 ໃໝ່), ເສຍຊິວິດ408,015(3,054 ໃໝ່) ເຊິ່ງກວມເອົາ 5.68 % ຂອງຜູ້ຕິດເຊື້ອທັງໝົດ, ປີ່ນປົວຫາຍດີ 3,506,341 (53,289ໃໝ່) ເຊິ່ງກວມເອົາ 48.8 % ຂອງຜູ້ຕິດເຊື້ອທັງໝົດ.

ປະເດັນສຳຄັນ ແມ່ນຍັງມີການລະບາດເປັນວົງກວ້າງຢູ່ໃນ ທະວີບອາເມລິກາ ແລະ ທະວີບເອີຣົບ, ມີບາງປະເທດ ຈໍານວນຜູ້ຕິດເຊື້ອໃນ​ວັນດຽວ ​ແມ່ນມີເຖິງ 17,928 ຄົນ(ອາເມຣິກາ)ແລະ ບາງປະເທດເສຍຊີວິດ​ເຖິງ 723 ຄົນ(ບຣາຊິວ) ຕໍ່ມື້.

ໃນບັນດາກຸ່ມປະເທດອາຊຽນມາຮອດເວລາ 6:00 ໂມງເຊົ້າຂອງວັນທີ 09 ມິຖຸນາ ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 105,113 (1,831 ໃໝ່), ເສຍຊີວິດ 3,102 ​ຄົນ, ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອໃໝ່ສູງເຖິງ 847ຄົນ (ອິນໂດເນເຊຍ) ຕໍ່ມື້. ມື້ວານນີ້ເສຍຊີວິດໃນປະເທດອາຊຽນທັງໝົດ 40 ຄົນ.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...