Homeຂ່າວຕ່າງປະເທດນັກວິທະຍາສາດນອກແວກ່າວ "ໄວຣັດໂຄໂຣນ່າ" ຖືກສ້າງຂຶ້ນໃນຫ້ອງທົດລອງ

ນັກວິທະຍາສາດນອກແວກ່າວ “ໄວຣັດໂຄໂຣນ່າ” ຖືກສ້າງຂຶ້ນໃນຫ້ອງທົດລອງ

Published on

ເວັບໄຊ sanook ລາຍງານໃຫ້ຮູ້ວ່າ ງານວິໄຈຂອງ ເບີເກີ ໂຊເຣນເຊນ ນັກວິທະຍາສາດຊາວນອກແວ ລະບຸວ່າ ໄວຣັດ SARS-CoV-2 ຫຼື ໄວຣັດໂຄໂຣນ່າສາຍພັນໃໝ່ນັ້ນບໍ່ໄດ້ເປັນໄວຣັດທີ່ມີຕົ້ນກຳເນີດຕາມທຳມະຊາດ ໂດຍຊີ້ໃຫ້ເຫັນວ່າ “ໂປຣຕິນທີ່ເປັນແຂນຂອງໄວຣັດ (spike protein) ນັ້ນເປັນສິ່ງທີ່ຖືກສ້າງຂຶ້ນ”.

ທັງນີ້, ງານວິໄຈຍັງລະບຸຕື່ມອີກວ່າ ຕັ້ງແຕ່ມີການຄົ້ນພົບໄວຣັດຊະນິດນີ້ໂປຣຕີນຂອງໄວຣັດນັ້ນຍັງບໍ່ມີການປ່ຽນແປງ ຫຼື ກາຍພັນ ເຊິ່ງເປັນສິ່ງບົ່ງບອກວ່າ ໄວຣັດຕົວນີ້ໄດ້ຮັບການພັດທະນາມາໃຫ້ສາມາດປັບຕົວເຂົ້າກັບມະນຸດແລ້ວ ແລະ ຄຸນສົມບັດຂອງໄວຣັດນີ້ມີຄວາມແຕກຕ່າງຈາກໄວຣັດ SARs ແລະ ບໍ່ເຄີຍຖືກພົບມາກ່ອນໃນທຳມະຊາດ.

ນັກວິທະຍາສາດ ຫຼື ຜູ້ຊ່ຽວຊານດ້ານໄວຣັດທົ່ວໂລກຕັ້ງຂໍ້ສັງເກດວ່າ ໄວຣັດໂຄໂຣນາສາຍພັນໃໝ່ຖືກສ້າງຂຶ້ນໃນຫ້ອງປະຕິບັດການໃນອູຮັ່ນ ເຊິ່ງເປັນພື້ນທີ່ທຳອິດໃນການແຜ່ລະບາດຂອງໄວຣັດນີ້. ແຕ່ທາງລັດຖະບານຈີນໄດ້ອອກມາປະຕິເສດຂໍ້ກ່າວຫາດັ່ງກ່າວ ໂດຍຊີ້ແຈງວ່າ ຕົ້ນກຳເນີດຂອງໄວຣັດດັ່ງກ່າວຍັງຄົງເປັນປິດສະໜາ ແລະ ຫຼາຍກວ່າ 70% ໂຣກລະບາດໃໝ່ສຸກເສີນນັ້ນມີຕົ້ນກຳເນີດຈາກສັດ ໂດຍສະເພາະສັດປ່າ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...