ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 07 ມິຖຸນາ 2020
ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ
ຈໍານວນຜູ້ເດີນທາງເຂົ້າມາມີທັງໝົດ 1,419 ຄົນ, ຜ່ານຈຸດຜ່ານດ່ານລາວ-ໄທ 737 ຄົນ ລາຍລະອຽດດັ່ງລຸ່ມນີ້: ຜ່ານດ່ານຂົວມິດຕະພາບແຫ່ງທີ I ມີແຮງງານລາວ 61 ຄົນ (ມີຖິ່ນຖານມາຈາກຫຼວງພະບາງ 27 ຄົນ, ນະຄອນຫຼວງ 09 ຄົນ, ຄຳມ່ວນ 06 ຄົນ, ອຸດົມໄຊ 05 ຄົນ, ໄຊຍະບູລີ 05 ຄົນ, ວຽງຈັນ 05 ຄົນ, ຊຽງຂວາງ 03 ຄົນ ແລະ ສະຫວັນນະເຂດ 01 ຄົນ);
ຜ່ານດ່ານຂົວມິດຕະພາບ II ມີແຮງງານ 35 ຄົນ(ມີຖິ່ນຖານມາຈາກສະຫວັນນະເຂດ 25 ຄົນ, ຄຳມ່ວນ 09 ຄົນ ແລະ ສາລະວັນ 01 ຄົນ); ຜ່ານດ່ານຂົວມິດຕະພາບ III (ຄຳມ່ວນ) ມີແຮງງານ 35 ຄົນ; ຜ່ານດ່ານວັງເຕົ່າ-ຊ່ອງເມັກມີ 77 ຄົນ(ມີຖິ່ນຖານມາຈາກຈຳປາສັກ 53 ຄົນ, ສາລະວັນ 11 ຄົນ, ສະຫວັນນະເຂດ 10 ຄົນ, ຄຳມ່ວນ 02 ຄົນແລະນະຄອນຫຼວງ 01 ຄົນ); ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ529 ຄົນ;
ຜ່ານດ່ານລາວ-ຈີນ 37 ຄົນ, ໃນນັ້ນ ມີຄົນລາວ09 ຄົນ(ແຮງງານ05 ຄົນ) ຜ່ານດ່ານບໍ່ເຕັນ, ແຂວງ ຫຼວງນໍ້າທາ, ເຫຼືອນັ້ນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ 28 ຄົນ;
ຈຸດຜ່ານດ່ານລາວ – ຫວຽດນາມ 639 ຄົນ,ໃນນັ້ນມີນັກສຶກສາລາວ 06 ຄົນຜ່ານດ່ານແດນສະຫວັນ, ແຂວງ ສະຫວັນນະເຂດ, ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ 633 ຄົນ;
ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 06 ຄົນ, ໃນນັ້ນ ມີຄົນຈີນ 05 ຄົນ ແລະ ຄົນການາດາ 01 ຄົນ.
ທຸກຄົນໄດ້ແທກອຸນຫະພູມຮ່າງກາຍ, ກວດຫາອາການຜິດປົກກະຕິ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ(ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງແລະຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.
ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ
ໃນວັນທີ 07 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 300 ຄົນ, ໃນນັ້ນ ແຮງງານລາວກັບມາແຕ່ໄທ 297 ຄົນ, ກໍລະນີສົງໄສ 02 ຄົນ ແລະ ຜົນກວດ ແຮງງານລາວ ທີ່ກວດມື້ວານນີ້ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 07 ມິຖຸນາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ມື້ດຽວກັນນີ້ ທາງໂຮງໝໍມິດຕະພາບໃຫ້ຮູ້ວ່າ ຄົນເຈັບທຸກຄົນແມ່ນອອກຈາກໂຮງໝໍໝົດ ແລ້ວ ຈໍານວນຜູ້ຕິດເຊື້ອໃນລາວເປັນ ສູນ ຄົນ.
ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 07 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 8,607 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (55 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).
ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ
ປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 80 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 3,050 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດແລະ ບໍ່ພົບຜູ້ຕິດເຊື້ອ.
ນອກຈາກການຕິດຕາມສະພາບການລະບາດຂອງພະຍາດ ໂຄວິດ19 ພາຍໃນປະເທດແລ້ວ ຄະນະສະເພາະກິດຍັງໄດ້ຕິດຕາມສະພາບການລະບາດຂອງບັນດາປະເທດໃກ້ຄຽງ ແລະ ການລະບາດຢູ່ໃນໂລກ ເຫັນວ່າ: ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 08 ມິຖຸນາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ/ເຂດ) ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 7,078,580 (116,137 ໃໝ່), ເສຍຊິວິດ 404,961 (3,430 ໃໝ່) ກວມເອົາ 5.72 % ຂອງຜູ້ຕິດເຊື້ອທັງໝົດ, ປີ່ນປົວຫາຍດີ 3,453,052 (50,355 ໃໝ່) ກວມເອົາ 48.7 % ຂອງຜູ້ຕິດເຊື້ອທັງໝົດ.
ປະເດັນສຳຄັນ ແມ່ນຍັງມີການລະບາດເປັນວົງກວ້າງຢູ່ໃນ ທະວີບອາເມລິກາ ແລະ ທະວີບຍູຣົບ, ມີບາງປະເທດ ຈໍານວນຜູ້ຕິດເຊື້ອໃນວັນດຽວ ແມ່ນມີເຖິງ 19,346 ຄົນ ແລະ ບາງປະເທດເສຍຊີວິດເຖິງ 492 ຄົນຕໍ່ມື້. ໃນບັນດາກຸ່ມປະເທດອາຊຽນມາຮອດເວລາ 6:00 ໂມງເຊົ້າຂອງວັນທີ 08 ມິຖຸນາ ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 103,282 (1,640 ໃໝ່), ເສຍຊີວິດ 3,062 ຄົນ, ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອໃໝ່ສູງເຖິງ 672 ຄົນຕໍ່ມື້. ມື້ວານນີ້ເສຍຊີວິດໃນປະເທດອາຊຽນທັງໝົດ 59 ຄົນ.