Homeຂ່າວພາຍ​ໃນຈີນໂຈະການຊໍາລະໜີ້ໃຫ້ແກ່ 77 ປະເທດ

ຈີນໂຈະການຊໍາລະໜີ້ໃຫ້ແກ່ 77 ປະເທດ

Published on

ສຳນັກຂ່າວ ເດີ ສະຕາ ລາຍງານວ່າ ຈີນໂຈະການຊໍາລະໜີ້ໃຫ້ແກ່ 77 ປະເທດ ເຊິ່ງເປັນໜຶ່ງໃນນະໂຍບາຍເພື່ອຊ່ວຍບັນດາປະເທດຕ່າງໆທີ່ມີຄວາມຫຍຸ້ງຍາກ ໃນຂະນະທີ່ມີການແຜ່ເຊື້ອຂອງໄວຣັສໂຄວິດ-19, ເຖິງຢ່າງໃດກໍຕາມ ຍັງບໍ່ມີລາຍຊື່ວ່າປະເທດໃດທີ່ຈະໄດ້ຮັບນະໂຍບາຍນີ້ເທື່ອ.

ທ່ານ ມາ ເຈົາຊູ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຂອງຈີນ ໄດ້ປະກາດໃນງານຖະແຫຼງຂ່າວ ແລະ ໄດ້ເຜີຍແຜ່ບົດຄົ້ນຄວ້າຂອງລັດຖະບານໃນການຕໍ່ສູ້ກັບເຊື້ອໄວຣັດໂຄໂຣນາ. ບົດຄົ້ນຄວ້າດັ່ງກ່າວມີຊື່ວ່າ “Fighting Covid-19: China in Action” ອອກໂດຍ ສຳນັກງານຄະນະກຳມະການຂໍ້ມູນຂ່າວສານຂອງປະເທດ ໃນວັນທີ 7 ມິຖຸນາ 2020​.

ທ່ານ ມາ ໄດ້ກ່າວວ່າ ປະເທດຈີນໄດ້ສົ່ງຄວາມຊ່ວຍເຫຼືອໄປໃຫ້ 150 ປະເທດທົ່ວໂລກໃນຮູບການຕ່າງໆ ລວມໄປເຖິງ ການສົ່ງທີມແພດອອກໄປຊ່ວຍເຫຼືອ. ”ເວລາທີ່ພວກເຮົາຕົກຢູ່ໃນສະຖານະການທີ່ລໍາບາກທີ່ສຸດ, ຜູ້ນໍາໃນຫຼາຍກວ່າ 170 ປະເທດ, ຫົວໜ້າອົງການສາກົນຕ່າງໆຫຼາຍກວ່າ 50 ອົງການ ແລະ ພັກການເມືອງກວ່າ 300 ພັກ ໄດ້ສົ່ງກຳລັງໃຈ ແລະ ການສະໜັບສະໜູນມາໃຫ້ພວກເຮົາ.“

”ມີ 77 ປະເທດ ແລະ 12 ອົງການຈັດຕັ້ງສາກົນໄດ້ສົ່ງເຄື່ອງຊ່ວຍເຫຼືອມາໃຫ້ພວກເຮົາ ເພື່ອຕໍ່ສູ້ກັບໄວຣັສດັ່ງກ່າວ, ແລະ ຜູ້ຄົນທົ່ວໂລກຕ່າງສົ່ງການສະໜັບສະໜູນໃຫ້ ສປ ຈີນ ໃນຮູບແບບຕ່າງໆ. ພວກເຮົາຈະບໍ່ລືມມິດຕະພາບອັນດີງາມນີ້“.

 

ຮຽບຮຽງໂດຍ: ລັດສະໝີ ພອນວິໄລ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...