ລັດຖະບານເປີດໄຟຂຽວ ໃຫ້ແກ່ໂຄງການພັດທະນາພະລັງງານສະອາດຂອງສິງກະໂປ ມາສຶກສາຄວາມເປັນໄດ້ຢູ່ລາວ

ນີ້ເປັນພຽງພາບປະກອບເທົ່ານັ້ນ, ບໍ່ແມ່ນພາບທີ່ຖ່າຍຈາກສະຖານທີ່ຈິງ credit: Bloomberg

ບໍ­ລິ­ສັດ ລົງ­ທຶນ​ພະ­ລັງ­ງານ​ເອ​ໂວ​ລູ​ຊັ່ນ (EPIC) ປະ­ເທດ​ສິງ­ກະ­ໂປ ແລະ ບໍ­ລິ­ສັດ ຄູນ​ມີ​ໄຊ​ກໍ່­ສ້າງ ແລະ ສ້ອມ­ແປງ​ຂົວ-ທາງ (KMX) ໄດ້​ຮັບ​ອະ­ນຸ­ຍາດ​ຈາກ​ລັດ­ຖະ­ບານ​ລາວ ໃຫ້​ດຳ­ເນີນ​ການ​ຄົ້ນ­ຄວ້າ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ດ້ານ​ເສດ­ຖະ­ກິດ ສັງ­ຄົມ ແລະ ສິ່ງ­ແວ­ດລ້ອມ ຂອງ​ໂຄງ­ການ​ໂຮງ­ງານ​ຜະ­ລິດ​ໄຟ­ຟ້າ​ພະ­ລັງ​ຄວາມ​ຮ້ອນ ຂະ­ໜາດ 1.000 ເມ​ກາ​ວັດ ຢູ່​ເມືອງ​ດາກ​ຈຶງ ແຂວງ​ເຊ​ກອງ ໂດຍ​ມີ​ມູນ​ຄ່າ​ລົງ­ທຶນ 1,7 ຕື້​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 15.301 ຕື້​ກີບ ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ​ໃນ​ປີ 2027 ເພື່ອ​ການ​ຜະ­ລິດ​ກະ­ແສ​ໄຟ­ຟ້າ​ຕະ­ຫຼອດ​ປີ ສຳ­ລັບ​ການ​ສົ່ງ​ອອກ​ໄປ​ປະ­ເທດ​ໄທ ຫວຽດ­ນາມ ກຳ­ປູ­ເຈຍ ແລະ ສະ­ໜອງ​ໃຫ້​ພາຍ​ໃນ.

ພິ­ທີ​ລົງ​ນາມ­ບັດ​ບົນ​ທຶກ​ຄວາມ​ເຂົ້າ­ໃຈ​ໂຄງ­ການ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 27 ພຶດ­ສະ­ພາ​ຜ່ານ​ມາ ຢູ່​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ລະ­ຫວ່າງ​ທ່ານ​ນາງ ຄຳ​ຈັນ ວົງ​ແສນ​ບຸນ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ, ທ່ານ ຈັນ​ສອນ ແສນ​ບຸດ­ຕະ­ລາດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ພະ­ລັງ­ງານ-ບໍ່​ແຮ່ ແລະ ທ່ານ ຄຳ​ຕັນ ພົມ​ມະ​ທັດ ຮອງ​ປະ­ທານ KMX ຕາງ­ໜ້າ​ໃຫ້​ບໍ­ລິ­ສັດ​ຮ່ວມ​ທຶນ EPIC-KMX ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ທ່ານ ດອນ ລິມ ຜູ້­ອຳ­ນວຍ­ການ​ໃຫຍ່ EPIC ປະ­ເທດ​ສິງ­ກະ­ໂປ ກ່າວ​ວ່າ: ພວກ​ເຮົາ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ຢ່າງ​ຍິ່ງ ທີ່​ໄດ້​ບັນ­ລຸ​ຫຼັກ​ໝາຍ​ສຳ­ຄັນ ໃນ​ການ​ພັດ­ທະ­ນາ​ໂຄງ­ການ​ນີ້ ຮ່ວມ​ກັບ​ລັດ­ຖະ­ບານ​ລາວ  ແລະ ເຊື່ອ​ໝັ້ນ​ວ່າ ພວກ​ເຮົາ​ຈະ​ສາ­ມາດ​ສະ­ໜອງ​ການ​ຊ່ວຍ­ເຫຼືອ ບໍ່​ພຽງ​ແຕ່​ຂະ­ແໜງ­ການ​ພະ­ລັງ­ງານ​ໃນ​ປະ­ເທດ ແຕ່​ຍັງ​ສາ­ມາດ​ສະ­ໜອງ​ໃຫ້​ຕະ­ຫຼາດ​ຕ່າງໆ​ໃນ​ພາກ​ພື້ນ ໂດຍ​ອີງ­ໃສ່​ຄວາມ​ບໍ່​ພຽງ­ພໍ​ໃນ​ການ​ສະ­ໜອງ​ພະ­ລັງ­ງານ​ໄຟ­ຟ້າ​ທີ່​ພົບ​ເຫັນ​ຢ່າງ​ຫຼວງ­ຫຼາຍ ເປັນ­ຕົ້ນ ໃນ​ປະ­ເທດ​ຫວຽດ­ນາມ ພວກ​ເຮົາ​ຂໍ​ສະ­ແດງ​ຄວາມ​ຂອບ­ໃຈ​ລັດ­ຖະ­ບານ​ລາວ ສຳ­ລັບ​ໂອ­ກາດ​ດັ່ງ­ກ່າວ ແລະ ຫວັງ​ວ່າ​ຈະ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ໄດ້​ຕາມ​ມາດ­ຕະ­ຖານ​ທີ່​ສູງ.