spot_img
Homeຂ່າວທ້ອງຖິ່ນໂຍທາເລັ່ງສ້ອມແປງຂົວເຫຼັກເກົ່ານໍ້າພະນາຍ ສ່ວນສາເຫດທີ່ຫັກຍັງຢູ່ໃນການສືບສວນ

ໂຍທາເລັ່ງສ້ອມແປງຂົວເຫຼັກເກົ່ານໍ້າພະນາຍ ສ່ວນສາເຫດທີ່ຫັກຍັງຢູ່ໃນການສືບສວນ

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານໃຫ້ຮູ້ວ່າ ຂົວເຫຼັກເກົ່ານໍ້າພະນາຍ ບ້ານເກິນກາງ ເມືອງທຸລະຄົມ ແຂວງວຽງຈັນ ຫັກຊຸດໂຕລົງພ້ອມລົດພວງແກ່ຊີມັງ ພາໃຫ້ການສັນຈອນເປັນອໍາມະພາດ ແລະ ຕັດຂາດລະບົບນໍ້າປະປາ ບໍລິເວນໃກ້ຄຽງ ເຊິ່ງອໍານາດການປົກຄອງ ເມືອງທຸລະຄົມ ແຂວງວຽງຈັນ ກໍາລັງກໍ່ສ້າງເສັ້ນທາງເວັ້ນ ເພື່ອໃຫ້ພາຫະນະສັນຈອນໄປໄດ້ເປັນປົກກະຕິ.

ທ່ານ ສຸລິກັນ ປະຊາຊົນ ບ້ານເກິນ ຜູ້ເຫັນເຫດການໄດ້ໃຫ້ສຳພາດວ່າ: ເຫດຂົວຫັກແມ່ນໄດ້ເກີດຂຶ້ນເວລາປະມານ 7 ໂມງເຊົ້າ ເຊິ່ງກ່ອນເກີດເຫດມີລົດພວງແກ່ສີມັງ 3 ຄັນ ຂີ່ຜ່ານຂົວດັ່ງກ່າວ ຄັນທີ 1 ແມ່ນຜ່ານໄປຫວິດຂົວ ສ່ວນຄັນທີ່ເກີດເຫດແມ່ນຄັນທີ 2 ກຳລັງແລ່ນມາຮອດກາງຂົວໆກໍ່ຍຸບໂຕລົງ ເຮັດໃຫ້ລົດຄັນດັ່ງກ່າວນີ້ຕົກລົງໄປນຳ ເຊິ່ງໂຊເຟີແມ່ນເປັນຄົນຈີນ, ຜ່ານມາກໍ່ບໍ່ຄ່ອຍມີລົດໃຫຍ່ປານນີ້ຂີ່ຜ່ານ ເພາະເພິ່ນຈະມີທາງເວັ້ນໃຫ້ ແຕ່ນີ້ອາດຍ້ອນໂຊເຟີບໍ່ຄ່ອຍຮູ້ທາງ ຫຼື ແນວໃດຈຶ່ງຂັບຜ່ານຂົວນີ້ແບບບໍ່ສັງເກດ ຫຼື ຄິດໄລ່ວ່າສະພາບຂົວຈະຮັບນໍ້າໜັກລົດຕົນເອງໄດ້ບໍ່.

ທ່ານ ຄຳພູທອນ ສີຫາປັນຍາ ຮອງນາຍບ້ານໆເກິນກາງ ໄດ້ໃຫ້ສຳພາດວ່າ: ຂົວແຫ່ງນີ້ສ້າງມາດົນແລ້ວ ຕັ້ງແຕ່ສ້າງທາງເລກ 10 ແລະ ກ່ອນໜ້ານີ້ປະມານ 6-7 ປີ ກໍ່ໄດ້ຫັກລົງເທື່ອໜຶ່ງແລ້ວເພິ່ນກໍ່ໄດ້ມີການປັບປຸງສ້ອມແປງຄືນ, ເຊິ່ງຢູ່ສົ້ນຂົວທັງ 2 ຟາກກໍ່ຈະມີປ້າຍເຕືອນວ່າຂົວນີ້ສາມາດຮັບນໍ້າໜັກໄດ້ບໍ່ເກີນ 25 ໂຕນເທົ່ານັ້ນ, ພາຍຫຼັງຂົວນີ້ຫັກລະບົບນໍ້າປະປາກໍ່ໃຊ້ບໍ່ໄດ້ ເພາະທໍ່ນໍ້າປະປາທີ່ແລ່ນໄປຕາມຂົວກໍ່ໄດ້ຫັກລົງເຊັ່ນດຽວກັນ ແລະ ການສັນຈອນໄປມາຂອງພໍ່ແມ່ປະຊາຊົນກໍ່ຍາກຂຶ້ນອີກເພາະຕ້ອງໄດ້ໄປທຽວທາງເວັ້ນ ເຊິ່ງມັນຈະໄກ ແລະ ເປັນທາງປ່ຽວອາດສ່ຽງຕໍ່ຄວາມປອດໄພ ເພາະກ່ອນໜ້ານີ້ທີ່ຂົວນີ້ຫັກປະຊາຊົນກໍ່ໄປໃຊ້ເສັ້ນທາງນັ້ນກໍ່ໄດ້ເກີດເຫດການປຸ້ນຈີ້ເອົາຊັບເກີດຂຶ້ນ.

ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ແຂວງວຽງຈັນ ໄດ້ກ່າວຕໍ່ທີມຂ່າວວຽງຈັນທາຍວ່າ: ຜູ້ຂັບລົດຄັນດັ່ງກ່າວ ໄດ້ຮັບບາດເຈັບສົມຄວນ ແລະ ໄດ້ຖືກນໍາສົ່ງໄປປິ່ນປົວຢູ່ໂຮງໝໍ ເປັນທີ່ຮຽບຮ້ອຍແລ້ວ.

ດ້ານຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ໃຫ້ຮູ້ວ່າ: ການສັນຈອນຂອງພໍ່ແມ່ປະຊາຊົນຫຍຸ້ງຍາກຂຶ້ນຕື່ມ ເພາະຕ້ອງໄປໃຊ້ທາງເວັ້ນທີ່ໄກກວ່າ, ສ່ວນດ້ານເຕັກນິກຂົວນີ້ແມ່ນເປັນຂົວເຫຼັກທີ່ຮອງຮັບນໍ້າໜັກໄດ້ພຽງແຕ່ 25 ໂຕນລົງມາ ເຊິ່ງພວກເຮົາກໍ່ມີປ້າຍຕິດຕັ້ງຢູ່ 2 ເບື້ອງກ່ອນເຂົ້າຂົວ, ສ່ວນແຜນຈະສ້ອມແປງອັນຮີບດ່ວນກໍ່ຈະສ້ອມແປງຂົວເຫຼັກໃຫ້ກັບມາສາມາດສັນຈອນໄດ້ເປັນປົກກະຕິ ສ່ວນວ່າເຫດການຄັ້ງນີ້ແມ່ນຕ້ອງກວດສອບເບິ່ງກ່ອນວ່າເປັນຍ້ອນເຕັກນິກຂອງຂົວ ຫຼື ເປັນຍ້ອນນໍ້າໜັກຂອງລົດຄັນທີ່ເກີດເຫດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...