Homeຂ່າວຕ່າງປະເທດແຮງງານໜຸ່ມສາວ 15-24 ປີ ມີອັດຕາການເລີກຈ້າງງານໄວກວ່າຄົນອາຍຸກຸ່ມອື່ນໆ

ແຮງງານໜຸ່ມສາວ 15-24 ປີ ມີອັດຕາການເລີກຈ້າງງານໄວກວ່າຄົນອາຍຸກຸ່ມອື່ນໆ

Published on

ເວັບໄຊຂ່າວ bangkokbiznews ລາຍງານວ່າ ອົງການແຮງງານສາກົນ ໄດ້ເປີດເຜີຍລາຍງານວ່າ ປັດຈຸບັນ 13,6% ຂອງປະຊາກອນໜຸ່ມສາວໃນລະຫວ່າງອາຍຸ 15-24 ປີ ທົ່ວໂລກ 267 ລ້ານຄົນ ຍັງບໍ່ມີວຽກເຮັດງານທຳ ຫຼື ບໍ່ໄດ້ຮັບການຝຶກອົບຮົມພາຍໃນທ້າຍປີນີ້ ແລະ ຄົນກຸ່ມນີ້ມີອັດຕາການເລີກຈ້າງງານໄວກວ່າຄົນອາຍຸກຸ່ມອື່ນໆ.

ທ່ານ ກາຍໄຣ ເດີ້ ຜູ້ອຳນວຍການອົງການແຮງງານສາກົນກ່າວວ່າ ຜົນກະທົບທີ່ເກີດຂຶ້ນໃນຕະຫຼາດແຮງງານຂອງຄົນໜຸ່ມສາວໃນເວລານີ້ຮຸນແຮງກວ່າທີ່ເຄີຍເກີດຂຶ້ນ ໂດຍແຮງງານເພດຍິງ ຄືກຸ່ມທີ່ໄດ້ຮັບຜົນກະທົບຈາກວິກິດໂຄວິດ-19 ຫຼາຍກວ່າແຮງງານເພດຊາຍ ແລະ ມີໂອກາດທີ່ຄົນເຫຼົ່ານີ້ຈະຖືກກີດກັ້ນອອກຈາກຕະຫຼາດແຮງງານໃນໄລຍະຍາວ ເນື່ອງຈາກບໍ່ໄດ້ຮັບໂອກາດທາງການສຶກສາໃນໄລຍະມາດຕະການປິດເມືອງ ເຊິ່ງໝາຍຄວາມວ່າການຂາດແຮງງານທີ່ມີຄຸນນະພາບສຳລັບການຟື້ນຟູເສດຖະກິດຫຼັງໂຄວິດ-19 ເລີກລະບາດ.

ອົງການແຮງງານສາກົນ ລະບຸວ່າ ມີຫຼັກຖານຊີ້ວັດໃຫ້ເຫັນວ່າ ຫຼາຍກວ່າ 50% ຂອງຄົນໜຸ່ມສາວທົ່ວໂລກມີຄວາມສ່ຽງທີ່ຈະເກີດອາການວິຕົກກັງວົນ ຫຼື ຊຶມເສົ້າຈາກພາວະການລະບາດໃຫຍ່ໃນຄັ້ງນີ້ ເຊິ່ງລັດຖະບານປະເທດຕ່າງໆ ຄວນຍື່ນມືເຂົ້າຊ່ວຍເຫຼືອໃນດ້ານນະໂຍບາຍຜູ້ຕົກງານ ລວມເຖິງທັງດ້ານການສຶກສາ ການຝຶກງານ ແລະ ດ້ານສຸຂະພາບຈິດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...