spot_img
Homeຂ່າວພາຍ​ໃນຜົນກະທົບຈາກ ພະຍາດລະບາດ COVID-19 ຕໍ່ການເຕີບໂຕ ແລະ ຫນີ້ສິນຂອງ ສປປ ລາວ ໃນປີ 2020

ຜົນກະທົບຈາກ ພະຍາດລະບາດ COVID-19 ຕໍ່ການເຕີບໂຕ ແລະ ຫນີ້ສິນຂອງ ສປປ ລາວ ໃນປີ 2020

Published on

ຈາກບົດລາຍງານສະບັບຫຼ້າສຸດຂອງທະນາຄານໂລກ ທີ່ນະຄອນຫຼວງວຽງຈັນ, ວັນທີ 20 ພຶດສະພາ 2020 ຄາດວ່າການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຈະຫລຸດລົງໃນປີ 2020 ຍ້ອນຜົນກະທົບຂອງພະຍາດລະບາດ COVID-19 ໃນ​ທົ່ວ​ໂລກ ແລະ ຍ້ອນການໃຊ້ມາດຕະການຄວບຄຸມການແຜ່ລາມຂອງພະຍາດດັ່ງກ່າວ ເຊິ່ງການເຕີບໂຕຄາດວ່າຢູ່ໃນລະຫວ່າງ 1 ເປີເຊັນໃນກໍລະນີພື້ນຖານ ແລະ ອາດຫົດຕົວເຖິງ -1.8 ເປີເຊັນ ໃນກໍລະນີຕໍ່າ. ການຫຼຸດລົງຂອງເສດຖະກິດແມ່ນສົ່ງຜົນກະທົບສະເພາະໃຫ້ກັບ ຂະແໜງບໍລິການ ອີງຕາມການລາຍງານໃນ ບົດລາຍງານຕິດຕາມເສດຖະກິດ ລາວສະບັບຫຼ້າສຸດ ໃນຫົວຂໍ້ ສປປ ລາວ ໃນໄລຍະ COVID-19.

ຜົນກະທົບຂອງພະຍາດ COVID-19 ທີ່ມີການລະບາດທົ່ວໂລກ ຄາດວ່າຈະເຮັດໃຫ້ການຂາດດຸນງົບປະມານເພີ່ມຂຶ້ນໃນປີ 2020 ໃນລະດັບ ລະຫວ່າງ 7,5 ຫາ 8,8 ສ່ວນຮ້ອຍຂອງ GDP ທີ່ເພີ່ມຈາກ 5,1 ສ່ວນຮ້ອຍໃນປີ 2019. ຜົນທີ່ນໍາມາກໍຄື ລະດັບໜີ້ສິນຄາດວ່າຈະມີການເພີ່ມຂຶ້ນເປັນ 65 ຫາ 68 ສ່ວນຮ້ອຍ ຂອງ GDP ໃນປີ 2020 ເຊິ່ງເພີ່ມຈາກ 59 ສ່ວນຮ້ອຍ ຂອງ GDP ໃນປີ 2019. ຄັງສຳຮອງເງິນຕາຕ່າງປະເທດ ກໍຄາດວ່າຈະຫຼຸດລົງໃນປີ 2020 ແລະ ກຸ້ມການນໍາເຂົ້າໄດ້ໜ້ອຍກວ່າໜຶ່ງເດືອນ.

ທ່ານ ນາງ ມາຣຽມ ເຊີມານ, ອໍານວຍການຫ້ອງການທະນາຄານໂລກ ປະຈໍາປະເທດ ມຽນມາ, ກໍາປູເຈຍ ແລະ ສປປ ລາວ ໄດ້ກ່າວວ່າ:  “ໃນໄລຍະເວລາ ອັນທ້າທາຍນີ້, ສິ່ງສໍາຄັນແມ່ນການຫຼຸດຜ່ອນຜົນກະທົບດ້ານເສດຖະກິດຕໍ່ບັນດາຄົວເຮືອນ ແລະ ພາກທຸລະກິດ. ຖ້າເບິ່ງໄປໃນ ອະນາຄົດ, ການຫຼຸດຜ່ອນພາລະແບກຫາບອັນໜັກໜ່ວງຂອງໜີ້ຕ່າງປະເທດ ແລະ ການດໍາເນີນການປະຕິຮູບເສດຖະກິດມະຫາພາກ ຈະຊ່ວຍ ສປປ ລາວ ສ້າງເສດຖະກິດທີ່ມີຄວາມເຂັ້ມແຂງ-ຮັບມືກັບການກະທົບຕ່າງໆໄດ້ຫຼາຍຂຶ້ນ.”

ຜົນກະທົບຈາກ COVID-19 ຈະສົ່ງຜົນອັນສໍາຄັນຕໍ່ກັບຕະຫຼາດແຮງງານ ແລະ ຄວາມທຸກຍາກ. ການຕົກຕໍ່າລົງແບບກ້າວກະໂດດຂອງຜົນປະກອບການຂອງຂະແໜງເດີນທາງ-ຂົນສົ່ງ, ການທ່ອງທ່ຽວ, ແລະ ບໍລິການ-ການໂຮງແຮມ – ເຊິ່ງກວມເອົາ 11 ສ່ວນຮ້ອຍ ຂອງການສ້າງວຽກ ເຮັດງານທໍາທັງໝົດ ແລະ 22 ສ່ວນຮ້ອຍຂອງການສ້າງວຽກເຮັດງານທໍາໃນເຂດຕົວເມືອງ – ໄດ້ກໍ່ໃຫ້ເກີດມີການສູນເສຍວຽກເຮັດງານທໍາ ຢ່າງກວ້າງຂວາງ. ຄາດຄະເນວ່າ ປະມານ 96.000 – 214.000 ຄົນຈະກັບຄືນສູ່ຄວາມທຸກຍາກ ອັນເປັນຜົນມາຈາກພະຍາດລະບາດ ເຊິ່ງບັ່ນທອນ ຜົນສໍາເລັດທີ່ເຄີຍຍາດມາໄດ້ໃນເມື່ອກ່ອນ.

ບົດລາຍງານດັ່ງກ່າວຍັງລວມເອົາ ພາກຫົວຂໍ້ສະເພາະ ກ່ຽວກັບ ການສ້າງລະບົບສາທາລະນະສຸກທີ່ເຂັ້ມແຂງສາມາດປັບຕົວໄດ້. ຫຼັກຖານໄດ້ສະແດງໃຫ້ເຫັນວ່າ ສປປ ລາວ ຈໍາເປັນຕ້ອງລົງທຶນໃນການສ້າງລະບົບສາທາລະນະສຸກທີ່ມີຄວາມເຂັ້ມແຂງສາມາດປັບຕົວໄດ້ ເພື່ອຕອບໂຕ້ເຫດສຸກເສີນທາງສາທາລະນະສຸກໄດ້ຢ່າງມີປະສິດທິຜົນ. ໃນເວລາດຽວກັນ, ສິ່ງທີ່ສໍາຄັນແມ່ນໃຫ້ຮັບປະກັນວ່າມີຊັບພະຍາກອນ ຢ່າງພຽງພໍຮອງຮັບການສະໜອງບໍລິການສາທາລະນະສຸກຈໍາເປັນທີ່ໄດ້ຄຸນ ນະພາບໃຫ້ພົນລະເມືອງທຸກໆຄົນ.

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...