Homeຂ່າວຕ່າງປະເທດອາເມລິກາອາດໃຫ້ເງິນຊ່ວຍເຫຼືອ WHO ອີກຄັ້ງ ແຕ່ເຫຼືອພຽງ 10% ຈາກທີ່ເຄີຍຊ່ວຍ

ອາເມລິກາອາດໃຫ້ເງິນຊ່ວຍເຫຼືອ WHO ອີກຄັ້ງ ແຕ່ເຫຼືອພຽງ 10% ຈາກທີ່ເຄີຍຊ່ວຍ

Published on

ເວັບໄຊຂ່າວ mgronline ລາຍງານໃຫ້ຮູ້ວ່າ ທ່ານ ໂດນັລ ທຣໍ້າ ຜູ້ນຳອາເມລິກາ ກ່າວໄດ້ວັນທີ 16 ພຶດສະພາ ທີ່ຜ່ານມາ ວ່າ ກຳລັງພິຈາລະນາຂໍ້ສະເໜີຫຼາຍຢ່າງກ່ຽວກັບອົງການອະນາໄມໂລກ ລວມເຖິງຂໍ້ສະເໜີທີ່ຈະຊ່ວຍເງິນສະໜັບສະໜູນພຽງ 10% ຂອງຈຳນວນທັງໝົດຈາກເມື່ອກ່ອນ. 

ອາເມລິກາໄດ້ລະງັບເງິນຊ່ວຍເຫຼືອ WHO ເມື່ອວັນທີ 14 ເມສາ ທີ່ຜ່ານມາ ແລະ ກ່າວຫາວ່າ ອົງການອະນາໄມໂລກ ສົ່ງເສີມການໃຫ້ຂໍ້ມູນທີ່ບິດເບືອນຂອງຈີນກ່ຽວກັບການແຜ່ລະບາດຂອງເຊື້ອໄວຣັດໂຄໂຣນາ ແລະ ກ່າວວ່າ ຄະນະບໍລິຫານຂອງອາເມລິກາຈະເຮັດການກວດສອບເລື່ອງນີ້ຄືນໃໝ່ອີກຄັ້ງ ເຊິ່ງເຈົ້າໜ້າທີ່ WHO ໄດ້ປະຕິເສດຂໍ້ກ່າວຫາດັ່ງກ່າວ ແລະ ຈີນກໍ່ຢືນຢັນວ່າພວກເຂົາໂປ່ງໃສ ແລະ ເປີດກວ້າງ. 

ຟັອກນິວສ໌ ໄດ້ອ້າງເຖິງຈົດໝາຍສະບັບໜຶ່ງ ເມື່ອວັນທີ 15 ພຶດສະພາ ທີ່ຜ່ານມາວ່າ ປະທານາທິບໍດີ ໂດນັລ ທຣໍ້າ ກຳລັງຈະກັບໄປໃຫ້ການຊ່ວຍເຫຼືອ WHO ບາງສ່ວນ ແລະ ປັບເງິນສະໜັບສະໜູນໃຫ້ເຫຼືອເທົ່າກັບຝ່າຍຈີນ. 

ອາເມລິກາເປັນຜູ້ບໍລິຈາກລາຍໃຫຍ່ທີ່ສຸດຂອງ WHO ຖ້າຫາກວ່າອາເມລິກາ ຫຼຸດເງິນຊ່ວຍເຫຼືອໃຫ້ເທົ່າກັບຈີນ ຕາມການລາຍງານຂອງຟັອກນິວສ໌ ລະດັບເງິນຊ່ວຍເຫຼືອໃໝ່ນີ້ຈະເທົ່າກັບ 1 ໃນ 10 ຂອງເງິນຊ່ວຍເຫຼືອທີ່ຜ່ານມາ ເຊິ່ງເມື່ອກ່ອນປະມານ 400 ລ້ານໂດລາຕໍ່ປີ. 

ທ່ານ ໂດນັລ ທຣໍ້າ ໄດ້ກ່າວວ່າ “ນີ້ເປັນພຽງໜຶ່ງໃນຄວາມຄິດທີ່ກຳລັງຖືກພິຈາລະນາ ເຊິ່ງໃນກໍລະນີນີ້ ຂ້ອຍຈະຈ່າຍເງິນພຽງ 10% ຈາກທີ່ອາເມລິກາເຄີຍຈ່າຍມາຕະຫຼອດຫຼາຍປີ ເພື່ອໃຫ້ເທົ່າກັບຈີນທີ່ຈ່າຍເງິນໜ້ອຍກວ່າຫຼາຍເທົ່າ ແຕ່ຍັງບໍ່ມີການຕັດສິນໃຈຄັ້ງສຸດທ້າຍເທື່ອ ເພາະເງິນຊ່ວຍເຫຼືອທັງໝົດຍັງຖືກອາຢັດໄວ້ຢູ່”.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...