Homeຂ່າວຕ່າງປະເທດບໍລິສັດ Algordanza ປ່ຽນຂີ້ເຖົ່າກະດູກ ໃຫ້ກາຍເປັນ "ເພັດ"

ບໍລິສັດ Algordanza ປ່ຽນຂີ້ເຖົ່າກະດູກ ໃຫ້ກາຍເປັນ “ເພັດ”

Published on

     185147

      ບໍລິສັດ​ຫົວ​ຄິດ​ລ້ຳ​ໜ້າ​ແຫ່ງ​ນີ້​ມີ​ຊື່​ວ່າ Algordanza ທີ່​ໄດ້​ຄິດ​ຄົ້ນ​ກະ​ບວນ​ການ​ເພື່ອ​ທີ່​ຈະ​ລະ​ເລິກ​ເຖິງ​ຄົົນທີ່​ເຮົາ​ຮັກ​ ຜູ້​ທີ່​ຈາກ​ໄປ​ແລ້ວ ໂດຍ​ການ​ໃຊ້​ຄວາມ​ຮ້ອນ​ສູງ ບີບ​ອັດ​ຜົງ​ຂີ້້ເຖົ່າ​ກະດູກ ​ແລະ ​ປ່ຽນ​ມັນ​ໃຫ້ເປັນ “ເພັດ” ເມັດ​ງາມ ຊຶ່ງ​ສາມາດ​ນຳ​ມາ​ເຮັດ​ເຄື່ອງ​ປະ​ດັບ ​ແລະ ​ສາມາດ​ສວມ​ໃສ່​ຕິດ​ຕົວ ຄືກັບ​​ພວກເຂົາ​ຍັງ​ຢູ່​ກັບ​ເຮົາ​ທຸກ​ທີ່​ທຸກ​ເວລາ

ກະ​ບວນ ການ​ເລີ່ມ​ຕົ້ນ​ຈາກ​ທາງ​ເຄ​ມີ​ທີ່​ສະ​ກັດ​ເອົາ​ຄາບອນ​ຈາກ​ຂີ້​ເຖົ່າ ຄາບອນ​ນີ້​ຈະ​ໄດ້ຮັບ​ຄວາມ​ຮ້ອນ​ຈາກ​ນັ້ນ​ກໍ​ຈະ​ແປ​ປ່ຽນ​ເປັນ​ການ​ໄຟ (graphite) ຈາກ​ນັ້ນ​ຈະ​ເພີ່ມ​ຄວາມ​ຮ້ອນ​ໃຫ້​ກາ​ນໄຟ​ສູງ​ທີ່ສຸດ​ເຖິງ  2, 700 ອົງ​ສາ​ຟາ​ເລນ​ໄຮ ແລະ ​ຜ່ານ​ແຮງ​ບີບ​ອັດ​ສູງ​ເຖິງ 870, 000 ປອນຕໍ່​ຕາ​ລາງ​ນິ້ວ ຊຶ່ງ​ເພັດ​ທີ່​ໄດ້​ຈະ​ມີ​ສີ​ຂາວ​ໄປ​ຈົນ​ເຖິງ​ສີ​ຟ້າ​ເຂັ້ມ ຂຶ້ນ​ຢູ່​ກັບ​ໂບ​ລອນ​ທີ່​ຢູ່ໃນ​ຂີ້​ເຖົ່າ ສ່ວນ​ລາ​ຄາ​ເລີ່ມ​ຕົ້ນ​ທີ່  4, 474 ດອນ​ລາສະຫະລັດ

ຮ່າງກາຍ​ມະນຸດ​ມີ​ຄາບອນ 18 % ຄາບອນ 2% ເປັນ​ຄາບອນ​ທີ່​ຫລົງ​ເຫລືອ​ຢູ່ໃນ​ຂີ້ເຖົ່າ​ກະດູກ ແລະ​ມັນ​ກໍ​ຄື​ຄາບອນ​ທີ່  Algordanza ໃຊ້​ເຮັດ​ເພັດ​ເມັດ​ງາມ​ຂຶ້ນ​ມາ

ຈະວ່າ​ໄປ​ນີ້​ກໍ​ເປັນ​ວິທີ​ການ​ທີ່​ສ້າງສັນ​ວິທີ​ໜຶ່ງ​ສຳລັບ​ຄົົນທີ່​ມີ​ກຳ​ ລັງ​ຊັບ ເພາະ​ຄວາມ​ຄຸ້ມ​ຄ່າ​ຂອງ​ເງີນ​ທີ່​ເສຍ​ໄປ​ກໍ​ເພື່ອ​ແລກ​ກັບ​ຄວາມ​ຮັກ ​ແລະ ​ຄວາມ​ຊົງ​ຈຳ​ລະຫວ່າງ ເຮົາ ​ແລະ​ ຄົົນທີ່​ເຮົາ​ຮັກ​ເຊັ່ນ​ກັນ

185146 - Copy

185149 - Copy

185150 - Copy

185151 - Copy

185152 - Copy

185153 - Copy

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...